ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງຂະແໜງການ ໄປສະນີ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025

16/09/2025

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງຂະແໜງການ ໄປສະນີ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025

ໃນວັນທີ 12 ກັນຍາ 2025 ຜ່ານມາ, ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ກົມໄປສະນີ ໄດ້ດຳເນີນກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງຂະແໜງການໄປສະນີ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025. ໂດຍການເປັນປະທານຂອງ ທ່ານ ປະສິດ ສີສົມບູນ ຮອງຫົວໜ້າກົມໄປສະນີ ມີພະນັກງານພາຍໃນກົມ ແລະ ຜູ້ປະກອບການຂົນສົ່ງໄປສະນີ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ ໄດ້ເຫັນດີ ເປັນເອກະພາບຮັບຮອງເອົາ ຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງຂະແໜງການໄປສະນີ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025. ພ້ອມນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ປະກອບຄຳຄິດຄຳເຫັນ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບວິທີການກວດກາພັດສະດຸ, ການວິເຄາະ-ສັງເກດພຶດຕິກຳຂອງຜູ້ໃຊ້ບໍລິການ ແລະ ປະກົດການຕ່າງໆທີ່ພົບເຫັນຜ່ານມາ ພ້ອມທັງເຫັນດີເປັນເອກະພາບ ໃຫ້ມີການແຕ່ງຕັ້ງຄະນະຮັບຜິດຊອບປະສານງານໃນການສະໜອງຂໍ້ມູນຂ່າວສານວຽກງານແກ້ໄຂບັນຫາຢາເສບຕິດ ລະຫວ່າງ ອົງການຄຸ້ມຄອງໄປສະນີ ແລະ ບັນດາບໍລິສັດທີ່ດຳເນີນກິດຈະການບໍລິການຂົນສົ່ງໄປສະນີ.

ຕອນທ້າຍ, ປະທານກອງປະຊຸມ ໄດ້ສະຫຼຸບຕີລາຄາສູງ ຕໍ່ຄວາມເອົາໃຈໃສ່ໃນການຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ ຂອງຜູ້ປະກອບການຂົນສົ່ງໄປສະນີ ເພື່ອບໍ່ໃຫ້ລຸດລອດອອກສູ່ສັງຄົມ ແລະ ເອົາໃຈໃສ່ຊຸກຍູ້ໃຫ້ມີການນຳໃຊ້ເຄື່ອງມື ເຕັກໂນໂລຊີທັນສະໄໝເຂົ້າໃນການກວດກາພັດສະດຸ, ເອົາໃຈໃສ່ປະຕິບັດບັນດານິຕິກຳ ແລະ ລະບຽບການທີ່ລັດວາງອອກໃຫ້ເຂັ້ມງວດ, ພ້ອມທັງລາຍງານສະພາບແກ່ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ທັນຕາມກຳນົດເວລາ.

ພາບ ແລະ ຂ່າວ: ກົມໄປສະນີ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ