ກອງປະຊຸມສໍາມະນາຍຸດທະສາດເພີ່ມທະວີຄວາມປອດໄພຂອງເຄືອຂ່າຍໃຫ້ເປັນອົງການທີ່ມີໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສໍາຄັນຂອງຊາດ

14/10/2022

ກອງປະຊຸມສໍາມະນາຍຸດທະສາດເພີ່ມທະວີຄວາມປອດໄພຂອງເຄືອຂ່າຍໃຫ້ເປັນອົງການທີ່ມີໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສໍາຄັນຂອງຊາດ

ໃນຕອນເຊົ້າຂອງວັນທີ 14 ຕຸລາ 2022 ນີ້, ທີ່ໂຮງແຮມ ຄລາວພຣາຊ່າ, ນະຄອນຫຼວງວຽງຈັນ, ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ຮ່ວມກັບ ບໍລິສັດ Fortinet, ປະເທດໄທ ໄດ້ຈັດກອງປະຊຸມສໍາມະນາໃນຫົວຂໍ້: ຍຸດທະສາດເພີ່ມທະວີຄວາມປອດໄພຂອງເຄືອຂ່າຍໃຫ້ເປັນອົງການທີ່ມີໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສໍາຄັນຂອງຊາດ ໃຫ້ກຽດເຂົ້າເປັນປະທານກ່າວເປີດໂດຍທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກຕສ, ຊຶ່ງມີບັນດານັກສໍາມະນາກອນຈາກບັນດາກົມອ້ອມຂ້າງກະຊວງ ແລະ ບັນດາກະຊວງ, ອົງການບໍລິສັດ ແລະ ພາກສ່ວນທີ່ຖືກເຊີນ ເຂົ້າຮ່ວມຈໍານວນ 60 ກວ່າທ່ານ.

ຈຸດປະສົງຂອງການຈັດກອງປະຊຸມສໍາມະນາໃນຄັ້ງນີ້ແມ່ນເພື່ອເປັນການແລກປ່ຽນຄວາມຮູ້ ແລະ ເສີມສ້າງຄວາມຮູ້ຄວາມເຂົ້າໃຈໃຫ້ແກ່ບັນດາຜູ້ເຂົ້າຮ່ວມ ກ່ຽວກັບ ຄວາມສໍາຄັນ ແລະ ສີ່ງທ້າທາຍໃນວຽກງານຄວາມປອດໄພໄຊເບີ ຕໍ່ໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສຳຄັນ ທັງເປັນການແລກປ່ຽນຄວາມຮູ້ ແລະ ປະສົບການທາງດ້ານວິທີການປ້ອງກັນໄພຄຸກຄາມຈາກການໂຈມຕີໃນຫຼາຍຮູບ ທີ່ນໍາໃຊ້ເຕັກໂນໂລຊີດີຈີຕ໋ອນເຂົ້າໃນການຄວບຄຸມລະບົບຄວບຄຸມໂຮງຈັກ, ໂຮງງານ (Industrial /SCADA Control System) ຮ່ວມກັບ ຊ່ຽວຊານຈາກປະເທດໄທ ເພື່ອຈະເອົາມານໍາໃຊ້ເຂົ້າໃນການປົກປ້ອງໂຄງລາງພື້ນຖານຂໍ້ມູນທີ່ສໍາຄັນ ລວມທັງຄວາມປອດໄພເຄືອຂ່າຍໃນອົງກອນຂອງຕົນໃຫ້ມີຄວາມເຂັ້ມແຂງ ແລະ ຄວາມປອດໄພໃຫ້ດີຂື້ນເທື່ອລະກ້າວ.

        ໃນໂອກາດດັ່ງກ່າວ ທ່ານ ປອ. ສັນຕິສຸກ ສິມມາລາວົງ ໄດ້ກ່າວວ່າ: ປັດຈຸບັນ, ລັດຖະບານແຫ່ງ ສປປ ລາວ ກໍາລັງສຸມໃສ່ການຫັນເປັນດິຈິຕ໋ອນ ໃນການພັດທະນາເສດຖະກິດ - ສັງຄົມ ແຫ່ງຊາດ ຊຶ່ງ​ແຜນ​ງານ​​ເປີດກວ້າງ​ການ​ຮ່ວມ​ມື​ດິ​ຈິ​ຕ໋ອນ​ ແລະ ແຜນງານດ້ານການພັດທະນາຊັບພະຍາກອນມະນຸດທາງດ້ານດິຈິຕອນ ເປັນປັດໄຈໜຶ່ງທີ່ສໍາຄັນ ເພື່ອຜັນຂະຫຍາຍຍຸດທະສາດ ການພັດທະນາຄວາມປອດໄພຂອງການນຳໃຊ້ເຕັກໂນໂລຊີ ດິຈິຕ໋ອນ ແລະ ຍຸດທະສາດການພັດທະນາພື້ນຖານໂຄງລ່າງ. ດັ່ງນັ້ນ, ວຽກງານຄວາມປອດໄພທາງໄຊເບີ ນອກຈາກຈະມີຄວາມສຳຄັນ ສຳລັບສະພາບການປ່ຽນແປງຂອງເຕັກໂນໂລຊີໃນສັງຄົມໃນປັດຈຸບັນແລ້ວ ຍັງເປັນວຽກງານທີ່ບັນດານັກຊ່ຽວຊານ ແລະ ນັກບໍລິຫານ ຈະຕ້ອງໄດ້ຄິດໄປໃນອານາຄົດ ເພື່ອປ້ອງກັນເຫດບໍ່ໃຫ້ເກີດບັນຫາທີ່ບໍ່ອາດຄາດເຖິງໄດ້. ສະນັ້ນ, ຈຶ່ງເປັນໂອກາດດີ ທີ່ ກຕສ ກໍຄືກົມຄວາມປອດໄພທາງໄຊເບີ ໄດ້ມີໂອກາດ ປະເມີນຄວາມຕ້ອງການ ທີ່ເປັນດ້ານສຳຄັນ ເພື່ອສ້າງຄວາມເຊື່ອໝັ້ນໃນການນຳໃຊ້ລະບົບທີ່ມີຄວາມປອດໄພ ໃຫ້ແກ່ຜູ້ຊົມໃຊ້ ແລະ ເພີ່ມທະວີຄວາມປອດໄພຂອງເຄື່ອຂ່າຍ ໃຫ້ບັນດາອົງການຈັດຕັ້ງພາກລັດ ແລະ ເອກະຊົນ ທີ່ມີໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສຳຄັນລະດັບຊາດ ໃຫ້ແທດເໝາະກັບ ສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງ. ພ້ອມນີ້, ທ່ານໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ຕໍ່ບໍລິສັດ Fortinet, ທີ່ໄດ້ໃຫ້ການຊຸກຍູ້, ສົ່ງເສີມ ກ່ຽວກັບວຽກງານທາງດ້ານຄວາມປອດໄພຂອງເຄືອຂ່າຍ ໃຫ້ເປັນອົງການທີ່ມີໂຄງລ່າງພື້ນຖ່ານຂໍ້ມູນຂ່າວສານ ທີ່ເປັນໜຶ່ງໃນບັນດາກິດຈະກຳ ໃນການຈັດຕັ້ງຜັນຂະຫຍາຍ ຍຸດທະສາດການສ້າງຈິດສໍານຶກ ແລະ ພັດທະນາຊັບພະຍາກອນມະນຸດ. ຊຶ່ງຈະເປັນໂອກາດທີ່ດີ ທີ່ຜູ້ເຂົ້າຮ່ວມຈະໄດ້ນໍາເອົາບົດຮຽນ ທາງດ້ານວຽກງານດັ່ງກ່າວມານຳໃຊ້ຢູ່ ສປປ ລາວ.

ໃນກອງປະຊຸມສໍາມະນາ ໄດ້ຮັບຟັງການບັນຍາຍຫຼາຍຄໍາແນະນໍາ ຈາກຊ່ຽວຊານ ບໍລິສັດ Fortinet, ປະເທດໄທ ເປັນຕົ້ນ: ກົນລະຍຸດໃນການເອົາຊະນະໃນຍຸກ Disruption, ຄວາມທ້າທາຍດ້ານຄວາມປອດໄພໄຊເບີເຕັກໂນໂລຊີໃນທາງປະຕິບັດການ, ສະຫຼຸບລະບົບປະຕິບັດການທີ່ນໍາໃຊ້ເຕັກໂນໂລຊີ (Operational Technology), ການປ້ອງກັນຜູ້ນໍາໃຊ້ອິນເຕີເນັດ ຈາກໄລຍະໄກ ແລະ ແນວທາງການຈັດຕັ້ງປະຕິບັດ ດ້ານຄວາມປອດໄພທາງໄຊເບີ ສໍາລັບໂຄງສ້າງພື້ນຖານທີ່ສໍາຄັນ. ນອກນີ້, ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມຖາມ -ຕອບ ເເລກປ່ຽນຄວາມຮູ້ກັບນັກຊ່ຽວຊານ ເພື່ອນໍາເອົາຄວາມຮູ້ດັ່ງກ່າວມາໝູນໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ມີປະສິດທິຜົນສູງສຸດ.

ພາບ + ຂ່າວ: ເລັກເຊ່ຍ ສຸດທິວົງ, ພະແນກປະຊາສໍາພັນ

   
 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ