ອດທ ແລະ ພຕສ ນະຄອນຫຼວງວຽງຈັນ ພົບປະແລກປ່ຽນດ້ານວິຊາການ

23/11/2022

ອດທ ແລະ ພຕສ ນະຄອນຫຼວງວຽງຈັນ ພົບປະແລກປ່ຽນດ້ານວິຊາການ

       ໃນຕອນເຊົ້າຂອງວັນທີ 22 ພະຈິກ 2022 ນີ້, ທີ່ຫ້ອງປະຊຸມສະຖາບັນເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ (ຊັ້ນ 1, ຕຶກ F), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ມີກອງປະຊຸມພົບປະແລກປ່ຽນດ້ານວິຊາການ ລະຫວ່າງ ອົງການດັດສົມໂທລະຄົມມະນາຄົມ (ອດທ), ກຕສ ແລະ ພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) ນະຄອນຫຼວງວຽງຈັນ.  ໃຫ້ກຽດເປັນປະທານຮ່ວມກັນຂອງ ທ່ານ ປອ. ນາງ ໃຈມາລີ ພະກະຊຸມ ຮອງຫົວໜ້າອົງການດັດສົມໂທລະຄົມມະນາຄົມ ແລະ ທ່ານ ສີຄອນ ອ່ອນສີພັນລາ  ກຳມະການພັກນະຄອນຫຼວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າພະແນກ ຕສ ນະຄອນຫຼວງວຽງຈັນ, ຊຶ່ງມີພະນັກງານ-ວິຊາການທີ່ກ່ຽວຂ້ອງຂອງສອງພາກສ່ວນເຂົ້າຮ່ວມ 20 ກວ່າທ່ານ.

      ກອງປະຊຸມໃນຄັ້ງນີ້ ກໍເພື່ອຕອບສະໜອງຕາມຈຸດປະສົງຂອງ ພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ ໃນການເຂົ້າມາເຮັດວຽກກ່ຽວກັບການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖີ່ນ, ການຊຸກຍູ້ສົ່ງເສີມ, ເກືອດຫ້າມປະເພດການບໍລິການ, ການປະສານສົມທົບ, ແຜນການເຜີຍແຜ່ວຽກຫັນເປັນທັນສະໄໝ, ຂະບວນການຂຶ້ນທະບຽນເລກໝາຍໂທລະສັບ ແລະ ການແກ້ໄຂວຽກຕິດຕັ້ງຊຸມສາຍທີ່ຍັງບໍ່ໄດ້ມາດຕະຖານ. ກອງປະຊຸມ ໄດ້ດໍາເນີນໄປພາຍໃຕ້ບັນຍາຍກາດການແລກປ່ຽນຄໍາຄິດ-ຄໍາເຫັນ ຢ່າງກົງໄປກົງມາ ແລະ ໃຫ້ຂໍ້ມູນຢ່າງຖືກຕ້ອງຄົບຖ້ວນ ມີລັກສະນະວິຊາການທີ່ຖືກຕ້ອງຕາມສະພາບຄວາມເປັນຈິງ ສອດຄ່ອງກັບທິດຊີ້ນໍາ-ນໍາພາ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກົດໝາຍ, ລະບຽບການ ແລະ ເຕັກນິກການໃຫ້ບໍລິການໂທລະຄົມມະນາຄົມໃນທ້ອງຕະຫຼາດຕົວຈິງ.  

        ພ້ອມນີ້, ໃນແຜນການຕໍ່ໜ້າທັງສອງພາກສ່ວນ ຍັງຈະສຶບຕໍ່ປະສານສົມທົບ, ແລກປ່ຽນບົດຮຽນ ແລະ ສ້າງກິດຈະກໍາຮ່ວມກັນຢ່າງສະໝໍ່າສະເໝີ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ຄວາມເອກະພາບໃນການຈັດຕັ້ງປະຕິບັດຮ່ວມກັນໃນແຕ່ລະຂັ້ນ.      

                   

         ພາບ ແລະ ຂ່າວ: ອົງການດັດສົມໂທລະຄົມມະນາຄົມ  

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ