ກອງປະຊຸມຄົບຄະນະກາງສະໄໝ ຂອງ ຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ II

11/07/2023

ກອງປະຊຸມຄົບຄະນະກາງສະໄໝ ຂອງ ຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2023 ນີ້, ທີ່ຫ້ອງປະຊຸມໃຫຍ່ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ເຂດສີສະເກດ), ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຮອງເລຂາຄະນະພັກ, ຄະນະປະຈໍາພັກ, ກໍາມະການພັກກະຊວງ, ມີຄະນະໜ່ວຍພັກ, ຄະນະຫ້ອງການ, ກົມ, ອົງການ, ສູນ ແລະ ສະຖາບັນ, 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ໃນໂອກາດກ່າວເປີດກອງປະຊຸມຄັ້ງນີ້, ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວວ່າ: ອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຕັ້ງກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ກາງສະໄໝທີ II ຂຶ້ນ ຢ່າງສະຫງ່າຜ່າເຜີຍໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນລາວທັງຊາດ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກ ກຳລັງຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢ່າງຕັ້ງໜ້າ, ພ້ອມກັນນັ້ນ ໃນທົ່ວຂະແໜງ ການເຕັກໂນໂລຊີ ແລະ ການສື່ສານ ກໍພວມຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ແຜນພັດທະນາຂະແໜງເຕັກໂນໂລຊີ ແລະ ການສື່ສານ 5 ປີ ຄັ້ງທີ III ໂດຍຕິດພັນກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດດິຈິຕ໋ອນ 2 ວາລະແຫ່ງຊາດ, ດ້ວຍຄວາມຕັ້ງໜ້າບຸກບືນ ແລະ ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ຊຶ່ງສາມາດບັນລຸໄດ້ຜົນສຳເລັດໃນຫຼາຍດ້ານ.

ໂອກາດນີ້, ສະຫາຍ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ກໍໄດ້ໃຫ້ກຽດມີຄໍາເຫັນເນັ້ນໜັກໃຫ້ຜູ້ແທນກອງປະຊຸມເຊີດຊູຄວາມຮັບຜິດຊອບຂອງຕົນ ເຂົ້າໃນການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈ ຕໍ່ການນໍາພາລວມ ແລະ ບຸກຄົນຄະນະບໍລິຫານງານພັກກະຊວງ ບົນພື້ນຖານແນວທາງ ແລະ ຫຼັກການຂອງພັກ, ເບິ່ງ ແລະ ຕີລາຄາລົງເລິກການປະຕິບັດບັນດາຄາດໝາຍລວມ ກໍຄືຄາດໝາຍແຕ່ລະຂົງເຂດວຽກງານໃນຂະແໜງການທີ່ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ອົງຄະນະພັກວາງອອກ ອັນໃດເຮັດສໍາເລັດ, ອັນໃດຍັງຄົງຄ້າງ, ຍ້ອນເຫດຜົນຫຍັງ, ຕ້ອງເບິ່ງຢ່າງຮອບຄອບ, ຖີ່ຖ້ວນ, ພາວະວິໄສ, ເລິກເຊິ່ງແທດເຖິງ, ຖືກຕ້ອງຕາມຄວາມເປັນຈິງ ທັງດ້ານດີ-ຜົນສໍາເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ ຫຼື ຂາດຕົກບົກຜ່ອງ, ເພາະວ່າບັນຫາເຫຼົ່ານັ້ນເປັນເນື້ອໃນພື້ນຖານ ຫຼື ເປັນໄມ້ຫຼາວັດແທກສໍາລັບການລົງຄໍາເຫັນຄວາມໄວ້ວາງໃຈ ຫຼື ບໍ່ໄວ້ວາງໃຈ ຕໍ່ແຕ່ລະສະຫາຍໃນຄະນະພັກ. ພ້ອມນັ້ນ, ຕ້ອງຫຼີກລ່ຽງການມີທັດສະນະອະຄະຕິສ່ວນຕົວ ເພື່ອເປັນການໂຈມຕີບຸກຄົນໃດບຸກຄົນໜຶ່ງ ຫຼື ຕໍ່ການຈັດຕັ້ງໃດໜຶ່ງຕໍ່ການການນໍາພາລວມ ໂດຍບໍ່ມີການການວິເຄາະວິໄຈໄຕ່ຕອງຖີ່ຖ້ວນ ທີ່ຈະພາໃຫ້ບຸກຄົນ ຫຼື ການຈັດຕັ້ງເສື່ອມເສຍ, ການຕໍານິສົ່ງຂ່າວ ຕ້ອງມີລັກສະນະທີ່ສ້າງສັນ ຮັບປະກັນເຮັດໃຫ້ບຸກຄົນ, ຄະນະພັກໄດ້ຮັບຮູ້ ແລ້ວນໍາເອົາຄໍາຕໍານິສົ່ງຂ່າວໄປພິຈາລະນາ ເພື່ອເປັນບົດຮຽນໃນການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ປັບປຸງຕົນເອງ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ.

ໃນວາລະກອງປະຊຸມ ໄດ້ດໍາເນີນການປ່ອນບັດທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນ ຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ II, ພ້ອມນັ້ນກໍຈະໄດ້ດໍາເນີນກອງປະຊຸມເປີດກວ້າງ ຄົບຄະນະກາງສະໄໝ ຂອງ ຄະນະບໍລິຫານງານພັກ ແລະ ກອງປະຊຸມພາຍໃນຄະນະບໍລິຫານງານພັກກະຊວງ. ຊຶ່ງກອງປະຊຸມ ຈະໄດ້ດໍາເນີນໄປຈົນເຖິງວັນທີ 13 ກໍລະກົດ ຈຶ່ງຈະສໍາເລັດ.

 

ຮູບພາບ ແລະ ບົດຂ່າວ: ພະແນກປະຊາສໍາພັນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ