ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງ ລັດຖະມົນຕີກະຊວງຖະເເຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ

04/11/2022

ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງ ລັດຖະມົນຕີກະຊວງຖະເເຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ

        ໃນວັນທີ 28 ຕຸລາ 2022 ຜ່ານມານີ້, ທີ່ຫ້ອງຮັບເເຂກຂອງກະຊວງເຕັກໂນໂລຊີ ແລະ ການສຶື່ສານ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຫງ໋ວຽນ ຮິວ ຢຸ້ງ, ຮອງລັດຖະມົນຕີກະຊວງະເເຫຼງຂ່າວ ແລະ ການສື່ສານ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

         ໃນໂອກາດດັ່ງກ່າວ, ທ່ານ ຫງ໋ວຽນ ຮິວ ຢຸ້ງ ໄດ້ສະເເດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີ ທີ່ໃຫ້ກຽດຕ້ອນຮັບ ອັນອົບອຸ່ນ ໃນຄັ້ງນີ້, ພ້ອມທັງໄດ້ກ່າວຈຸດປະສົງ ໃນການມາເຄື່ອນໄຫວທີ່ ສປປ ລາວ ເພື່ອເສີມຂະຫຍາຍການຮ່ວມມືດ້ານການຫັນປ່ຽນເປັນດິຈິຕ໋ອນ ລະຫວ່າງ ສອງປະເທດ ກໍຄື ການຮັດເເໜ້ນການຮ່ວມມື ກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ. ທ່ານ ຫງ໋ວຽນ ຮິວ ຢຸ້ງ ໄດ້ນໍາສະເໜີກ່ຽວກັບບັນດາແຜນການຮ່ວມມືຈຸດສຸມ ດ້ານການສ້າງພື້ນຖານໂຄງລ່າງດິຈິຕ໋ອນທີ່ເຂັ້ມເເຂງ ແລະ ການຖ່າຍທອດເຕັກໂນໂລຊີ, ໂປຼເເກຼມ ທີ່ທັນສະໄໝ ຊ່ວຍເຫຼືອເເກ່ ສປປ ລາວ, ພ້ອມທັງໄດ້ໃຫ້ຄໍາໝັ້ນສັນຍາວ່າຈະຊຸກຍູ້ບັນດາແຜນວຽກຮ່ວມມືຈຸດສຸມຂອງສອງກະຊວງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ສໍາເລັດຕາມກຳນົດເວລາ ໃນປີທີ່ມີຄວາມໝາຍຄວາມສໍາຄັນພິເສດ ລະຫວ່າງ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ- ລາວ ປີ 2022 ນີ້.

        ໂອກາດດຽວກັນນັ້ນ, ທ່ານ ລັດຖະມົນຕີ ກໍໄດ້ກ່າວສະເເດງຄວາມຂອບໃຈ ຕໍ່ທ່ານຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຮ່ວມເຮັດວຽກ ແລະ ພົບປະກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ຂອງ ສປປ ລາວ ໃນຄັ້ງນີ້ ພ້ອມທັງກ່າວຂອບໃຈຕໍ່ການນໍາສະເໜີແຜນວຽກ ແລະ ບັນດາເຕັກໂນໂລຊີ ແລະ ໂປຼເເກຼມ ທີ່ທັນສະໄໝຂອງຝ່າຍ ຫວຽດນາມ ຊຶ່ງລ້ວນເເຕ່ເປັນບັນດາວຽກງານທີ່ສໍາຄັນ ແລະ ມີຄວາມຈຳເປັນຢ່າງຍິ່ງສໍາລັບ ສປປ ລາວ ພ້ອມທັງສະເໜີແຕ່ງຕັ້ງບັນດາກົມທີ່ກ່ຽວຂ້ອງ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມເຮັດ ວຽກຕົວຈິງກັບຄະນະຝ່າຍຫວຽດນາມ ແລະ ໄດ້ອວຍພອນໃຫ້ການເຄື່ອນໄຫວເຮັດວຽກໃນຄັ້ງນີ້ຂອງຄະນະປະສົບຜົນສໍາເລັດ ແລະ ເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ.

 

 

 

ວິໄສທັດແຜນພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ວິໃສທັດ,ແຜນຍຸດທະສາດ ແລະ ແຜນການ 5 ປີ ຄັ້ງທີ III (2021-2025)
ວາ​ລະ​ສານ ໄອ​ຊີ​ທີ 17
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ