ບໍລິສັດ ອີທີແອວ ມອບຄອມພິວເຕີ ໃຫ້ແກ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ

15/03/2023

ບໍລິສັດ ອີທີແອວ ມອບຄອມພິວເຕີ ໃຫ້ແກ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ

        ໃນຕອນແລງຂອງວັນທີ 14 ມີນາ 2023 ທີ່ຜ່ານມາ, ທີ່ຫ້ອງຮັບແຂກຊັ້ນ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ມີພິທີມອບ-ຮັບ ຄອມພິວເຕີ ລະຫວ່າງ ບໍລິສັດ ອີທີແອວ ຈຳກັດ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈໍານວນ 4 ຊຸດ, ລວມມູນຄ່າ 30,000,000 ກີບ. ຊຶ່ງມອບໂດຍ ທ່ານ ສະຫວັນ ລາດສະດີ ຜູ້ອຳນວຍການໃຫຍ່ ບໍລິສັດ ອີທີແອວ ຈຳກັດ ແລະ ໃຫ້ກຽດຮັບໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

        ຈຸດປະສົງຂອງການມອບຄິມພິວເຕີໃນຄັ້ງນີ້ ແມ່ນເພື່ອເປັນການປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການຊຸກຍູ້ວຽກງານຫັນເປັນທັນສະໄໝ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ. ຊຶ່ງໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ ກຕສ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ບໍລິສັດ ອີທີແອລ ຈໍາກັດ ທີ່ໄດ້ປະກອບສະໜອງເຄື່ອງອຸປະກອບໄອທີ ພ້ອມທັງມອບໃບກຽດຕິຄຸນໃຫ້ແກ່ບໍລິສັດອີກດ້ວຍ.

           ຂຽນຂ່າວ: ພຸດດາວອນ ພາສຸວັນ (ພະແນກປະຊາສຳພັນ)

 

ວິໄສທັດແຜນພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ວິໃສທັດ,ແຜນຍຸດທະສາດ ແລະ ແຜນການ 5 ປີ ຄັ້ງທີ III (2021-2025)
ວາ​ລະ​ສານ ໄອ​ຊີ​ທີ 17
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ