24/04/2023
ໃນຕອນເຊົ້າຂອງວັນທີ 20 ເມສາ 2023 ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ເຂດສີສະເກດ), ກົມກວດກາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງທາງດ້ານວຽກງານກວດກາໃຫ້ແກ່ພະນັກງານພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດາບໍລິສັດທີ່ຂຶ້ນກັບກະຊວງ, ໂດຍການເປັນປະທານຂອງ ທ່ານ ເຮີເຊັງ ເຢຍປໍເຮີ, ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມກວດກາ, ກຕສ ຊຶ່ງມີບັນດາຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ຈາກຫ້ອງການ, ກົມ/ທຽບເທົ່າ ພາຍໃນກະຊວງ ແລະ ບັນດາບໍລິສັດໂທລະຄົມມະນາຄົມ, ບໍລິສັດດາວທຽມ ແລະ ບໍລິສັດໄປສະນີ ເຂົ້າຮ່ວມ 50 ກວ່າທ່ານ.
ຈຸດປະສົງຂອງການຈັດກອງປະຊຸມສໍາມະນາໃນຄັ້ງນີ້ ກໍເພື່ອເປັນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໃຫ້ແກ່ພະນັກງານຜູ້ທີ່ຮັບຜິດຊອບວຽກງານກວດກາໃນແຕ່ລະຂັ້ນ ໂດຍສະເພາະແມ່ນ ການກໍານົດການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກວດກາໃນແຕ່ລະໄລຍະ, ວຽກງານກວດກາພັກ, ວຽກງານກວດກາລັດ ແລະ ແກ້ໄຂຜົນຂອງການກວດກາ, ວຽກຕ້ານການສໍ້ລາດບັງຫຼວງ ແລະ ສືບສວນ-ສອບສວນ ເປັນຕົ້ນ. ໃນກອງປະຊຸມ ຍັງໄດ້ມີການສົນທະນາແລກປ່ຽນບາງບັນຫາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດກາ ດ້ວຍບັນຍາກາກຝົດຟື້ນ.
ໂອກາດດຽວກັນນີ້, ທ່ານປະທານກອງປະຊຸມ ຍັງໄດ້ມີຄໍາເຫັນເນັ້ນໜັກໃຫ້ຜູ້ຮັບຜິດຊອບວຽກງານກວດກາ ຢູ່ໃນແຕ່ລະກົມ/ທຽບເທົ່າ ແລະ ບັນດາບໍລິສັດ ທີ່ຂຶ້ນກັບກະຊວງ ຈົ່ງເອົາໃນໃສ່ໃນການສຶກສາບັນດາກົດໝາຍ, ລະບຽບການ ແລະ ນິຕິກໍາທີ່ກ່ຽວຂ້ອງກັບວຽກງານກວດກາພັກ ແລະ ວຽກງານກວດກາລັດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານກວດກາ ຂອງຫ້ອງການ, ກົມ/ທຽບເທົ່າ ແລະ ບັນດາບໍລິສັດ ກໍຄື ວຽກງານກວດກາຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ພາບ ແລະ ຂ່າວ: ພຸດດາວອນ