ພິທີເຊັນສັນຍາຮ່ວມມືລົງທຶນ ໂຄງການຂະຫຍາຍເຄືອຂ່າຍ ສັນຍານໂທລະຄົມມະນາຄົມ ໄປສູ່ເຂດຫ່າງໄກສອກຫຼີກ ລະຫວ່າງ ຫ້ອງການກອງເລຂາ ກທດ ຮ່ວມກັບ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ

19/08/2025

ພິທີເຊັນສັນຍາຮ່ວມມືລົງທຶນ ໂຄງການຂະຫຍາຍເຄືອຂ່າຍ ສັນຍານໂທລະຄົມມະນາຄົມ ໄປສູ່ເຂດຫ່າງໄກສອກຫຼີກ ລະຫວ່າງ ຫ້ອງການກອງເລຂາ ກທດ ຮ່ວມກັບ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ

ໃນວັນທີ 15 ສິງຫາ 2025 ຜ່ານມາ, ທີ່ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ໄດ້ມີພິທີເຊັນສັນຍາຮ່ວມມືລົງທຶນ ໂຄງການຂະຫຍາຍເຄືອຂ່າຍ ສັນຍານໂທລະຄົມມະນາຄົມ ໄປສູ່ເຂດຫ່າງໄກສອກຫຼີກທີ່ຍັງບໍ່ມີສັນຍານ ເຂດຈຸດສຸມ ຈຽງຕູບ ແລະ ກະຕູບ ເມືອງເຊໂປນ, ແຂວງ ສະຫວັນນະເຂດ ລະຫວ່າງ ຫ້ອງການກອງເລຂາ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ (ກທດ), ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະພາບໍລິຫານ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ, ມີບັນດາຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງລັດຖະມົນຕີ ກະຊວງການເງິນ, ມີບັນດາຫົວໜ້າກົມ, ສູນ, ອົງການ ແລະ ສະຖາບັນ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະ ແລະ ພະນັກງານວິຊາການ ຈາກຄູ່ຮ່ວມສັນຍາດັ່ງກ່າວເຂົ້າຮ່ວມ.

ໃນພິທີ, ທ່ານ ປະລິນຍາ ພົມມະວິເສດ, ຫົວໜ້າຫ້ອງການກອງເລຂາ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 062/ສກທດ, ລົງວັນທີ 20ມິຖຸນາ 2025 ວ່າດ້ວຍການອະນຸມັດເຊັນສັນຍາຮ່ວມມືລົງທຶນ ໂຄງການຂະຫຍາຍເຄືອຂ່າຍສັນຍານໂທລະຄົມມະນາຄົມ ໄປສູ່ເຂດຫ່າງໄກສອກຫຼີກທີ່ຍັງບໍ່ມີສັນຍານ ເຂດຈຸດສຸມ ຈຽງຕູບ ແລະ ກະຕູບ ເມືອງເຊໂປນ, ແຂວງ ສະຫວັນນະເຂດ ລະຫວ່າງ ຫ້ອງການກອງເລຂາ ກທດ ແລະ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມທັງລາຍງານຄວາມເປັນມາຂອງໂຄງການດັ່ງກ່າວໂດຍສັງເຂບ.

ຈາກນັ້ນ, ທ່ານ ລັດຖະປັນຍາ ຂຽວວົງພະຈັນ, ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ກໍໄດ້ຂຶ້ນລາຍງານ ສະພາບການກໍ່ສ້າງຂະຫຍາຍເຄືອຂ່າຍສັນຍານໂທລະຄົມມະນາຄົມ ຕໍ່ບັນດາແຂກຜູ້ເຂົ້າຮ່ວມພິທີ ໂດຍຍົກໃຫ້ເຫັນສະພາບລວມຂອງການຈັດຕັ້ງປະຕິບັດໂຄງການ ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ໂອກາດໃນຕໍ່ໜ້າ ໃນການຂະຫຍາຍໂຄງຂ່າຍສັນຍານໂທລະຄົມ ເພື່ອເຮັດໃຫ້ເຄືອຂ່າຍສັນຍານສາມາດກວມລວມໃນເຂດຈຸດສຸມດັ່ງກ່າວ ເວົ້າສະເພາະ, ເວົ້າລວມແມ່ນສາມາດຂະຫຍາຍໄປໃນຂອບເຂດທົ່ວປະເທດໂດຍໄວ ເພື່ອໃຫ້ທົ່ວສັງຄົມສາມາດຊົມໃຊ້ໄດ້ຢ່າງທົ່ວເຖິງ ມີປະສິດທິພາບ ແລະ ເປັນທ່າແຮງແກ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຢ່າງແຂງແຮງ.

ຮ່ວມລົງນາມໃນສັນຍາຄັ້ງນີ້ໂດຍ ທ່ານ ປະລິນຍາ ພົມມະວິເສດ, ຫົວໜ້າຫ້ອງການກອງເລຂາ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ, ທ່ານ ສຸດໃຈ ລໍລອນສີ, ຫົວໜ້າອົງການດັດສົມໂທລະຄົມມະນາຄົມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ສຸພົນ ຈັນທະວີໄຊ, ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ.

ຂ່າວ: ພະແນກຂໍ້ມູນຂ່າວສານ, ຫ້ອງການກອງເລຂາ ກທດ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ