ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເດີນທາງເຂົ້າຮ່ວມສໍາມະນາ ແລະ ງານວາງສະແດງ The Eight World Voice Expo ແລະ iFLYTEK Global 1024 Developer Festival 2025 ທີ່ ແຂວງ ອານຮຸຍ ສປ ຈີນ

10/11/2025

ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເດີນທາງເຂົ້າຮ່ວມສໍາມະນາ ແລະ ງານວາງສະແດງ The Eight World Voice Expo ແລະ iFLYTEK Global 1024 Developer Festival 2025 ທີ່ ແຂວງ ອານຮຸຍ ສປ ຈີນ

ໃນລະຫວ່າງວັນທີ 5-7 ພະຈິກ 2025 ທີ່ຜ່ານມາ, ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ນຳພາຄະນະຜູ້ແທນ ເດີນທາງເຂົ້າຮ່ວມງານສຳມະນາ, ງານວາງສະແດງ The Eight World Voice Expo ແລະ iFLYTEK Global 1024 Developer Festival 2025 ທີ່ ເມືອງ ເຫີເຟີຍ, ແຂວງ ອານຮຸຍ, ສປ ຈີນ.

ງານວາງສະແດງດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 6 ພະຈິກ 2025, ທີ່ ສູນກິລາ ແຂວງ ອານຮຸຍ, ເປັນງານວາງສະແດງທີ່ສຳຄັນ ທີ່ຈັດໂດຍບໍລິສັດ iFLYTEK ຈໍາກັດ ຮ່ວມກັບລັດຖະບານທ້ອງຖິ່ນ ແຂວງ ອານຮຸຍ, ໂດຍໃນງານໄດ້ຮັບກຽດຈາກ ທ່ານ ເຟີ້ຍ ກາວຢູນ, ຄະນະກຳມະການປະຈຳຄະນະພັກແຂວງ ອານຮຸຍ, ເລຂາພັກເມືອງ ເຫີເຟີຍ ຂຶ້ນກ່າວເປີດງານ. ງານດັ່ງກ່າວ ເປັນງານວາງສະແດງດ້ານອຸດສາຫະກຳປັນຍາປະດິດ (AI), ດ້ານນະວັດຕະກໍາ ແລະ ສໍາຫຼວດຄວາມກ້າວໜ້າຫຼ້າສຸດໃນດ້ານປັນຍາປະດິດ. ນອກນັ້ນ, ຍັງເປັນເວທີສຳລັບນັກພັດທະນາຜູ້ທີ່ມີຄວາມສົນໃຈດ້ານເຕັກໂນໂລຊີ ແລະ ຍັງໄດ້ເຊີນຜູ້ຊ່ຽວຊານດ້ານປັນຍາປະດິດເພື່ອມາແລກປ່ຽນແນວຄວາມຄິດ ໂດຍສະເພາະແມ່ນການສຸມໃສ່ເຕັກໂນໂລຊີທີ່ກ່ຽວຂ້ອງກັບປັນຍາປະດິດ. ພາຍໃນງານມີກິດຈະກຳທີ່ຫຼາກຫຼາຍ ເຊັ່ນ: ກອງປະຊຸມດ້ານວິຊາການ, ການສາທິດຜະລິດຕະພັນ ແລະ ກອງປະຊຸມປີ່ນອ້ອມອື່ນໆ ຊຶ່ງມີຜູ້ເຂົ້າຮ່ວມຈຳນວນຫຼວງຫຼາຍຈາກທົ່ວໂລກ ແລະ ທົ່ວປະເທດໃນຂະແໜງການເຕັກໂນໂລຊີ. ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຂຶ້ນກົດປຸ່ມເປີດງານຮ່ວມກັບການນຳແຂວງ ເຫີເຟີຍ ແລະ ປະທານບໍລິສັດ iFLYTEK ຈຳກັດ.

ໃນວັນດຽວກັນ, ທ່ານຮອງລັດຖະມົນຕີ ພ້ອມຄະນະ ໄດ້ພົບປະສອງຝ່າຍ ກັບ ຄະນະນຳຂອງບໍລິສັດ iFLYTEK ຈໍາກັດ ທີ່ສໍານັກງານໃຫຍ່ຂອງບໍລິສັດ ເພື່ອປຶກສາຫາລືກັນໃນການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ (MoU) ໂດຍສະເພາະ ດ້ານໂຄງລ່າງພື້ນຖານປັນຍາປະດິດ, ການພັດທະນາພລັດຟອມປັນຍາປະດິດ (AI Platform), ການສ້າງຂໍ້ມູນ (Data/Corpus/Fine Tuning), ການພັດທະນາບຸກຄະລາກອນ ແລະ ແຜນການຢ້ຽມຢາມຂອງການນໍາແຕ່ລະຂັ້ນຕາມຂອບຮ່ວມມື.

 

ພາບ ແລະ ຂ່າວ: ກອງເລຂາຕິດຕາມ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ