ໜ່ວຍພັກກົມກວດກາ ແລະ ໜ່ວຍພັກດາວທຽມລາວ ເອເຊຍ-ປາຊີຟິກ ຈັດພິທີຮັບສະມາຊິກພັກ

03/11/2023

ໃນຕອນເຊົ້າຂອງວັນທີ 01 ພະຈິກ 2023 ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 5 ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ(ເຂດ ສີສະເກດ) ໜ່ວຍພັກກົມກວດກາ ແລະ ໜ່ວຍພັກດາວທຽມລາວ ເອເຊຍ-ປາຊີຟິກ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີຮັບສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງພັກປະຊາປະຕິວັດລາວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ. ສັນ​ຕິ​ສຸກ ສິມ​ມາ​ລາ​ວົງ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາສະຫາຍເລຂາ, ຮອງເລຂາບັນດາຮາກຖານ/ໜ່ວຍພັກ ກົມ/ທຽບເທົ່າ ພ້ອມດ້ວຍສະມາຊິກພັກໜ່ວຍພັກກົມກວດກາ ແລະ ໜ່ວຍພັກດາວທຽມລາວ ເອເຊຍ-ປາຊີຟິກ ເຂົ້າຮ່ວມຢ່າງພ້ອມພຽງ.

        ໃນພິທີດັ່ງກ່າວ, ສະຫາຍ ເຮີເຊັງ ເຢຍປໍເຮີ, ຄະນະພັກກະຊວງ, ເລຂາໜ່ວຍພັກກົມກວດກາ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 03 ສະຫາຍ. ຈາກນັ້ນ, ສະຫາຍ ສີສັນ ປອງນະທີ, ເລຂາໜ່ວຍພັກດາວທຽມລາວເອເຊຍ-ປາຊີຟິກ ກໍໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຊຶ່ງມີຈຳນວນ 01 ສະຫາຍ. ຊຶ່ງຜູ້ທີ່ໄດ້ເຂົ້າເປັນສະມາຊິກພັກສໍາຮອງ ແລະ ເລື່ອນເປັນສະມາຊິກພັກສົມບູນໃນຄັ້ງນີ້ ລ້ວນແລ້ວແຕ່ເປັນຜູ້ທີ່ມີຄວາມບຸກບືນ, ຫ້າວຫັນປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ຜ່ານຂະບວນການຕິດຕາມກໍ່ສ້າງ ຈົນໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກມະຫາຊົນ ກໍຄືການຈັດຕັ້ງ.

ໂອກາດດຽວກັນ, ສະຫາຍ ຮອງເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ໃຫ້ກຽດມອບມະຕິຕົກລົງໃຫ້ບັນດາສະຫາຍສະມາຊິກພັກໃໝ່ ພ້ອມທັງໂອ້ລົມຕໍ່ພິທີ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາສະຫາຍສະມາຊິກພັກໃໝ່ທີ່ໄດ້ມີຄວາມຫ້າວຫັນໃນການຈັດ ຕັ້ງປະຕິບັດໜ້າທີ່ວຽກງານ, ຜ່ານຜ່າບັນດາອຸປະສັກຕ່າງໆຈົນສາມາດເຂົ້າຢູ່ໃນຖັນແຖວສະມາຊິກພັກໃນຄັ້ງນີ້. ພ້ອມນັ້ນ, ສະຫາຍຍັງໄດ້ເນັ້ນໜັກໃຫ້ສະມາຊິກພັກສົມບູນ ແລະ ບັນດາສະມາຊິກພັກທັງໝົດ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ, ຮັກສາມູນເຊື້ອຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ການພັດທະນາຕົນເອງ, ມີແບບແຜນວິທີເຮັດວຽກທີ່ດີ, ຄວາມສາມັກຄີ ແລະ ການຕຳນິຕິຊົມກັນຢ່າງເປັນປົກກະຕິ, ເປັນແບບຢ່າງແກ່ມະຫາຊົນ, ສຸມທຸກສະຕິເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບໝາຍໃຫ້ ເວົ້າລວມ, ເວົ້າສະເພາະແມ່ນວຽກງານຂະແໜງເຕັກໂນໂລຊີ ແລະ ການສື່ສານ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເຮົາໃຫ້ນັບມື້ນັບຈະເລີນກ້າວໜ້າຂຶ້ນເລື້ອຍໆ.

ພາບ-ຂ່າວ: ພຸດດາວອນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ