ລັດຖະມົນຕີ ກຕສ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ພຕສ ແຂວງ ໄຊຍະບູລີ

21/02/2023

ລັດຖະມົນຕີ ກຕສ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ພຕສ ແຂວງ ໄຊຍະບູລີ

ໃນຕອນບ່າຍຂອງວັນທີ 20 ກຸມພາ 2023 ນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຮັດວຽກ ຢູ່ ພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) ແຂວງ ໄຊຍະບູລີ.

ໂອກາດດັ່ງກ່າວ, ທ່ານ ອິນສະຫວັນ ພົມປັນຍາ ຫົວໜ້າ ພຕສ ແຂວງ ໄຊຍະບູລີ ພ້ອມດ້ວຍຄະນະພະແນກ, ບັນດາບໍລິສັດໂທລະຄົມມະນາຄົມ ແລະ ອ້າຍນ້ອງພະນັກງານພາຍໃນພະແນກ ໄດ້ໃຫ້ການຕ້ອນຮັບຄະນະຢ່າງອົບອຸ່ນ.ພ້ອມນັ້ນ, ທ່ານຫົວໜ້າພະແນກ ກໍໄດ້ລາຍງານສະພາບການເຄື່ອນໄຫວວຽກງານໃນໄລຍະຜ່ານມາໂດຍຫຍໍ້ ຊຶ່ງມີຜົນງານສະແດງອອກ ຄື: ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ໄຊຍະບູລີ ປະກອບມີ 4 ຂະແໜງ, ມີພະນັກງານທັງໝົດ 32 ທ່ານ, ຍິງ 13 ທ່ານ.ໃນໄລຍະຜ່ານມາ ພະແນກໄດ້ເອົາໃຈໃສ່ສູ້ຊົນໄດ້ຜົນງານພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນ: ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ແກ່ອ້າຍນ້ອງພະນັກງານລັດຖະກອນ, ວຽກງານວິຊາສະເພາະທີ່ເປັນພື້ນຖານ ເຊັ່ນ: ໄດ້ອໍານວຍຄວາມສະດວກໃຫ້ແກ່ການຂະຫຍາຍສາຂາການໃຫ້ບໍລິການຮັບຝາກ-ຈັດສົ່ງເຄື່ອງໄປສະນີ ຕາມການອະນຸມັດຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈໍານວນ 9 ສາຂາ ກວມ11 ເມືອງ ເຮັດໃຫ້ປະຊາຊົນເຂົ້າເຖິງ ແລະ ໃຊ້ບໍລິການສະດວກຂຶ້ນ; ໄດ້ຕິດຕາມ, ກວດກາ ແລະ ຊຸກຍູ້ບັນດາສາຂາບໍລິສັດຜູ້ໃຫ້ການບໍລິການດ້ານໂທລະຄົມມະນາຄົມພາຍໃນແຂວງ ຂະຫຍາຍພື້ນຖານໂຄງລ່າງດ້ານໂທລະຄົມໄປສູ່ເຂດຊຸມຊົນ, ເຂດຊົນນະບົດ ຊຶ່ງສາມາດເຮັດໃຫ້ສັນຍານລະບົບມືຖືກວມເອົາ 425 ບ້ານ; ສາມາດຂຶ້ນທະບຽນເລກໝາຍໂທລະສັບ ແລະ ອິນເຕີເນັດໄດ້ 255,748ເລກໝາຍ; ໄດ້ອອກ, ຕໍ່ໃບຢັ້ງຢືນໃຫ້ສາຂາການດໍາເນີນທຸລະກິດຮັບຝາກ-ຈັດສົ່ງ ແລະ ແຈກຢາຍເຄື່ອງໄປສະນີໄດ້ທັງໝົດ 09 ຫົວໜ່ວຍ, ອອກໃບອະນຸຍາດເລກໝາຍສາຍດ່ວນ 3 ຕົວເລກ,4 ຕົວເລກ ໄດ້ 4 ຫົວໜ່ວຍ, ໃບອະນຸຍາດຕົວແທນຈໍາໜ່າຍເລກໝາຍໂທລະສັບ 31 ຫົວໜ່ວຍ, ອະນຸຍາດຕິດຕັ້ງເສົາ ຮັບ-ສົ່ງ ສັນຍານ ໂທລະສັບມືຖືໃຫ້ບໍລິສັດໂທລະຄົມ 9 ຕົ້ນ, ອອກໃບອະນຸຍາດຮ້ານຈໍາໜ່ວຍ ແລະ ສ້ອມແປງອຸປະກອນໄອຊີທີໄດ້ຈໍານວນ 133 ຫົວໜ່ວຍ, ຕໍ່ໃບອະນຸຍາດການນໍາໃຊ້ຄື້ນຄວາມທີ່ວິທະຍຸສື່ສານລະບົບໂຟນີ ຈໍານວນ 6 ຫົວໜ່ວຍ, ຍົກເລີກໃບອະນຸຍາດ 2 ຫົວໜ່ວຍ.  ສໍາລັບວຽກງານໃນຕໍ່ໜ້າ ພະແນກຍັງຈະສືບຕໍ່ສົມທົບກັບການນໍາຂັ້ນເມືອງເພື່ອຄົ້ນຄວ້າສະເໜີສ້າງຕັ້ງຫ້ອງການເຕັກໂນໂລຊີ ແລະ ການສື່ສານ ຈໍານວນ 04 ເມືອງ ທີ່ມີເງື່ອນໄຂ ຄື: ເມືອງ ແກ່ນທ້າວ, ເມືອງພຽງ, ເມືອງເງິນ ແລະ ເມືອງຊຽງຮ່ອນ. ໃນການພົບປະຄັ້ງນີ້ ຍັງໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ, ການສະເໜີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາທີ່ພົບພໍ້ໃນການເຄື່ອນໄຫວປະຕິບັດວຽກງານຂອງພະນັກງານພາຍໃນພະແນກ ພ້ອມທັງສົນທະນາແລກປ່ຽນສະພາບຈຸດພິເສດບັນດາວຽກງານໃນຂົງເຂດເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ຢ່າງກົງໄປກົງມາດ້ວຍບັນຍາກາດອັນຟົດຟື້ນ ແລະ ໄດ້ຄວາມໝາຍ.

ຕ້ອນທ້າຍຂອງການພົບປະ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍໄດ້ກ່າວສະແດງຄວາມຊົມເຊີຍຕໍ່ພະແນກທີ່ສາມາດຍາດໄດ້ຜົນງານຫຼາຍດ້ານ ພ້ອມທັງມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ເພື່ອເປັນເຂັມຊີ້ທິດເຍືອງທາງໃນການປະຕິບັດໜ້າທີ່ວຽກງານຂອງອ້າຍນ້ອງພະນັກງານພາຍໃນພະແນກ. ທ່ານຍັງໄດ້ເນັ້ນໜັກໃຫ້ພະນັກງານທຸກຄົນຕ້ອງຕັດສິນໃຈບຸກບືນພັດທະນາຕົນເອງໃຫ້ທ່ວງທັນກັບສະພາບການຢູ່ສະເໝີ ບໍ່ວ່າຈະເປັນທາງດ້ານວຽກງານວິຊາສະເພາະ, ແບບແຜນວິທີການເຮັດວຽກ ຕະຫຼອດຮອດທັກສະໃນການນໍາໃຊ້ເຕັກໂນໂລຊີໃໝ່ໆທີ່ທັນສະໄໝເພື່ອໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ ແນໃສ່ລົບລ້າງໄພກືກດິຈິຕອນໃນທົ່ວສັງຄົມ. ພ້ອມດຽວກັນນັ້ນ, ກໍຕ້ອງຈັດຕັ້ງຜັນຂະຫຍາຍບັນດາແຜນງານ, ມະຕິຕ່າງໆຂອງລັດຖະບານ ກໍຄື ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ແຂວງ ໄຊຍະບູລີ ວາງອອກໃຫ້ປາກົດຜົນເປັນຈິງ. ໂອກາດດັ່ງກ່າວ ກະຊວງ ຍັງໄດ້ມອບຄອມພິວເຕີຕັ້ງໂຕະ ຈໍານວນ 2 ຊຸດ, ເຄື່ອງພິມເອກະສານ ຈໍານວນ 1 ຊຸດ ແລະ ປື້ມນິຕິກໍາທີ່ຕິດພັນກັບຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃຫ້ແກ່ ພຕສ ແຂວງ ເພື່ອເປັນເຄື່ອງມືໃນການນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ຊຶ່ງໃຫ້ກຽດມອບໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຮັບໂດຍ ທ່ານ ອິນສະຫວັນ ພົມປັນຍາ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ໄຊຍະບູລີ ໂດຍມີຫົວໜ້າຫ້ອງການ, ກົມ, ສູນ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະພະແນກ ພ້ອມດ້ວຍອ້າຍນ້ອງພະນັກງານ ເຂົ້າຮ່ວມເປັນສັກຂີພິຍານ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ