21/07/2023

ໃນວັນທີ 19 ກໍລະກົດ 2023, ທີ່ຫ້ອງຮັບແຂກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຂຳ່ນັບ ທ່ານ ປຼາຊານ ອາກຼາວາລ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິນເດຍ ປະຈຳ ສປປລ ລາວ ໃນໂອກາດທີ່ທ່ານໄດ້ມາຮັບໜ້າທີ່ເປັນເອກອັກຄະລັດຖະທູດປະຈຳຢູ່ ສປປ ລາວ.
ໂອກາດດັ່ງກ່າວ, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ກ່າວຄວາມສະແດງ ຍິນດີຕ້ອນຮັບອັນອົບອຸ່ນ ພ້ອມທັງກ່າວສະແດງຄວາມຊົມເຊີຍຕໍ່ໝາກຜົນການຮ່ວມມືລະຫວ່າງ ລາວ-ອິນເດຍ ໃນໄລຍະຜ່ານມາ ອັນໄດ້ປະກອບສ່ວນຢ່າງຫຼວງຫຼາຍ ຕໍ່ການພັດທະນາ ເສດຖະກິດ ສັງຄົມ ຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມືໃນຂົງເຂດເຕັກໂນໂລຊີ ແລະ ການສື່ສານ ທີ່ໄດ້ມີການຮ່ວມມືກັນສ້າງສູນພັດທະນາຊອບແວລາວ-ອິນເດຍ ຊຶ່ງໄດ້ປະກອບສ່ວນສ້າງ ແລະ ຍົກລະດັບບຸກຄະລາກອນ ຂອງ ສປປ ລາວ ໃນດ້ານວິຊາສະພາະນີ້ ພ້ອມທັງໄດ້ມີການສົ່ງພະນັກງານ ສປປ ລາວ ໄປຝຶກອົບຮົມຍົກລະດັບ ຢູ່ເທດອິນເດຍ. ພ້ອມນັ້ນ, ທ່ານ ຍັງໄດ້ສະເໜີໃຫ້ທ່ານທູດເພື່ອເປັນຂົວຕໍ່ໄປຍັງພາກສ່ວນກ່ຽວຂ້ອງ ເພື່ອສະເໜີການຮ່ວມມືໃນວຽກງານອື່ນໆ ທີ່ກ່ຽວຂ້ອງຕື່ມອີກ ເປັນຕົ້ນແມ່ນວຽກງານ ການດັດສົມໂທລະຄົມມະນາຄົມ, ວຽກງານກ່ຽວກັບການຄຸ້ມຄອງອິນເຕີເນັດແຫ່ງຊາດ, ວຽກງານຄຸ້ມຄອງຄວາມປອດໄພທາງໄຊເບີ ໂດຍອິງໃສ່ທ່າແຮງ ແລະ ບົດຮຽນ ອິນເດຍແມ່ນມີທ່າແຮງທາງດ້ານເຕັກນິກໄອທີ ໂດຍສະເພາະແມ່ນ ນັກພັດທະນາຊອບແວ, ນັກພັດທະນາໂປຣແກຣມ ຊຶ່ງທ່າແຮງເຫຼົ່ານີ້ ສປປ ລາວ ມີຄວາມຕ້ອງການຫຼາຍໃນການຫັນປະເທດເປັນທັນສະໄໝ ດ້ວຍລະບົບດິຈິຕ໋ອນ.
ໂອກາດດຽວກັນ, ທ່ານ ປຼາຊານ ອາກຼາວາລ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານ ລັດຖະມົນຕີ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງກ່າວສະແດງຄວາມພູມໃຈຕໍ່ການຮ່ວມມື ລາວ-ອິນເດຍ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການສົ່ງພະນັກງານໄວໜຸ່ມຂອງ ສປປ ລາວ ຈຳນວນ 3 ທ່ານ ເພື່ອໄປຝຶກອົບຮົມຢູ່ປະເທດອິນເດຍ ໃນວຽກງານການນຳໃຊ້ເຕັກໂນໂລຊີພາບຖ່າຍດາວທຽມ. ພ້ອມທັ້ງສະແດງຊົມເຊີຍຕໍ່ທ່ານລັດຖະມົນຕີທີ່ໄດ້ສະເໜີການຮ່ວມມືໃນຂົງເຂດວຽກງານເຕັກໂນໂລຊີ ແລະ ການສື່ສານ ແລະ ຍິນດີເປັນຂົວຕໍ່ໄປຍັງພາກສ່ວນຕ່າງທີ່ກ່ຽວຂ້ອງໃນການຮ່ວມມືໃນອະນາຄົດ.