ກຽມຈັດງານວາງສະແດງ, ຈັບຄູ່ຮ່ວມມືດ້ານເຕັກໂນໂລຊີ ນະວັດຕະກຳ ລາວ-ຫວຽດນາມ(Tech-Innovation Laos-Vietnam) ປະຈໍາປີ 2023

23/03/2023

ກຽມຈັດງານວາງສະແດງ, ຈັບຄູ່ຮ່ວມມືດ້ານເຕັກໂນໂລຊີ ນະວັດຕະກຳ ລາວ-ຫວຽດນາມ(Tech-Innovation Laos-Vietnam) ປະຈໍາປີ 2023

ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ຈະໄດ້ຈັດງານວາງສະແດງ, ຈັບຄູ່ຮ່ວມມືດ້ານເຕັກໂນໂລຊີ ນະວັດຕະກຳ ລາວ-ຫວຽດນາມ (Tech Innovation Laos-Vietnam) ປະຈໍາປີ 2023 ໃນຕົ້ນເດືອນເມສາທີ່ຈະມາເຖິງນີ້.
ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຖະແຫຼງຂ່າວກ່ຽວກັບການຈັດງານດັ່ງກ່າວໃນຕອນແລງຂອງວັນທີ 21 ມີນາ 2023 ນີ້ວ່າ: ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ສສ ຫວຽດນາມຈະໄດ້ຈັດງານວາງສະແດງ, ຈັບຄູ່ຮ່ວມມືດ້ານເຕັກໂນໂລຊີ ນະວັດຕະກຳ ລາວ-ຫວຽດນາມ (Tech-Innovation Laos-Vietnam) ປະຈໍາປີ 2023 ຊຶ່ງຄາດວ່າຈະຈັດຂຶ້ນໃນລະຫວ່າງວັນທີ 4-5 ເມສາ 2023, ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ນະຄອນຫຼວງງວຽງຈັນ. ຈຸດປະສົງຂອງການຈັດງານແມ່ນເພື່ອຊຸກຍູ້ການຮ່ວມມືດ້ານການນຳໃຊ້, ຖ່າຍທອດເຕັກໂນໂລຊີ ນະວັດຕະກຳ ແລະ ຊອກຄູ່ຮ່ວມມື ລະຫວ່າງ ໜ່ວຍງານຄົ້ນຄວ້າວິໄຈ ແລະ ບັນດາວິສາຫະກິດຂອງສອງປະເທດ, ເພີ່ມທະວີການພົວພັນຮ່ວມມືຮອບດ້ານບົນພື້ນຖານນ້ຳໃຈມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດ ທີ່ເປັນມູນເຊື້ອອັນຍາວນານ ລະຫວ່າງ ລາວ-ຫວຽດນາມ; ເພື່ອເຊື່ອມໂຍງບັນດານັກຄົ້ນຄວ້າວິໄຈ ແລະ ນັກພັດທະນາເຕັກໂນໂລຊີ ນະວັດຕະກຳ ຂອງຫວຽດນາມ ກັບບັນດາອົງການຂອງລັດ ແລະ ບັນດາຫົວໜ່ວຍທຸລະກິດລາວ ເພື່ອຊຸກຍູ້ສົ່ງເສີມດ້ານການຄ້າ ແລະ ການລົງທຶນດ້ານເຕັກໂນໂລຊີ ນະວັດຕະກຳ ໃນຂົງເຂດທີ່ສຳຄັນຂອງລາວ ແລະ ເພື່ອສົ່ງເສີມການຖ່າຍທອດເຕັກໂນໂລຊີ, ການນຳໃຊ້ນະວັດຕະກຳ ສ້າງ ແລະ ຊອກກາລະໂອກາດໃນການຮ່ວມມື, ການລົງທຶນ ແລະ ການຖ່າຍທອດເຕັກໂນໂລຊີ ລະຫວ່າງບັນດາອົງການຈັດຕັ້ງ, ບັນດາວິສະຫະກິດ ລາວ-ຫວຽດນາມ.
ໃນງານຄັ້ງນີ້ ເປັນການຮ່ວມມືລະຫວ່າງ 2 ກະຊວງ ກໍຄື ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ໄດ້ມີການເຊື້ອເຊີນບັນດາສະຖາບັນການຄົ້ນຄວ້າ, ສະຖາບັນການສຶກສາ, ພາກສ່ວນທຸລະກິດ ແລະ ຜູ້ປະກອບການທຸລະກິດ Startup ທີ່ມີຊື່ສຽງ ຈາກ 2 ປະເທດເຂົ້າຮ່ວມ, ຊຶ່ງຈະໄດ້ຈັດຫຼາຍກິດຈະກໍາຢ່າງເປັນຂະບວນຟົດຟື້ນ ເຊັ່ນ: ງານວາງສະແດງກ່ຽວກັບເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ເຕັກໂນໂລຊີດິຈິຕ໋ອນ,ພະລັງງານທົດແທນ, ການບຳບັດສິ່ງແວດລ້ອມ, ການເກັບຮັກສາອາຫານ-ເຕັກໂນໂລຊີປຸງແຕ່ງ, ຂົງເຂດການທ່ອງທ່ຽວ, ການຄ້າເອເລັກໂຕຣນິກ (E-commerce), ເຕັກໂນໂລຊີ ນະວັດຕະກຳໃໝ່, ຜົນງານການຄົ້ນຄວ້າ ແລະ ຜະລິດຕະພັນຈາກຫົວຄິດປະດິດສ້າງ ຂອງທຸລະກິດ Startup ຈາກ ສປປ ລາວ ແລະ ສສ ຫວຽດນາມ ຈຳນວນ 60 ກວ່າ ຮ້ານວາງສະແດງ. ໃນນັ້ນ, ຄາດຄະເນມີຮ້ານວາງສະແດງ ຂອງຫວຽດນາມ ຈຳນວນ 30 ຮ້ານ ແລະ ຮ້ານວາງສະແດງຂອງຄູ່ຮ່ວມມືລາວ ຈຳນວນ 30 ຮ້ານ.
ພ້ອມນັ້ນ, ກໍຍັງຈະມີກອງປະຊຸມສຳມະນາ ກ່ຽວກັບວິຊາການ ຫົວຂໍ້: ເປີດກວ້າງການຮ່ວມມື ແລະ ກຳນົດແຜນພັດທະນາ ລະບົບນິເວດນະວັດຕະກຳ ແລະ ຜູ້ປະກອບການທຸລະກິດ Startup; ເວທີເສວະນາ ການເຊື່ອມໂຍງດ້ານເຕັກໂນໂລຊີ ແລະ ຜູ້ປະກອບການທຸລະກິດ Startup. ເນື້ອໃນຕົ້ນຕໍ: (1) ຂຸດຄົ້ນຊອກຮູ້, ຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳ ຢູ່ ສສ ຫວຽດນາມ; (2) ຊຸກຍູ້ສົ່ງເສີມຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳ ຂອງ ສປປ ລາວ; (3) ກຳນົດແຜນຮ່ວມມື ເພື່ອພັດທະນາລະບົບນິເວດ ນະວັດຕະກຳໃໝ່ ລະຫວ່າງ ສອງປະເທດ ສປປ ລາວ ແລະ ສສ ຫວຽດນາມ; ແລະ (4) ພັດທະນາລະບົບນິເວດ ນະວັດຕະກຳໃໝ່ ສສ ຫວຽດນາມ ແລະ ເປີດກວ້າງຮ່ວມກັບ ສປປ ລາວ.
ດັ່ງນັ້ນ, ຈຶ່ງຂໍເຊີນຊວນມາຍັງບັນດາກະຊວງ, ຂະແໜງການພາກລັດ, ສະຖາບັນຄົ້ນຄວ້າ, ສະຖາບັນການສຶກສາ, ມະຫາວິທະຍາໄລ, ພາກທຸລະກິດ ເອກະຊົນ ແລະ ຜູ້ປະກອບການດ້ານໄອຊີທີ ແລະ ດິຈິຕ໋ອນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມໃນງານດັ່ງກ່າວ ເພື່ອວາງສະແດງຜົນງານ ໃຫ້ການອຸປະຖຳ ແລະ ເຂົ້າຊົມກິດຈະກຳຕ່າງໆຂອງການວາງສະແດງຄັ້ງນີ້ ຢ່າງຟົດຟື້ນ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ