ສະຫະພັນແມ່ຍິງ ກຕສ ຈັດກອງປະຊຸມສຳມະນາແລກປ່ຽນ ແລະ ຖອດຖອນບົດຮຽນ ວຽກງານແມ່ຍິງ ໃນການຫັນເປັນ ດິຈິຕອນ

12/08/2025

ສະຫະພັນແມ່ຍິງ ກຕສ ຈັດກອງປະຊຸມສຳມະນາແລກປ່ຽນ ແລະ ຖອດຖອນບົດຮຽນ ວຽກງານແມ່ຍິງ ໃນການຫັນເປັນ ດິຈິຕອນ

ວັນທີ 07 ສິງຫາ 2025 ຜ່ານມາ, ສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສຳມະນາແລກປ່ຽນ ແລະ ຖອດຖອນບົດຮຽນ ວຽກງານແມ່ຍິງໃນການຫັນເປັນດິຈິຕອນຂຶ້ນ, ທີ່ເມືອງວັງວຽງ, ແຂວງ ວຽງຈັນ. ໂດຍການເປັນປະທານຂອງ ສະຫາຍ ປະລິນຍາເອກ ສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີສະຫາຍປະທານສະຫະພັນແມ່ຍິງ, ບັນດາຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ຕາງໜ້າເອື້ອຍນ້ອງແມ່ຍິງຈາກສະຫະພັນແມ່ຍິງຮາກຖານ ແລະ ໜ່ວຍສະຫະພັນແມ່ຍິງ ອ້ອມຂ້າງກະຊວງ ເຂົ້າຮ່ວມ ຈຳນວນ 100 ກວ່າສະຫາຍ.

ກອງປະຊຸມສຳມະນາຄັ້ງນີ້ ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ແລະ ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ເປັນຂະບວນການທີ່ຟົດຟື້ນ. ໃນກອງປະຊຸມ, ສະຫາຍ ນາງ ເກສອນ ສຸລິວົງ, ປະທານສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວເປີດກອງປະຊຸມສໍາມະນາໃນຄັ້ງນີ້ຢ່າງເປັນທາງການ ໂດຍໄດ້ເນັ້ນເຖິງຄວາມສຳຄັນຂອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ. ພ້ອມນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງ ການບັນລະຍາຍຈາກວິທະຍາກອນກິດຕິມະສັກຮັບເຊີນຈາກ ກົມໂຄສະນາ-ວັດທະນະທຳ, ສູນກາງສະຫະພັນແມ່ຍິງລາວ ໃນຫົວຂໍ້ທີ່ມີຄວາມສໍາຄັນຄື: "ການພັດທະນາບຸກຄະລິກກະພາບຂອງພະນັກງານເພດຍິງ" ແລະ "ການເປັນນັກໂຄສະນາປາຖະກະຖາ" ເຊິ່ງເປັນປະໂຫຍດຢ່າງຍິ່ງຕໍ່ການພັດທະນາຕົນເອງ ຂອງສະມາຊິກແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ​ພ້ອມກັນນັ້ນ, ໃນພາກບ່າຍກໍໄດ້ຈັດກິດຈະກຳແຂ່ງຂັນການສົນທະນາດ້ວຍການສະແດງວິໄສທັດໃນຫົວຂໍ້: "ບົດບາດ ແລະ ໜ້າທີ່ຂອງແມ່ຍິງໃນການຫັນເປັນດິຈິຕອນ" ຊຶ່ງເປັນເວທີໃຫ້ເອື້ອຍນ້ອງແມ່ຍິງໄດ້ສະແດງຄວາມຄິດເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ຍົກລະດັບຄວາມຮູ້-ຄວາມສາມາດຂອງຕົນເອງ ເພື່ອສ້າງຄວາມເຂັ້ມແຂງ ແລະ ປະກອບສ່ວນເຂົ້າໃນການ ພັດທະນາວຽກງານແມ່ຍິງ ຂອງຂະແຫນງ ເຕັກໂນໂລຊີ ແລະ ການສື່ສານ ໃຫ້ກ້າວໜ້າໄປອີກບາດກ້າວໜຶ່ງ.

ຕອນທ້າຍ, ຍັງໄດ້ເປັນກຽດຮັບຟັງຄໍາເຫັນໂອ້ລົມ ຂອງ ສະຫາຍ ປະລິນຍາເອກ ສັນຕິສຸກ ສິມມາລາວົງ ຊຶ່ງ ມີເນື້ອໃນສຸດທີ່ມີຄວາມໝາຍ ແລະ ຄວາມສຳຄັນໂດຍໄດ້ຮຽກຮ້ອງໃຫ້ເອື້ອຍນ້ອງແມ່ຍິງທຸກສະຫາຍ ຈົ່ງກ້າຫານທີ່ຈະຮຽນຮູ້ສິ່ງໃໝ່ໆ, ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ ແລະ ນໍາໃຊ້ເຕັກໂນໂລຊີດິຈິຕອນໃຫ້ເກີດປະໂຫຍດສູງສຸດຕໍ່ຕົນເອງ, ຄອບຄົວ ແລະ ສັງຄົມ. ນໍາໃຊ້ ປັນຍາປະດິດ (AI) ເຂົ້າໃນວຽກງານວິຊາສະເພາະ ກໍເປັນຫົວຂໍ້ໜຶ່ງທີ່ສໍາຄັນທີ່ເອື້ອຍນ້ອງແມ່ຍິງຕ້ອງໄດ້ຮຽນຮູ້ ແລະ ນໍາໃຊ້ໃນວຽກງານຕົວຈິງໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ພ້ອມກັນນັ້ນ, ສະຫາຍຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈະສືບຕໍ່ເປັນກໍາລັງແຮງອັນສໍາຄັນໃນການຈັດຕັ້ງປະຕິບັດ ນະໂຍບາຍການຫັນເປັນດິຈິຕອນ ຂອງພັກ ແລະ ລັດ, ພ້ອມທັງປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າເປັນກ້າວໆ.

ຂ່າວ: ສີໄວ ອຳພອນໄຊ

ພາບ: ເລັກເຊ່ຍ ສຸດທິວົງ

 

 

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ