03/10/2025
ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ບໍລິສັດ Link Capital Pte.Ltd ໄດ້ຈັດພິທີລົງນາມເຊັນບົດບັນທຶກການຮ່ວມມື ຄວາມເປັນໄປໄດ້ການຊຸກຍູ້ການຫັນປ່ຽນດ້ານດິຈິຕອນ ໂດຍການຍົກລະດັບໂຄງລ່າງພື້ນຖານ ICT, ພັດທະນາການບໍລິການດ້ານດິຈິຕອນ, ສ້າງລະບົບນິເວດທີ່ເໝາະສົມກັບການນໍາໃຊ້ນະວັດຕະກຳເພື່ອພັດທະນາເສດຖະກິດ ແລະ ສັງຄົມ.
ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 02 ຕຸລາ 2025, ທີ່ໂຮງແຮມດັບໂບທຣີ, ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກຕສ, ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກຕສ ແລະ ທ່ານ Denny Chong (ແດນນີ້ ຈອງ) ປະທານ ບໍລິສັດ Link Capital Pte.Ltd ຈາກສິງກະໂປ ພ້ອມດ້ວຍຕາງໜ້າຈາກບັນດາກົມ/ທຽບເທົ່າ ພາຍໃນ ກຕສ ແລະ ພາກສ່ວນ ບໍລິສັດ Link Capital Pte.Ltd ເຂົ້າຮ່ວມທັງໝົດ 40 ທ່ານ.
ການລົງນາມບົດບັນທຶກການຮ່ວມມືໃນຄັ້ງນີ້ ບໍ່ພຽງແຕ່ເປັນການສ້າງຂອບຄວາມຮ່ວມມືລະຫວ່າງໜ່ວຍງານເທົ່ານັ້ນ ແຕ່ຈະຊ່ວຍເສີມຂະຫຍາຍຄວາມຮູ້, ຄວາມສາມາດໃນການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີ, ຊ່ວຍສ້າງບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ຈະມີບົດບາດສຳຄັນໃນການຍົກສູງຄວາມສາມາດໃນການແຂ່ງຂັນຂອງປະເທດໃນລະດັບພາກພື້ນ ແລະ ສາກົນ, ຊຶ່ງສອດຄ່ອງກັບທິດທາງການພັດທະນາດ້ານເສດຖະກິດດິຈິຕອນແຫ່ງຊາດ ຂອງ ສປປ ລາວ ທີ່ສຸມໃສ່ການນຳໃຊ້ເຕັກໂນໂລຊີເຂົ້າໃນການຂັບເຄື່ອນເສດຖະກິດ ແລະ ສ້າງຜົນປະໂຫຍດສູງສຸດໃຫ້ແກ່ປະຊາຊົນ.
ຮ່ວມລົງນາມຄັ້ງນີ້ໂດຍ ທ່ານ ພວງປະເສີດ ແກ້ວສຸວັນ, ຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ Denny Chong (ແດນນີ້ ຈອງ), ປະທານ ບໍລິສັດ Link Capital Pte.Ltd, ໂດຍໃຫ້ກຽດເປັນສັກຂີພິຍານຂອງ ບັນດາທ່ານຮອງລັດຖະມົນຕີ ແລະ ແຂກທີ່ເຂົ້າຮ່ວມໃນພິທີ.

