ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານ ສະຫະພັນກຳມະບານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ III

15/09/2023

 ສະຫະພັນກຳມະບານ ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານກາງສະໄໝຂອງສະຫະພັນກຳມະບານ ສະໄໝທີ III ແລະ ກອງປະຊຸມສະຫຼຸບວຽກງານສະຫະພັນກຳມະບານ ກຕສ ປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ໃນຕອນເຊົ້າວັນທີ 14 ກັນຍາ 2023, ໂດຍໃຫ້ກຽດເຂົ້າເປັນປະທານຮ່ວມຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທຳ, ກຳມະການສູນກາງພັກ, ປະທານຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ ແລະ ສະຫາຍ ປອ. ສັນຕິສຸກ ສິມມາລາລົງ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກຕສ ແລະ ສະຫາຍ ສຸດໃຈ ພິມມະສີ, ປະທານສະຫະພັນກຳມະບານ ກຕສ, ມີຄະນະບໍລິຫານງານສະຫະພັນກຳມະບານ ກຕສ, ກໍາມະບານຮາກຖານ, ເລຂາໜ່ວຍພັກຫ້ອງການ, ກົມ,​ ສະຖາບັນ, ສູນ,​ ອົງການ,  ພ້ອມດ້ວຍບັນດາແຂກ ແລະ ບັນດາສະມາຊິກ ກໍາມະບານເຂົ້າຮ່ວມ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຕີລາຄາທົບທວນຄືນການນຳພາລວມຂອງຄະນະບໍລິຫານງານ ສະຫະພັນກຳມະບານລາວ ກຕສ ໃນການຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ທີ່ກອງປະຊຸມໃຫຍ່ຄັ້ງທີ 3 ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານທົ່ວປະເທດຄັ້ງທີ VII ກຳນົດໄວ້ ເພື່ອຕີລາຄາຜົນສຳເລັດ, ຂໍ້ຄົງຄ້າງ ໃນການສືບຕໍ່ປະຕິບັດໃຫ້ບັນລຸຕາມແຜນ, ກວດກາຄືນຄວາມຮັບຜິດຊອບທາງດ້ານການເມືອງຂອງຄະນະບໍລິຫານງານ, ຄວາມຮັບຜິດຊອບຂອງບຸກຄົນໃນຄະນະບໍລິຫານງານ ຊອກໃຫ້ເຫັນດ້ານຕັ້ງໜ້າສືບຕໍ່ເສີມຂະຫຍາຍ ດ້ານຂໍ້ຄົງຄ້າງທີ່ຈະປັບປຸງແກ້ໄຂ ແລະ ຄວາມເປັນແບບຢ່າງໃນການນຳພາ.

ໂອກາດດັ່ງກ່າວ, ສະຫາຍ ສຸດໃຈ ພິມມະສີ ໄດ້ຜ່ານ​ບົດສະຫຼຸບການເຄື່ອນໄຫວວຽກງານ ໄລຍະເຄິ່ງສະໄໝ ແຕ່ປີ 2021 - ເດຶອນ 06 ປີ 2023 ແລະ ທິດທາງແຜນການ ທ້າຍສະໄຫມຕໍ່ໜ້າ ຮອດປີ 2025 ຂອງ ສະຫະພັນກໍາມະບານ ກຕສ ຊຶ່ງເປັນສະຫະພັນໜຶ່ງທີ່ຂຶ້ນກັບ ສູນກາງສະຫະພັນກໍາມະບານລາວ ຊຶ່ງຍາມໃດກໍຍົກສູງວຽກງານການເຄື່ອນໄຫວຂອງ ພັກ-ລັດ ເປັນຕົ້ນຕໍ ແລະ ມີທັດສະນະຫຼັກໝັ້ນ ການເມືອງໜັກແໜ້ນ, ອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ມີນໍ້າໃຈຮັກຊາດ, ມີຄວາມສາມັກຄີຮັກແພງ ຊ່ວຍເຫຼືອ ເຊີ່ງກັນ ແລະ ກັນ. ພ້ອມທັງເປັນຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານທຸກສະຫາຍ. ພ້ອມທັງໄດ້ສະຫຼຸບຕີລາຄາການເຄື່ອນໄຫວວຽກງານໃນໄລຍະເຄີ່ງສະໄໝ (2021-2023) ຂອງສະຫະພັນກໍາມະບານໃນໄລຍະເຄິ່ງສະໄຫມທີ່ຜ່ານມາໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຂອງຕົນເອງດ້ວຍຄວາມຫ້າວຫັນ, ຖືເອົາວຽກງານວິຊາສະະເພາະເປັນຫຼັກ ແລະ ວຽກງານສຶກສາອົບຮົມແນວຄິດເປັນສໍາຄັນ ເພື່ອນໍາພາທາງດ້ານການເມືອງ ໂດຍໄດ້ເຊື່ອມຊືມ, ສຶກສາອົບຮົມ ແນວຄິດພະນັກງານລັດຖະກອນ, ສະມາຊິກກໍາມະບານໃຫ້ກໍາແໜ້ນແນວທາງນະໂນບາຍຂອງພັກ, ກົດລະບຽບຂອງລັດ, ບັນດາມະຕິຄໍາສັ່ງຕ່າງໆ. ສະມາຊິກກໍາມະບານທຸກສະຫາຍມີທັດສະນະຫຼັກໝັ້ນ, ຖືເອົາການນໍາພາ-ຊີ້ນໍາ ຂອງພັກ ແລະ ການຄຸ້ມຄອງຂອງລັດ ເປັນແບບແຜນໃນການເຄື່ອນໄຫວປະຕິບັດວຽກງານ ດ້ວຍຄວາມຮັບຜິດຊອບສູງ ໄດ້ສະແດງອອກໃນແຕ່ລະຮາກຖານໄດ້ມີການຮ່ວມຊີວິດ, ເຄື່ອນໄຫວວຽກງານຂະບວນການ ແລະ ນໍາສົ່ງບົດສະຫຼຸບສ່ອງແສງຢ່າງເປັນປົກກະຕິ.

ສະຫະພັນກໍາມະບານ ກຕສ ມີທັງຫມົດ 19 ພາກສ່ວນ ໃນນັ້ນ,​ມີ 02 ສະຫະພັນ, 17 ຮາກຖານ ໄດ້ມີການປັບປຸງຈາກໜ່ວຍມາເປັນຮາກຖານຈໍານວນ 13 ຮາກຖານ ແລະ 01 ສະຫະພັນ ໃນປີ 2022; ສະຫະພັນກໍາມະບານ ກຕສ ມີຄະນະບໍລິຫານງານທັງໝົດ 11 ສະຫາຍ, ຍິງ 02 ສະຫາຍ; ມີຈໍານວນສະມາຊິກກໍາມະບານທັງຫມົດ ຈໍານວນ 2,560 ສະຫາຍ, ຍິງ 1,113 ສະຫາຍ; ຈໍານວນສະມະຊິກກໍາມະບານທັງໝົດອ້ອມຂ້າງ ກຕສ ຈໍານວນ 674 ສະຫາຍ, ຍິງ 303 ສະຫາຍ; ຈໍານວນສະມາຊິກກໍາມະບານທັງໝົດໃນບໍລິສັດທີ່ຂຶ້ນກັບ ກຕສ 1,886 ສະຫາຍ, ຍິງ 810 ສະຫາຍ; ສໍາເລັດນໍາສົ່ງສະມາຊິກໄປຍົກລະດັບທິດສະດີການເມືອງ-ການປົກຄອງຢູ່ພາຍໃນ ແລະ ຕ່າງປະເທດ ຈໍານວນທັງໝົດ 170 ສະຫາຍ ໃນນັ້ນ, ລະດັບ ຂັ້ນສູງ (ໄລຍະ 4 ເດືອນ, 5 ເດືອນ ລະບົບເລັ່ງລັດ ແລະ ລະບົບ 9 ເດືອນ) ທັງພາຍໃນ ແລະ ຕ່າງປະເທດ 09 ສະຫາຍ, ຍິງ 05 ສະຫາຍ; ຍົກລະດັບທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ (45 ວັນ) ໄດ້ທັງໝົດ 3 ຊຸດ ແລະ ມີຜູ້ເຂົ້າຮ່ວມ 161 ສະຫາຍ, ຍິງ 65 ສະຫາຍ; ສໍາເລັດຈັດຝືກອົບຮົມວຽກງານກໍ່ສ້າງພັກ ຊຸດທີ I, II, III, IV, V ໃຫ້ສະຫາຍເລຂາ, ຮອງເລຂາຄະນະໜ່ວຍພັກ, ຄະນະຮາກຖານ ແລະ ສະຫາຍກອງເລຂາໜ່ວຍພັກທີ່ຂຶ້ນກັບອົງຄະນະພັກ ກຕສ 190 ສະຫາຍ, ຍິງ 66 ສະຫາຍ; ສະມາຊິກກໍາມະບານ ໄດ້ມີການໄປຍົກລະດັບການສຶກສາລະດັບປະລິນຍາເອກ ຈໍານວນ 01 ສະຫາຍ; ລະດັບປະລິນຍາໂທທີ່ຕ່າງປະເທດ ລວມ ຈໍານວນ 36 ສະຫາຍຄື: ສສ ຫວຽດນາມ ຈໍານວນ 28 ສະຫາຍ, ຍິງ 10 ສະຫາຍ; ປະເທດໄທ ຈໍານວນ 01 ສະຫາຍ, ສປ ຈີນ ຈໍານວນ 01 ສະຫາຍ; ສ.ເກົາຫຼີ ຈໍານວນ 06 ສະຫາຍ; ໄດ້ມີການໄປຍົກລະດັບການສຶກສາລະດັບປະລິນຍາໂທພາຍໃນ ຈໍານວນ 03 ສະຫາຍ; ສາມາດຂະຫຍາຍສະມາຊິກກໍາມະບານໃໝ່ໄດ້ຈໍານວນ 171 ສະຫາຍ, ຍິງ 80 ສະຫາຍ; ໄດ້ຮ່ວມກອງປະຊຸມ, ສໍາມະນາຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ຈໍານວນ ຫຼາຍກວ່າ 50 ຄັ້ງ, ເປັນຈໍານວນ 200 ກວ່າເທື່ອຄົນ, ຍິງ 90 ກວ່າເທື່ອຄົນ; ໄດ້ມີການເຂົ້າຮ່ວມຝຶກອົບຮົມ ຈໍານວນ ຫຼາຍກວ່າ 80 ຄັ້ງ, ເປັນຈໍານວນ 350 ກວ່າເທື່ອຄົນ, ຍິງ 150 ກວ່າຄົນ.

ໃນກອງປະຊຸມດັ່ງກ່າວ ສະຫາຍ ຄຳໄມ ແພງວົງສາ, ກຳມະການກວດກາສະຫະພັນກຳມະບານ ກຕສ ໄດ້ຂຶ້ນຜ່ານບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານ ໃນໄລຍະກາງສະໄໝ (2021-2023) ຂອງສະຫະພັນກໍາມະບານ  ກຕສ ເພື່ອຕີລາຄາການນໍາພາ-ຊີ້ນໍາ ຮອບດ້ານຂອງສະຫະພັນກໍາມະບານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງສະຫະພັນກໍາມະບານ ກຕສ ໄລຍະເຄິ່ງສະໄໝ 2021-2023 ຊຶ່ງໄລຍະຜ່ານມາຄະນະບໍລິຫານງານໄດ້ເອົາໃຈໃສ່ຢ່າງຕັ້ງຫນ້າໃນການນໍາພາສະມາຊິກກໍາມະບານ ດ້ວຍຄວາມຮັບຜິດຊອບສູງ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ຊຶ່ງສາມາດຕີລາຄາການ ນໍາພາ-ຊີ້ນໍາ ຮອບດ້ານຂອງຄະນະ ບໍລິຫານງານ ສະຫະພັນກໍາມະບານ ກຕສ ຄື: ໄດ້ນໍາພາດ້ານການເມືອງ-ແນວຄິດ, ຄະນະບໍລິຫານງານ ສະຫະພັນກໍາມະບານ ກຕສ ໄດ້ເອົາໃຈໃສ່ໃນການນໍາພາ ແລະ ເຕົ້າໂຮມສະມາຊິກພັກ ໃນການເຂົ້າຮ່ວມກອງປະຊຸມເຊື່ອມຊຶມ ແລະ ຄົ້ນຄ້ວາຮໍ່າຮຽນເອກະສານສໍາຄັນຕ່າງໆຂອງພັກ-ລັດ ເຊັ່ນ: ມະຕິກອງ ປະຊຸມໃຫ່ຍຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກສະໄຫມທີ XI, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຂອງລັດຖະບານ, ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງ ຊາດ 5 ປີ (2021-2025) ແລະ ແຜນພັດທະນາ ຕສ 5 ປີ ຄັ້ງທີ III (2021-2025) ຂອງກະຊວງ, ເຊື່ອມຊຶມເອກະສານ ກ່ຽວກັບວັນສໍາຄັນຂອງກໍາມະບານຊາວຜູ້ອອກແຮງງານ, ຮໍ່າຮຽນແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທໍາ ປະຕິບັດຂອງທ່ານຜູ້ນໍາ ແລະ ມູນເຊື້ອວັນສໍາຄັນຕ່າງໆໃນວຽກງານຂອງກໍາມະບານ ຈໍານວນ 15 ຄັ້ງ, ເປັນຈໍານວນ 180 ກວ່າເທື່ອໄດ້ມີການປະຊຸມພາຍໃນຄະນະບໍລິຫານງານ ແລະ ຄະນະຮາກຖານຢ່າງເປັນປົກກະຕິ ປະຈໍາທຸກເດືອນ, ທຸກໄຕ ມາດ ແລະ ປະຈໍາປີ, ຈໍານວນ 10 ກວ່າຄັ້ງ, ມີຜູ້ເຂົ້າຮ່ວມ 720 ເທື່ອຄົນ, ເພື່ອເປັນການລາຍງານສະພາບການ, ສະຫຼຸບຕີລາຄາ, ຖອດຖອນບົດຮຽນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບັນດາປະກົດການຫຍໍ້ທໍ້ຕ່າງໆຢູ່ໃນຖັນແຖວສະມາຊິກ ເພື່ອຫາວິທີ ປ້ອງກັນ ແລະ ແກ້ໄຂໃຫ້ທັນກັບສະພາບການ. ພ້ອມທັງ ເປັນການສຶກສາອົບຮົມແນວຄິດສະມາຊິກໃຫ້ມີຄວາມຫນັກແຫນ້ນ ທາງດ້ານຄຸນທາດການເມືອງ, ເຊື້ອຫມັ້ນຕໍ່ແນວທາງນະໂຍບາຍຂອງພັກ, ຢຶດຫມັ້ນລັດທິມາກ-ເລນິນ ແລະ ແນວທາງ ປ່ຽນແປງໃຫມ່ຢ່າງຮອບດ້ານຂອງພັກ, ຮູ້ຈໍາແນກມິດ ແລະ ສັດຕູຢ່າງຈະແຈ້ງ, ຝຶກຝົນ, ຕ້ານແນວຄິດສວຍໂອກາດ, ຕ້ານ ແນວຄິດຫຼາຍພັກ, ຫຼາຍເຄົ້າ, ແລະ ມີນໍ້າໃຈຫ້າວຫັນໃນການປະຕິບັດຫນ້າທີ່ວຽກງານທີ່ພັກ-ລັດໄດ້ມອບຫມາຍ ແລະ ເຮັດ ສໍາເລັດຫນ້າທີ່ຕາມການມອບໝາຍດ້ວຍຄວາມຮັບຜິດຊອບສູງ.

ໃນໂອກາດດັ່ງກ່າວ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ຍັງໄດ້ໃຫ້ກຽດໂອລົມຕໍ່ກອງປະຊຸມ ຊຶ່ງສະຫາຍໄດ້ເນັ້ນໃຫ້ບັນດາສະຫາຍ ທີ່ເຂົ້າຮ່ວມການທາບທາມ ພ້ອມກັນຕີລາຄາບັນຫາຕ່າງໆທີ່ພົວພັນເຖິງຄຸນລັກສະນະ, ມາດຕະຖານ ຂອງພະນັກງານນໍາພາ-ຄຸ້ມຄອງ ເປັນຕົ້ນ ແມ່ນດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ, ຄວາມຮັບຜິດຊອບການເມືອງ ແບບແຜນນຳພາ, ວິທີເຮັດວຽກ, ຄວາມຮູ້ຄວາມສາມາດໃນການປະຕິບັດໜ້າທີ່, ແບບແຜນການດໍາລົງຊີວິດ ຄວາມສັດຊື່ບໍລິສຸດ ຫຼື ການສວຍໃຊ້ໜ້າທີ່ຕໍາແໜ່ງບໍ່ຖືກຕ້ອງ, ການພົວພັນໃນສັງຄົມ, ທັດສະນະມະຫາຊົນ, ຄວາມຈິງໃຈຮັບເອົາຄໍາຄິດຄໍາເຫັນ, ຄໍາສະເໜີສົ່ງຂ່າວຂອງໝູ່ຄະນະໃນໄລຍະຜ່ານມາ ແນໃສ່ເພື່ອສືບຕໍ່ເສີມຂະຫຍາຍຈຸດດີ ແລະ ປັບປຸງແກ້ໄຂຂໍ້ຄົງຄ້າງໃຫ້ດີຂຶ້ນ.

ຂ່າວ: ສະຫະພັນກຳມະບານ ກຕສ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ