12/08/2025
ກົມເຕັກໂນໂລຊີ ແລະ ນະວັດຕະກໍາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ກົມຄຸ້ມຄອງວິສາຫະກິດ ແລະ ກົມອຸດສາຫະກໍາປຸງແຕ່, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມພົບປະ ເພື່ອປຶກສາຫາລືແລກປ່ຽນບົດຮຽນ ກ່ຽວກັບ ວຽກງານຂຶ້ນທະບຽນວິສາຫະກິດ, ການອອກອະນຸຍາດດໍາເນີນທຸລະກິດ, ການຄຸ້ມຄອງເຕັກໂນໂລຊີ ແລະ ເຕັກໂນໂລຊີລະດັບສູງ ໂດຍອີງຕາມດໍາລັດ ວ່າດ້ວຍບັນຊີເຕັກໂນໂລຊີ, ກົດໝາຍ ວ່າດ້ວຍການຖ່າຍທອດເຕັກໂນໂລຊີ ແລະ ກົດໝາຍ ວ່າດ້ວຍເຕັກໂນໂລຊີລະດັບສູງ. ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 07 ສິງຫາ 2025, ທີ່ຫ້ອງປະຊຸມຊັ້ນ 2 ຂອງກົມຄຸ້ມຄອງວິສະຫະກິດ, ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຜາ ທອງວັນນາ, ຮອງຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ, ທ່ານ ນ. ວົງປະດິດ ວົງສະຫວາດ, ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດ ແລະ ທ່ານ ກຽງຄຳ ຣາຊະຈັກ, ຮອງຫົວໜ້າກົມອຸດສາຫະກຳປຸງແຕ່ງ ພ້ອມດ້ວຍພັກນັກງານຈາກ 3 ພາກສ່ວນ ລວມຈໍານວນທັງໝົດ 30 ກວ່າທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສ້າງຄວາມເຂົ້າໃຈໃນການອອກອະນຸຍາດດຳເນີນທຸລະກິດ ແລະ ການດຳເນີນວຽກງານທີ່ຕິດພັນກັບວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ ເປັນຕົ້ນແມ່ນ ວຽກງານການຖ່າຍທອດເຕັກໂນໂລຊີ, ວຽກງານເຕັກໂນໂລຊີລະດັບສູງ, ວຽກງານການຕີລາຄາ ແລະ ປະເມີນເຕັກໂນໂລຊີ ແນໃສ່ຮັບປະກັນໃຫ້ການດຳເນີນວຽກງານໃຫ້ມີຄວາມໂລ່ງລຽນ ບໍ່ຊ້ຳຊ້ອນກັນ ແລະ ຫຼີກລ່ຽງຂອດຂັ້ນທີ່ເປັນອຸປະສັກໃນການດຳເນີນວຽກງານ ພ້ອມທັງເປັນການເສີມຂະຫຍາຍການພົວພັນຮ່ວມມື ແລະ ສ້າງຄວາມສາມັກຄີຮັກແພງ ລະຫວ່າງພາກລັດ ກໍຄືຂະແໜງການຂອງສອງກະຊວງ.

ຂ່າວ: ກົມເຕັກໂນໂລຊີ ແລະ ນະວັດຕະກຳ

