ເວທີສົນທະນາ ການຫັນເປັນດິຈິຕ໋ອນ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນຍຸກປະຕິວັດອຸດສະຫະກຳ 4.0

21/12/2022

ເວທີສົນທະນາ ການຫັນເປັນດິຈິຕ໋ອນ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນຍຸກປະຕິວັດອຸດສະຫະກຳ 4.0

       ໃນຕອນເຊົ້າຂອງວັນທີ 21 ທັນວາ 2022 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດເວ​ທີ​ສົນ​ທະ​ນາ "ການຫັນເປັນດິຈິຕ໋ອນ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນຍຸກປະຕິວັດອຸດສະຫະກຳ 4.0 ຂຶ້ນພາຍໃຕ້ຄໍາຂວັນ “ການຮ່ວມມືທົ່ວສັງຄົມເພື່ອການຫັນເປັນດິຈິຕ໋ອນ” ໃນງານສັບປະດາດິຈິຕ໋ອນລາວ (Lao Digital Week 2022), ທີ່ຫໍປະຊຸມແຫ່ງຊາດ (ຫຼັກ 6), ນະຄອນຫຼວງວຽຈັນ. ໃຫ້ກຽດຂຶ້ນກ່າວເປີດພິທີ ໂດຍ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກຕສ ແລະ ການເປັນປະທານຂອງ ທ່ານ ນາງ ປອ. ໃຈມາລີ ພະກະຊຸມ, ຮອງຫົວໜ້າອົງການດັດສົມໂທລະຄົມ, ກຕສ ມີບັນດາຄະນະກົມ/ທຽບເທົ່າ, ຄະນະພະແນກ/ຮ້ອງພະແນກ ພາຍໃນ ກຕສ, ຜູ້​ຕາງ​ໜ້າ​ຈາກບັນ​ດາ​ກະ​ຊວງ, ພາກ​ທຸ​ລະ​ກິດ, ພາກ​ການ​ສຶກ​ສາ ແລະ ບັນດາແຂກ​ຖື​ກ​ເຊີນ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດເຂົ້າຮ່ວມ. ໂດຍການຂຶ້ນເປັນນັກວິທະຍາກອນ ຂອງ ທ່ານ ພູທອງ ສີສະຫວັດ ຮອງຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ,  ກຕສ, ທ່ານ ນາງ ລຳມອນ ສົມມະໄລວົງ ຮອງຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງ, ທະນາຄານແຫ່ງ ສປປ ລາວ, ທ່ານ ທະນຸສອນ ພົນອາມາດ ປະທານ LICA ແລະ ທ່ານ ສົມໄຊ ທຳມະພັດ ຫົວໜ້າພະແນກ,  ກະຊວງແຜນການ ແລະ ການລົງທຶນ. ພ້ອມນີ້, ຍັງມີນັກວິທະຍາກອນ ທີ່ມາຈາກທະນາຄານການຄ້າແຫ່ງປະເທດລາວ, ບໍລິສັດ ລາວໂທລະຄົມມະນາຄົມ ຈໍາກັດ (LTC), ບໍລິສັດ ເບສ ເທເລຄອມ (Best telecom), NEC, Thaicom ແລະ GSMA APAC.

          ທ່ານ ແກ້ວວິສຸກ ໂສລະພົມ ໄດ້ກ່າວວ່າ: ປັດຈຸບັນ, ເຕັກໂນໂລຊີດິຈິຕ໋ອນ ແມ່ນມີການພັດທະນາຢ່າງກ້າວກະໂດດ ແລະ ໄວວາ, ມັນໄດ້ກາຍເປັນເຄື່ອງມືທີ່ສຳຄັນໃຫ້ແກ່ການເຄື່ອນໄຫວ, ການດຳລົງຊິວິດຂອງມວນມະນຸດເຮົາ ແລະ ເປັນປັດໄຈທີ່ສໍາຄັນໃຫ້ແກ່ຄົນເຮົາສາມາດເຊື່ອມຈອດກັນໂດຍບໍ່ມີພົມແດນ, ຕອບສະໜອງໄດ້ຄວາມວ່ອງໄວ, ຄວາມຖືກຕ້ອງ,​ ຊັດເຈນ ແລະ ທັນການ. ຍິ່ງໄປກວ່ານັ້ນ, ເຕັກໂນໂລຊີດິຈິຕ໋ອນ ໄດ້ມີການພັດທະນາໄປໄກ ແລະ ນໍາໃຊ້ເຂົ້າໃນທຸກຂົງເຂດວຽກງານ ຈຶ່ງເຮັດໃຫ້ສາມາດລວມສູນການຄຸ້ມຄອງ ທີ່ເປັນເອກະພາບ, ທັນສະໄໝ ແລະ ປະຢັດງົບປະມາານທີ່ສຸດ ໂດຍສະເພາະການນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI), ຂໍ້ມູນໃຫຍ່ (Big data), ກຸ່ມຂໍ້ມູນຜູກພັນ (Blockchain), ຂໍ້ມູນສະເໝືອນຈິງ (VR/AU). ປັດຈຸບັນ ຫຼາຍປະເທດໃນໂລກແມ່ນໄດ້ເອົາໃຈໃສ່ພັັດທະນາ  ບັນດາເຕັກໂນໂລຊີເຫຼົ່ານີ້ ເຂົ້າໃນທຸກວຽກງານ ເພື່ອສ້າງສັງຄົມໃຫ້ເປັນ Smart community, Smart Economy, Smart Living, Smart Government ແລະ ອື່ນໆ ເພື່ອກ້າວໄປສູ່ເມືອງທັນສະໄໝ (Smart City) ແລະ ອຸດສະຫະກຳ 4.0 ຢ່າງເຕັມຮູບແບບ. ໂດຍເຫັນໄດ້ຄວາມສຳຄັນດັ່ງກ່າວ ສປປ ລາວ ກໍຄື ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈຶ່ງໄດ້ຈັດງານ Digital Week 2022  ຂຶ້ນ ພາຍໃຕ້ຄໍາຂັວນ: ການຮ່ວມມືທົ່ວສັງຄົມເພື່ອການຫັນເປັນດິຈິຕ໋ອນ(Collaboration Across Lao Digital Transformation) ເພື່ອເປັນເວທີແລກປ່ຽນ ແລະ ເປີດໂອກາດໃຫ້ສັງຄົມລາວ ໂດຍສະເພາະແມ່ນຜູ້ປະກອບການດ້ານໂທລະຄົມ, ໄອຊີທີ, ຄວາມປອດໄພໄຊເບີ ສະແດງ ແລະ ແລກປ່ຽນຜະລິດຕະພັນຕົນ. ພ້ອມດຽວກັນນັ້ນ, ກໍໃຫ້ມີສ່ວນຮ່ວມໃນການປະກອບຄຳຄິດຄຳເຫັນ, ແລກປ່ຽນຄວາມຮູ້ ປະສົບການ ໃນການພັດທະນາເຕັກໂນໂລຊີດິຈິຕ໋ອນຂອງລາວ.  ເວ​ທີ​ສົນ​ທະ​ນາດັ່ງກ່າວນີ້, ຈະເກີດຂຶ້ນຢ່າງເປັນປົກກະຕິ ແລະ ນັບມື້ນັບຍິ່ງໃຫຍ່ຂຶ້ນ ຊຶ່ງມັນສະແດງອອກເຖິງຜົນສຳເລັດທາງດ້ານການພັດທະນາວຽກງານເຕັກໂນໂລຊີດິຈິຕ໋ອນ ຂອງ ສປປ ລາວ ບໍ່ວ່າຈະຢູ່ໃນພາກລັດ ແລະ ເອກະຊົນ, ສະຖາບັນການສຶກສາ ເພື່ອແນ່ໃສ່ການພັດທະນາປະເທດລາວ ໃຫ້ເປັນປະເທດ ທີ່ມີຄວາມພ້ອມໃນການບໍລິຫານ ແລະ ໃຫ້ບໍລິການ ດ້ວຍເຕັກໂນໂລຊີທັນສະໄໝ.

              ຂ່າວ: ເລັກເຊ່ຍ ສຸດທິວົງ
 

 

ວິໄສທັດແຜນພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ວິໃສທັດ,ແຜນຍຸດທະສາດ ແລະ ແຜນການ 5 ປີ ຄັ້ງທີ III (2021-2025)
ວາ​ລະ​ສານ ໄອ​ຊີ​ທີ 17
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ