ກົມແຜນການ ແລະ ການເງິນ, ກຕສ ຈັດກອງປະຊຸມສະຫຼຸບວຽກງານ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ

18/08/2025

ກົມແຜນການ ແລະ ການເງິນ, ກຕສ ຈັດກອງປະຊຸມສະຫຼຸບວຽກງານ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ

ກົມແຜນການ ແລະ ການເງິນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສະຫຼບວຽກງານ 06 ເດືອນຕົ້ນປີ, ທິດທາງແຜນການ 06 ເດືອນທ້າຍປີ ແລະ ກອງປະຊຸມວິຊາການແນະນຳຂຶ້ນແຜນງົບປະມານປະຈຳປີ 2026 ລວມເຖິງບັນດາກິດຈະກຳຂອງກົມແຜນການ ແລະ ການເງິນ ຂຶ້ນໃນວັນທີ 07 ສິງຫາ 2025 ທີ່ຜ່ານມາ, ທີ່ຫ້ອງປະຊຸມສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ໃຫ້ກຽດເປັນປະທານໂດຍ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີບັນດາຄະນະກົມ, ຄະນະພະແນກ ແລະ ວິຊາການ ຈາກກົມ/ທຽບເທົ່າ ອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມດັ່ງກ່າວໄດ້ແບ່ງເປັນສອງພາກຄື: ພາກເຊົ້າແມ່ນກອງປະຊຸມວິຊາການແນະນຳຂຶ້ນແຜນງົບປະມານ ປະຈຳປີ 2026 ລວມເຖິງບັນດາກິດຈະກຳຂອງກົມແຜນການ ແລະ ການເງິນ ໂດຍບັນດາພະແນກພາຍໃນກົມແຜນການ ແລະ ການເງິນ ຂຶ້ນແນະນຳບັນດາໜ້າວຽກທີ່ກ່ຽວຂ້ອງຂອງຕົນ ເຊັ່ນ: ການຂຶ້ນແຜນງົບປະມານປະຈຳປີ 2026, ການຄຸ້ມຄອງໂຄງການລົງທຶນຂອງລັດ, ການຄຸ້ມຄອງ ແລະ ການນຳໃຊ້ຊັບສິນຂອງລັດ ແລະ ຫົວຂໍ້ອື່ນໆ. ພາກບ່າຍແມ່ນກອງປະຊຸມສະຫຼຸບວຽກງານ 06 ເດືອນຕົ້ນປີ ແລະ ແຜນການທິດທາງ 06 ເດືອນທ້າຍປີ 2025, ຊຶ່ງໄດ້ຕີລາຄາດ້ານການເມືອງ-ແນວຄິດ, ການຈັດຕັ້ງປະຕິບັດດ້ານວິຊາສະເພາະ ລວມເຖິງການຖອດຖອນບົດຮຽນດ້ານດີ, ຂໍ້ຄົງຄ້າງ, ທິດທາງ ແລະ ຄາດໝາຍສູ້ຊົນໃນ 06 ເດືອນທ້າຍປີ 2025.

ໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ໄດ້ກ່າວວ່າ: ກົມແຜນການ ແລະ ການເງິນ ເປັນກົມໜຶ່ງທີ່ສຳຄັນ ມີໜ້າທີ່ເປັນເສນາທິການໃຫ້ແກ່ຄະນະນຳກະຊວງ ເປັນກົມທີ່ຊ່ວຍຂັບເຄື່ອນວຽກງານຕ່າງໆພາຍໃນກະຊວງ ພ້ອມທັງໄດ້ຊີ້ນຳບັນດາກົມພາຍໃນກະຊວງໃຫ້ກຽມສຸມໃສ່ແຜນພັດທະນາເສດຖະກິດ ຄັ້ງທີ X ຊຶ່ງມີກົມແຜນການ ແລະ ການເງິນ ເປັນໃຈກາງ, ໃຫ້ປຶກສາຫາລື, ປະສານລະອຽດໃນການເຮັດວຽກຮ່ວມກັນ ແລະ ປະກອບເອກະສານຕ່າງໆໃຫ້ຖືກຕ້ອງຕາມລະບຽບຫຼັກການ.

ຂ່າວ: ກົມແຜນການ ແລະ ການເງິນ

ຮູບພາບ: ພຸດດາວອນ ພາສຸວັນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ