ກຕສ ສໍາເລັດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ VI

30/01/2023

ກຕສ ສໍາເລັດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ VI

       ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ກ່ຽວກັບວຽກງານກໍ່ສ້າງພັກໃນຂົງເຂດວຽກງານການເມືອງແນວຄິດ. ສະນັ້ນ, ກົມຈັດຕັ້ງ ແລະ ພະນັກງານ, ກຕສ ຮ່ວມກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ຈັດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ໃຫ້ແກ່ສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງ ກຕສ ຂຶ້ນ ເພື່ອຍົກລະດັບຄວາມຮູ້ຄວາມເຂົ້າໃຈ ທາງດ້ານທິດສະດີການເມືອງ ແລະ ຄວາມເປັນເອກະພາບ ຕໍ່ແນວທາງການເມືອງ ແລະ ແຜນນະໂຍບາຍຂອງພັກ-ລັດ ໃນໄລຍະໃໝ່ ແລະ ເຂົ້າໃຈຕໍ່ລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ມີຄວາມຮູ້ຕື່ມ ກ່ຽວກັບຫຼັກການໃນການເປັນຜູ້ນຳ.

        ຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະ 45 ວັນ ໃນຄັ້ງນີ້ ແມ່ນໄດ້ຈັດຂຶ້ນເປັນຊຸດທີ VI ຂອງ ກຕສ ຊຶ່ງໄດ້ດຳເນີນມາແຕ່ວັນທີ 25 ພະຈິກ 2022 ຊຶ່ງມີນັກສໍາມະນາກອນທັງໝົດ ຈຳນວນ 56 ສະຫາຍ, ຍິງ 25 ສະຫາຍ ໄດ້ຮັບການຖ່າຍທອດຄວາມຮູ້ຈາກບັນດາຄູ-ອາຈານ ຜູ້ມີຄວາມຮູ້, ຄວາມສາມາດ ແລະ ມີປະສົບການໃນການສິດສອນຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຳນວນ 31 ສະຫາຍ, ປະກອບມີສາດສະດາຈານ 1 ສະຫາຍ, ຮອງສາດສະດາຈານ 2 ສະຫາຍ, ປະລິນຍາເອກ 15 ສະຫາຍ ແລະ ປະລິນຍາໂທ 16 ສະຫາຍ. ຊຶ່ງເຮັດໃຫ້ບັນດາຜູ້ເຂົ້າຝຶກອົບຮົມມີຄວາມເຂົ້າໃຈຢ່າງຈະແຈ້ງຕໍ່ວຽກງານ ທີ່ນຳມາເຜີຍແຜ່ ແລະ ສາມາດປະຕິບັດ ບັນດາເນື້ອໃນຫຼັກສູດທີ່ໄດ້ກຳນົດໄວ້ຢ່າງຄົບຖ້ວນສົມບູນ. ຜ່ານການຝຶກອົບຮົມ ນັກສໍາມະນາກອນ ໄດ້ຂຽນບົດປະເມີນຜົນ, ຄວາມຮັບຮູ້ຂອງຕົນເອງ, ການສິດສອນຂອງຄູ-ອາຈານ ແລະ ການຕິດຕາມຊຸກຍູ້ຂອງຄະນະຮັບຜິດຊອບ ຊຶ່ງສາມາດຕີລາໄດ້ຄື: ສາມາດຮັບຮູ້ ແລະ ເຂົ້າໃຈ ໃນລະລັບດີຫລາຍມີຈຳນວນ 49 ສະຫາຍ ເທົ່າກັບ 87,5 % ແລະ ໃນລະລັບດີມີຈຳນວນ 7 ສະຫາຍ ເທົ່າກັບ 12,5 %. ໂດຍຄະນະຮັບຜິດຊອບ ໄດ້ເອົາໃຈໃສ່ຕິດຕາມສະພາບການຝຶກອົບຮົມຢ່າງໃກ້ຊິດ, ມີການປະສານວຽກງານລະຫວ່າງຄູອາຈານ ແລະ ຄະນະຮັບຜິດຊອບ. ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍໄດ້ຖືສໍາຄັນຕໍ່ການຈັດຕັ້ງຊຸດຝຶກອົບຮົມໃນຄັ້ງນີ້ ຈຶ່ງໄດ້ຈັດສົ່ງຄູ-ອາຈານ ຜູ້ທີ່ມີປະສົບການສູງໃນການຂຶ້ນຫ້ອງສອນ, ມີຄວາມຮູ້, ຄວາມສາມາດທີ່ແນ່ນອນ ໃນການສົ່ງຄວາມຮູ້ໃຫ້ແກ່ຜູ້ຮຽນໄດ້ດີ. ບັນດາຜູ້ເຂົ້າຮ່ວມ ກໍມີຄວາມຕັດສິນໃຈ, ຕັ້ງໃຈສູງໃນການຄົ້ນຄວ້າຮໍ່າຮຽນ, ເອົາໃຈໃສ່ໃນການສົນທະນາຄົ້ນຄວ້າ ແລະ ຕັ້ງຄຳຖາມຕໍ່ຄູ-ອາຈານເຖິງບັນຫາທີ່ສົນໃຈ ຫຼື ບັນຫາທີ່ຍັງບໍ່ທັນເຂົ້າໃຈຢ່າງເລິກເຊິ່ງ. ດັ່ງນັ້ນ, ຈຶ່ງເຮັດໃຫ້ຜູ້ເຂົ້າ ສາມາດຮັບຮູ້, ເຂົ້າໃຈ ແລະ ນຳເອົາຄວາມຮູ້ທີ່ຕົນໄດ້ຮຽນມາໄປຜັນຂະຫຍາຍນຳໃຊ້ເຂົ້າໃນວຽກງານຕົວຈິງທີ່ຕົນເອງຮັບຜິດຊອບໃຫ້ໄດ້ຮັບຜົນສຳເລັດ.

       ສໍາລັບເນື້ອໃນ, ຫຼັກສູດ, ເອກະສານຝຶກອົບຮົມ ແມ່ນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປັນຜູ້ຮັບຜິດຊອບ ລວມທັງອາຈານສອນໃນພາກວິຊາຕ່າງໆນັບແຕ່ມື້ເລີ່ມຕົ້ນ ຈົນຈົບຫຼັກສູດຂອງການຮຽນ ໂດຍປະກອບມີ 5 ພາກວິຊາ, ລວມທັງໝົດ 33 ບົດ ຄື: ພາກວິຊາປັດຊະຍາ: ມີ 6 ບົດ, ພາກວິຊາເສດຖະສາດການເມືອງ: ມີ 8 ບົດ, ພາກວິຊາລັດທິສັງຄົມນິຍົມວິທະຍາສາດ: ມີ 6 ບົດ, ພາກວິຊາບໍລິຫານສາດ: ມີ 8 ບົດ ແລະ ພາກວິຊາກໍ່ສ້າງພັກ: ມີ 5 ບົດ ໃຊ້ເວລາ 45 ວັນ ຫຼື 315 ຊົ່ວໂມງ.

         ພິທີປິດຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 27 ມັງກອນ 2023 ທີ່ຫ້ອງປະຊຸມໃຫຍ່ ກຕສ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກຕສ ແລະ ສະຫາຍ ນ. ບຸນມີ ຈຸນລະຈັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີສະຫາຍ. ປອ ນ. ໄກສອນ ຈັນສີນາ, ກຳມະການຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ, ບັນດາສະຫາຍເລຂາໜ່ວຍພັກ ບັນດາກົມ/ທຽບເທົ່າ ແລະ ຄະນະພັກຮາກຖານ ບໍລິສັດ ລັດວິສາຫະກິດ ທີ່ຂຶ້ນກັບອົງຄະນະພັກ ກຕສ ພ້ອມດ້ວຍນັກສໍາມະນາກອນ ທັງໝົດ ເຂົ້າຮ່ວມ. ໃນພິທິປິດຊຸດຝຶກອົບຮົມຄັ້ງນີ້, ສະຫາຍ ນ. ບຸນມີ ຈຸນລະຈັກ ໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາທີ່ສຳເລັດຝຶກອົບຮົມ.

          ພາບ+ຂ່າວ: ເລັກເຊ່ຍ ສຸດທິວົງ.

 

ວິໄສທັດແຜນພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ວິໃສທັດ,ແຜນຍຸດທະສາດ ແລະ ແຜນການ 5 ປີ ຄັ້ງທີ III (2021-2025)
ວາ​ລະ​ສານ ໄອ​ຊີ​ທີ 17
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ