5 ໜ່ວຍພັກ ກຕສ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ

18/10/2022

5 ໜ່ວຍພັກ ກຕສ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ

ໃນວັນທີ 14 ຕຸລາ 2022 ຜ່ານມານີ້, ທີ່ຫ້ອງປະຊຸມສະຖາບັນເຕັກໂນໂລຊີ ແລະ ການສື່ສານ(ຫຼັກ3), ໜ່ວຍພັກສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ, ໜ່ວຍພັກກົມໄປສະນີ, ໜ່ວຍພັກກົມຄື້ນຄວາມຖີ່ວິທະຍຸສື່ສານ, ໜ່ວຍພັກຫ້ອງການກະຊວງ ແລະ ສູນບໍລິຫານລັດດິຈິຕ໋ອນ,  ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກຕສ, ມີບັນດາສະຫາຍໃນຄະນະພັກກະຊວງ, ເລຂາ, ຮອງເລຂາບັນດາໜ່ວຍພັກກົມ/ທຽບເທົ່າ, ຕາງໜ້າສາມອົງການຈັດຕັ້ງມະຫາຊົນ ແລະ ບັນດາສະມາຊິກພັກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ສະຫາຍ ພົນປະສິດ ພິດສະໄໝ, ຄະນະພັກກະຊວງ, ເລຂາໜ່ວຍພັກສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ ແລະ ສະຫາຍ ນາງ ເກສອນ ສຸລິວົງ, ຄະນະພັກກະຊວງ, ຮອງເລຂາໜ່ວຍພັກກົມໄປສະນີ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງຂອງພັກປະຊາຊົນປະຕິວັດລາວ ຈຳນວນ 05 ສະຫາຍ, ຍິງ  03 ສະຫາຍ.

ໃນເວລາຕໍ່ມາ ສະຫາຍ ໄຊລືຊາ ອິນສີຊຽງໃໝ່, ຄະນະປະຈຳພັກກະຊວງ, ເລຂາໜ່ວຍພັກກົມຄື້ນຄວາມຖີ່ວິທະຍຸສື່ສານ; ສະຫາຍ ພູຂົງ ຈິດຮູບໂລກ, ຄະນະປະຈຳພັກກະຊວງ, ເລຂາໜ່ວຍພັກຫ້ອງການກະຊວງ ແລະ ສະຫາຍ ປອ. ທະວີສັກ ມະໂນທຳ, ຄະນະພັກກະຊວງ, ເລຂາໜ່ວຍພັກສູນບໍລິຫານລັດ ດິຈິຕ໋ອນ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ ຈຳນວນ 03 ສະຫາຍ, ຍິງ 01 ສະຫາຍ.

ໃນໂອກາດດັ່ງກ່າວ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຍັງໄດ້ໃຫ້ກຽດໂອ້ລົມ  ແລະ  ໃຫ້ທິດຊີ້ນໍາ ແກ່ບັນດາສະຫາຍສະມະຊິກພັກສໍາຮອງ ແລະ ສົມບູນໃໝ່ ເອົາໃຈໃສ່ໃນການປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ຢ່າງເຂັ້ມງວດ ແລະ ສາມາດກໍາແໜ້ນໄດ້ 5 ຫຼັກການ 3 ທິດນຳຂອງພັກ, ເຊີດຊູພາລະບົດບາດ ແລະ ຄວາມສາມາດການຈັດຕັ້ງນຳພາປະຕິບັດໃຫ້ສູງຂຶ້ນ, ເອົາໃຈໃສ່ສືບຕໍ່ເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນ, ຝຶກຝົນຫຼໍ່ຫຼອມ ແລະ ພັດທະນາຕົນເອງ ກ້າຕັດສິນໃຈ, ກ້າຄິດ, ກ້າຮັບຜິດຊອບ, ສຸມສະຕິປັນຍາ, ສູ້ຊົນບຸກບືນຫ້າວຫັນປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ໄດ້ຮັບຜົນສຳເລັດ.

ພາບ ແລະ ຂ່າວ: ນ. ທັດສະນີ ພົງບັນດິດ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ