03/10/2025
ໃນລະຫວ່າງວັນທີ 23-25 ກັນຍາ 2025 ທີ່ຜ່ານມາ, ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ນໍາພາຄະນະຜູ້ແທນຈາກ ກະຊວງເຕັກໂນໂລຊີ ແລະການສື່ສານ ແລະ ກົງສູນໃຫຍ່ ສປປ ລາວ ປະຈໍານະຄອນຊາງຊາ ສປ ຈີນ ໄປເຄື່ອນໄຫວວຽກງານທີ່ ນະຄອນຈູໂຈວ ແຂວງຫູນານ ສປ ຈີນ ເພື່ອເຂົ້າຮ່ວມກອງປະຊຸມສາກົນສຸດຍອດການນໍາໃຊ້ລະບົບດາວທຽມເປີຍໂຕ (Beidou) ຄັ້ງທີ 4 (The 4th International Summit on BSD Applications)ພາຍໃຕ້ຫົວຂໍໍ້: “One World, BDS with You-Smart Connectivity across Time and Space” ເຊິ່ງຄະນະກໍາມະການຈັດງານດັ່ງກ່າວປະກອບມີ: ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ, ຫ້ອງການເຄືອຂ່າຍອິນເຕີເນັດ ແຫ່ງຊາດຈີນ, ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ສປ ຈີນ, ກະຊວງໂຍທາທິການ ສປ ຈີນ ແລະ ອຳນາດການປົກຄອງແຂວງຫູໜານ, ອໍານາດການປົກຄອງນະຄອນຈູໂຈ ແລະ ຍັງມີ ບໍລິສັດ China Space Time Information Co.,Ltd. ຈຸດປະສົງການຈັດກອງປະຊຸມ ກໍເພື່ອປຶກສາຫາລື ແລະ ແລກປ່ຽນ ກ່ຽວກັບການຂັບເຄື່ອນອຸດສາຫະກຳ ແລະ ການຂະຫຍາຍຕົວຂອງລະບົບດາວທຽມນຳທາງເປີຍໂຕ (Beidou Navigation Satellite System-BDS), ອີກດ້ານໜຶ່ງກໍເພື່ອຊຸກຍູ້ສົ່ງເສີມການຮ່ວມມືກັບສາກົນ ແລະ ພ້ອມກັນການແລກປ່ຽນເຕັກໂນໂລຊີດ້ານດັ່ງກ່າວ. ກອງປະຊຸມຄັ້ງນີ້ ມີບັນດາຜູ້ຕາງໜ້າຈາກໜ່ວຍງານທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ, ສະຖາບັນການສຶກສາ, ພາກທຸລະກິດ, ຜູ້ຊ່ຽວຊານຈາກ ສປ ຈີນ, ຕາງໜ້າຈາກສະຖານທູດ, ສະຖານກົງສູນ, ອົງການຈັດຕັ້ງສາກົນ ແລະ ບັນດາປະເທດຄູ່ຮ່ວມມືເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວໄດ້ຮັບກຽດເປັນປະທານກ່າວເປີດກອງປະຊຸມໂດຍ ທ່ານ ຕິ່ງ ເຊ່ຍສຽງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ. ສໍາລັບ ສປປ ລາວ ນໍາໂດຍ ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ, ໃນໂອກາດນີ້ ກໍໄດ້ຂຶ້ນກ່າວຄໍາເຫັນໃນວາລະກອງປະຊຸມສໍາມະນາໃນຫົວຂໍ້: “ອຸດສາຫະກຳການນຳໃຊ້ລະບົບດາວທຽມນຳທາງເປີຍໂຕ”, ພ້ອມນັ້ນ ຝ່າຍລາວໄດ້ມີບາງຂໍ້ສະເຫນີຕໍ່ກອງປະຊຸມ ຄື: ຄວນຍູ້ແຮງການຮ່ວມມືພັດທະນາຊັບພະຍາກອນມະນຸດ ເພາະຖ້າບໍ່ມີຜູ້ທີ່ກຳໄດ້ບັນຫາ ກໍຍາກທີ່ຈະຂະຫຍາຍການນໍາໃຊ້ລະບົບທີ່ດີດັ່ງກ່າວ; ຄວນມີການສ້າງໂຄງການຮ່ວມມືຕົວຈິງ ເພື່ອເປັນຕົວແບບຂອງການນໍາໃຊ້ໂດຍສະເພາະຢູ່ ສປປ ລາວ; ຄວນເປີດກວ້າງ ແລະ ຖ່າຍໂອນເຕັກນິກຄວາມຮູ້ດ້ານດັ່ງກ່າວອັນທີ່ ສປປ ລາວ ສາມາດຮັບເອົາໄດ້ ແລະ ຈໍາເປັນໃນການນໍາໃຊ້ ເພື່ອນໍາໄປພັດທະນາຢ່າງມີປະສິດທິພາບ; ຄວນມີການສ້າງກົນໄກແລກປ່ຽນລະຫວ່າງສອງຝ່າຍ ແລະ ຊຸກຍູ້ພາກສ່ວນເອກະຊົນມີການແລກປ່ຽນຄວມຮູ້ເຊິ່ງກັນ ແລະ ກັນກ່ຽວກັບການນໍາໃຊ້ເຕັກນິກດັ່ງກ່າວ.

ນອກຈາກເຂົ້າຮ່ວມກອງປະຊຸມແລ້ວ, ໃນໄລຍະດຽວກັນນີ້, ທ່ານຮອງລັດຖະມົນຕີ ພ້ອມຄະນະ ຍັງໄດ້ເຂົ້າຮ່ວມປະຊຸມພົບປະສອງຝ່າຍ ກັບບໍລິສັດ China Space Time Information Co.,Ltd ຊຶ່ງບໍລິສັດດັ່ງກ່າວມີແຜນທີ່ຈະຮ່ວມມືກັບ ກຕສ ໃນຂົງເຂດວຽກງານລະບົບດາວທຽມນໍາທາງ ແລະ ຂະແໜງການອື່ນໆ ທີ່ບໍລິສັດມີທ່າແຮງ. ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການຊອກວິທີທາງ ເພື່ອຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນການນຳໃຊ້ລະບົບນຳທາງດາວທຽມ ເປີຍໂຕ (Beidou) ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ຄະນະກໍາມະການພັດທະນາ ແລະ ປະຕິຮູບແຫ່ງຊາດ ສປ ຈີນ ໃຫ້ເປັນຮູບປະທໍາ, ສອງຝ່າຍມີແຜນທີ່ຈະສືບຕໍ່ຄົ້ນຄວ້າ ການເຊັນສັນຍາການຮ່ວມມື ແລະ ສ້າງເປັນໂຄງການຮ່ວມມືຮ່ວມກັນ ໃນອະນາຄົດ.

ນອກນັ້ນ, ຄະນະຍັງໄດ້ໄປຢ້ຽມຢາມ ບໍລິສັດ Hunan BDS Micro Chipset Industrial Development Co.,Ltd, ທີ່ນະຄອນຊາງຊາ, ແຂວງຫູໜານ ເພື່ອຊຸກຍູ້ໂຄງການຮ່ວມມືສ້າງສູນຄຸ້ມຄອງ ແລະ ບໍລິການຂໍ້ມູນດາວທຽມ ແຫ່ງຊາດ ລະຫວ່າງສອງຝ່າຍໃຫ້ສາມາດການຈັດຕັ້ງປະຕິບັດຕາມແຜນທີ່ກໍານົດໄວ້.

ພາບ ແລະ ຂ່າວ: ກອງເລຂາຕິດຕາມຄະນະ

