20/08/2025
ໃນລະຫວ່າງ ວັນທີ 29-31 ກໍລະກົດ 2025 ທີ່ຜ່ານມາທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ນຳພາຄະນະຜູ້ແທນ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ໄປເຄື່ອນໄຫວວຽກງານ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ເຊິ່ງການໄປຢ້ຽມຢາມຄັ້ງນີ້ ຄະນະໄດ້ພົບປະ ແລະ ເຮັດວຽກຮ່ວມກັບ ຄະນະພັດທະນາ ແລະ ປະຕິຮູບ ແຫ່ງຊາດຈີນ ແລະ ກົມອາຊີ, ກະຊວງການຄ້າ ສປ ຈີນ ເຊິ່ງກົມດັ່ງກ່າວເປັນກອງເລຂາຂອງ ຄະນະກຳມະການຮ່ວມມືຈີນ-ຈີນ, ຈຸດປະສົງແມ່ນເພື່ອທົບທວນຄືນ ສາຍພົວພັນອັນດີງາມຂອງການຮ່ວມມືລະຫວ່າງ ລາວ-ຈີນ ໃນຂົງເຂດວຽກງານ ເຕັກນິກວິທະຍາສາດ ແລະ ການສື່ສານ ຫຼື ການຫັນເປັນດິຈິຕອນຂອງລາວ, ເຊິ່ງ ນັ້ນກໍເປັນການຜັນຂະຫຍາຍ ແນວຄວາມຄິດລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ເຊັ່ນກັນ.

.jpeg)
ໃນການພົບປະທາງການຄັ້ງນີ້, ສອງຝ່າຍໄດ້ເນັ້ນໜັກໃສ່ການຮ່ວມມືກັນສ້າງຊັບພະຍາກອນມະນຸດ ໂດຍສະເພາະແມ່ນຊັບພະຍາກອນມະນຸດຂອງຂົງເຂດ ເຕັກໂນໂລຊີ ແລະ ການສື່ສານ, ເຊິ່ງທີ່ຜ່ານມາ ໄດ້ມີພື້ນຖານຂອງການຮ່ວມມືທີ່ດີແລ້ວ, ແຕ່ຍັງຕ້ອງໄດ້ເອົາໃຈໃສ່ ໂດຍສະເພາະການສ້າງບຸກຄະລາກອນເຕັກນິກວິທະຍາສາດ ແລະ ພະນັກງານ ໄອຊີທີ (ICT) ລວມທັງບຸກລະຄາກອນ ດ້ານການພັດທະນາປັນຍາປະດິດ (AI) ເຊິ່ງນີ້ເປັນບັນຫາສໍາຄັນ ແລະ ເປັນພື້ນຖານຂອງການພັດທະທະແບບຍືນຍົງ; ນອກຈາກນີ້ ຍັງໄດ້ເນັ້ນໜັກ ແລະ ຊຸກຍູ້ເຖິງບາງໂຄງການຊ່ວຍເຫຼືອໂຄງລ່າງພື້ນຖານຂອງຈີນຕໍ່ລາວ ໂດຍສະເພາະ ໂຄງການໂຄງຂ່າຍຂໍ້ມູນຂ່າວສານຄວາມໄວສູງ ແລະ ເສັ້ນທາງເສດຖະກິດສາຍໄໝດິຈິຕອນ (High Speed Information Network and Digital Silk Road Project) ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໂດຍໄວ ເພື່ອປະກອບສ່ວນສ້າງພື້ນຖານອັນສໍາຄັນໃຫ້ແກ່ການຫັນເປັນດິຈິຕອນຂອງລາວ. ນອກຈາກນັ້ນ, ວາລະການພົບປະກັບ ຄະນະພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ ສອງຝ່າຍ ຍັງໄດ້ປຶກສາຫາລື ການວາງແຜນການຮ່ວມມືດ້ານ AI ຂອງສອງປະເທດ ກໍຄືການປະກອບສ່ວນຮ່ວມມືກັບສາກົນເພື່ອຄຸ້ມຄອງ AI ຂອງທົ່ວໂລກ. ພິເສດຄັ້ງນີ້ ຍັງໄດ້ເວົ້າເຖິງ ການຮ່ວມມື ແລະ ຊ່ວຍເຫຼືອຝ່າຍລາວ ໃນການສ້າງ Modul AI ພາສາລາວ, ເພື່ອສ້າງພື້ນຖານອັນສໍາຄັນໃຫ້ແກ່ການ ພັດທະນາລະບົບ AI ໃຫ້ເຂົ້າເຖິງຄົນລາວ, ຮັກສາໄດ້ວັດທະນະທໍາ, ພາສາ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ, ທັງຈະອໍານວຍຄວາມສະດວກໃຫ້ແກ່ຄົນລາວ ເຂົ້າເຖິງ AI ໄດ້ດີຂຶ້ນໃນຕໍ່ໜ້າ. ນອກຈາກນັ້ນ, ສປ ຈີນ ຍັງຍິນດີສະໜັບສະໜູນຊຸກຍູ້ໃຫ້ລາວ ພັດທະນາ ແລະ ນຳໃຊ້ລະບົບ AI ເຂົ້າໃນຂົງເຂດຕ່າງໆ ເປັນຕົ້ນແມ່ນ ການແພດ, ການສຶກສາ, ອຸດສາຫະກຳ, ການຂຸດຄົ້ນບໍ່ແຮ່ ແລະ ການຜະລິດອື່ນໆ ເພື່ອສ້າງທ່າແຮງສໍາຄັນອັນໜຶ່ງໃຫ້ແກ່ລາວ ເຂົ້າໃນການພັດທະນາປະເທດ ໂດຍສະເພາະແມ່ນ ປະກອບສ່ວນສ້າງຍົກສູງກຳລັງການຜະລິດໃຫ້ມີບາດກ້າວໃໝ່. ສອງຝ່າຍຍັງໄດ້ ປຶກສາຫາລື ກ່ຽວກັບ ການການກະກຽມເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການສ້າງຕັ້ງສູນການຮ່ວມມືນະວັດຕະກຳ AI ລາວ-ຈີນ, ບົດບັນທຶກຄວາມເຂົ້າໃຈ ການສ້າງສູນຮ່ວມມືແອັບພລິເຄເຊິນ ແລະ ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືການນໍາໃຊ້ດາວທຽມເປີຍໂຕເຂົ້າໃນການນໍາທາງນໍາອີກ.
ນອກຈາກພົບປະທາງການແລ້ວ, ຄະນະຍັງໄດ້ໄປຢ້ຽມຢາມ ແລະ ຖອດຖອນບົດຮຽນຈາກບັນດາບໍລິສັດທີ່ມີປະສົບການຂອງ ສປ ຈີນ ເຊັ່ນ: ບໍລິສັດ China Unicom ແລະ ບໍລິສັດ iflytek ຈຳກັດ ເພື່ອຮຽນຮູ້ບົດຮຽນກ່ຽວກັບການຫັນເປັນດິຈິຕອນ ຂອງ ສປ ຈີນ, ການນຳໃຊ້ອິນເຕີເນັດພາກພື້ນດິນ ແລະ ການນຳໃຊ້ລະບົບ AI ເຂົ້າໃນຫຼາຍຂະແໜງການ.
.jpeg)

.jpeg)


