ກຕສ ເປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ VI

28/11/2022

ກຕສ ເປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ VI

           ໃນວັນທີ 25 ພະຈິກ 2022 ຜ່ານມາ, ທີ່ຫ້ອງປະຊຸມຊັ້ນ 2 ຂອງ ສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ VI ​ໃຫ້ແກ່ບັນດາສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງ ຂອງ ກຕສ  ໂດຍໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານພັກ, ລັດຖະມົນຕີ ກຕສ ແລະ ສະຫາຍ ປອ. ດາວສະຫວັນ ເຄືອມີໄຊ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ. ເຂົ້າຮ່ວມໃນພິທີມີບັນດາ ຄະນະພັກກະຊວງ, ຄູອາຈານຈາກໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ, ຕາງໜ້າບັນດາຫ້ອງການ, ກົມ, ສະຖາບັນ, ສູນ, ອົງການ ແລະ ຄະນະພັກຮາກຖານບໍລິສັດ ລັດວິສາຫະກິດ ພ້ອມດ້ວຍນັກສຳມະນາກອນທັງໝົດ 60 ກວ່າສະຫາຍ.

 

        ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ກໍເພື່ອເປັນການຍົກລະດັບຄວາມຮູ້ພື້ນຖານໃຫ້ແກ່ສະມາຊິກພັກ ເປັນຕົ້ນແມ່ນຫຼັກມູນພຶ້ນຖານຂອງທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ; ເພື່ອຍົກລະດັບທາງດ້ານທິດສະດີການເມືອງ, ຫຼັກໜັ້ນ ແລະ ທັດສະນະຊົນຊັ້ນກຳມະກອນ, ຮູ້ຈຳແນກມິດ-ສັດຕູ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ກໍຄືຈຸດໝາຍການປະຕິວັດຂອງປະເທດເຮົາ; ເພື່ອຝຶກຝົນຫຼໍ່ຫຼອມຄຸນສົມບັດ, ຄຸນທາດປະຕິວັດ, ສ້າງແບບແຜນການດຳລົງຊີວິດທີ່ປອດໃສຂາວສະອາດ, ຍົກສູງສະຕິລະວັງຕົວຕໍ່ເລ້ລ່ຽມກົນອຸບາຍ ຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູ, ກຽມພ້ອມຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ແລະ ປະຕິບັດສອງໜ້າທີ່ຍຸດທະສາດໃຫ້ສຳເລັດຜົນ ແລະ ເພື່ອເຊື່ອມຊຶມ ແລະ ກຳແໜ້ນແນວທາງ, ແຜນນະໂຍບາຍຂອງພັກ, ເປັນຕົ້ນແມ່ນແນວທາງການປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ພ້ອມກັນນັ້ນ ກໍຍັງເປັນການສ້າງຄວາມເປັນເອກະພາບກັບແນວທາງ, ແຜນນະໂຍບາຍຂອງພັກ ເພື່ອນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນຂົງເຂດວຽກງານຕົວຈິງໃຫ້ເກີດດອກອອກຜົນ,​ ທັງເປັນການຕ້ານທັດສະນະຜິດເຂວອອກຈາກແນວທາງ, ແຜນນະໂຍບາຍຂອງພັກ.

      ຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ VI ໃນຄັ້ງນີ້ໃຊ້ເວລາ 45 ວັນ ຫຼື 315 ຊົ່ວໂມງ, ນັກສຳມະນາກອນຈະໄດ້ຄົ້ນຄວ້າຮໍ່າຮຽນ 5 ພາກວິຊາ, ແຕ່ລະວິຊາຈະໄດ້ສົມທຽບກັບແນວທາງນະໂຍບາຍຂອງພັກ ປະກອບເຂົ້ານຳພື້ນຖານທິດສະດີການເມືອງ-ການປົກຄອງ ປະກອບມີ 33 ບົດຄື: 1) ພາກວິຊາປັດຊະຍາ ປະກອບມີ 6 ບົດ; 2) ພາກວິຊາເສດຖະກິດການເມືອງ ປະກອບມີ 8 ບົດ; 3) ພາກວິຊາລັດຖິສັງຄົມນິຍົມວິທະຍາສາດ ປະກອບມີ 6 ບົດ; 4) ພາກວິຊາບໍລິຫານສາດ ປະກອບມີ 8 ບົດ ແລະ 5) ພາກວິຊາກໍ່ສ້າງພັກ ປະກອບມີ 5 ບົດ. ນັກສຳມະນາກອນເຂົ້າຮ່ວມຝຶກອົບຮົມທັງໝົດມີ ຈຳນວນ 56 ສະຫາຍ, ຍິງ 28 ສະຫາຍ; ສະມາຊິກພັກສົມບູນ 49 ສະຫາຍ, ຍິງ 25 ສະຫາຍ; ສຳຮອງ 7 ສະຫາຍ,​ ຍິງ 3 ສະຫາຍ. ໃນນັ້ນ, ສະມາຊິກພັກທີ່ມີຕຳແໜ່ງເບື້ອງລັດຂັ້ນພະແນກ 6 ສະຫາຍ, ຍິງ 2 ສະຫາຍ; ຮອງຫົວໜ້າພະແນກ 28 ສະຫາຍ, ຍິງ 16 ສະຫາຍ; ຫົວໜ້າ ແລະ ຮອງຫົວໜ້າພາກສ່ວນຂອງບັນດາບໍລິສັດ 2 ສະຫາຍ.

        ພາບ ແລະ ຂ່າວ: ນາງ ທັດສະນີ ພົງບັນດິດ, ພະແນກປະຊາສຳພັນ

 

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ