ຄຊປປລ ກຕສ ເປີດກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມ ຄັ້ງທີ 4 ສະໄໝທີ II

26/04/2023

ຄຊປປລ ກຕສ ເປີດກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມ ຄັ້ງທີ 4 ສະໄໝທີ II

       ໃນຕອນເຊົ້າຂອງວັນທີ 26 ເມສາ 2023 ນີ້, ທີ່ ຫ້ອງປະຊຸມຊັ້ນ 4, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຄຊປປລ ກຕສ) ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມ ຄັ້ງທີ 4 ສະໄໝທີ II ຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ແກ້ວວິສຸກ ໂສລະພົມ, ຄະນະປະຈຳພັກ ກະຊວງ, ຮອງລັດຖະມົນຕີ ກຕສ, ມີສະຫາຍ ພວງປະເສີດ ແກ້ວສຸວັນ, ກຳມະການ ສູນກາງ ຄຊປປລ, ເລຂາ ຄຊປປລ ກຕສ, ມີປະທານສະຫະພັນກໍາມະບານ, ປະທານສະຫະພັນແມ່ຍິງ ກຕສ ແລະ ບັນດາສະຫາຍຄະນະປະຈໍາ, ຄະນະບໍລິຫານງານ ຊປປລ ກຕສ, ບັນດາສະຫາຍເລຂາ/ຮອງເລຂາ ຈາກບັນດາຮາກຖານ/ໜ່ວຍຊາວໜຸ່ມອ້ອມຂ້າງກະຊວງ ເຂົ້າຮ່ວມ ຈຳນວນ 50 ສະຫາຍ.

       ຈຸດປະສົງຂອງກອງປະຊຸມຄັ້ງນີ້ ກໍເພື່ອທົບທວນຄືນການຈັດຕັ້ງປະຕິບັດແຜນງານການເຄື່ອນໄຫວຂອງ ຄຊປປລ ກຕສ ໂດຍສະເພາະແມ່ນການຜ່ານບົດສຳຫຼວດການຈັດຕັ້ງປະຕິບັດວຽກງານ, ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ປີ 2022 ແລະ ທິດທາງແຜນການ ປີ 2023 ຂອງ ຄຊປປລ ກຕສ, ການກຳນົດຄຳຂວັນ ຂອງຄະນະບໍລິຫານງານຊາວໜຸ່ມ ຕິດພັນການຂໍ້ແຂ່ງຂັນ 4 ບຸກ ແລະ ໄດ້ມີການປະກອບ ຄໍາຄິດ-ຄໍາເຫັນ ຢ່າງກົງໄປກົງມາ ເພື່ອເປັນບົດຮຽນ ແລະ ແນວທາງໃນການຈັດຕັ້ງປະຕິບັດວຽກງານຊາວໜຸ່ມໃຫ້ມີຜົນສໍາເລັດທີ່ດີຂຶ້ນກວ່າເກົ່າ. ພ້ອມນັ້ນ, ຍັງໄດ້ເຜີຍແຜ່ເອກະສານວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ຊຶ່ງໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ພວງປະເສີດ ແກ້ວສຸວັນ. ໃນກອງປະຊຸມຍັງໄດ້ມີການທາບທາມເອົາບຸກຄະລາກອນເພີ່ມຕື່ມເຂົ້າໃນ ຄຊປປລ ກຕສ.

     

   ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ແກ້ວວິສຸກ ໂສລະພົມ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ພ້ອມທັງເນັ້ນຫນັກໃຫ້ ຄຊປປລ ກຕສ ເອົາໃຈໃສ່ເຄື່ອນໄຫວວຽກງານຢ່າງເປັນຂະບວນຟົດຟື້ນໃຫ້ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ ຖືເອົາວຽກງານວິຊາການໂດຍການຫັນເປັນດິຈິຕ໋ອນຕິດພັນກັບວຽກງານ 4 ບຸກ ຂອງຊາວໜຸ່ມໃນຍຸກແຫ່ງຂໍ້ມູນຂ່າວສານ, ຊາວໜຸ່ມຕ້ອງມີຄວາມສະດຸ້ງໄວຕໍ່ສະພາບການມີສະຕິຕໍ່ຂ່າວສານຕ່າງໆ ທີ່ມີລັກສະນະໂຈມຕີຕໍ່ແນວທາງນະໂຍບາຍຂອງພັກ, ເປັນແບບຢ່າງໃນການປະຕິບັດລະບຽບກົດໝາຍ, ລະບຽບການຕ່າງໆທີ່ພັກ ແລະ ລັດວາງອອກ. ພ້ອມນັ້ນ, ກໍໃຫ້ມີສະຕິໃນການນໍາໃຊ້ສື່ສັງຄົມອອນລາຍຢ່າງລະມັດລະວັງ ເພື່ອບໍ່ໃຫ້ຕົກເປັນເຄື່ອງມືຂອງພວກອິດທິກໍາລັງປໍລະປັກ ແລະ ສວຍໃຊ້ສື່ສັງຄົມອອນລາຍໃນການປຸກລະດົມຂົນຂວາຍສ້າງຄ່ານິຍົມ ອັນທີ່ບໍ່ຖືກຕ້ອງໃຫ້ແກ່ຊາວໜຸ່ມ, ເອົາໃຈໃສ່ສືບຕໍ່ຈັດຕັ້ງຜັນຂະຫຍາຍ ຝຶກຝົນຫຼໍ່ຫຼອມຮໍ່າຮຽນ ພັດທະນາຕົນເອງໃຫ້ມີຄວາມຮູ້, ຄວາມສາມາດ ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ແນ່ໃສ່ສ້າງຊາວໜຸ່ມ ໃຫ້ມີຄວາມສາມັກຄີ ຢ່າງໜັກແໜ້ນ, ມີນຳໃຈເສຍສະຫຼະ ເພື່ອເປັນກຳລັງແຮງ ແລະ ເປັນຜູ້ສືບທອດທີ່ດີຂອງພັກ ໄປພ້ອມໆກັບການຈັດຕັ້ງຜັນຂະຫຍາຍ ຂໍ້ແຂ່ງຂັນ 04 ບຸກ ໃຫ້ບັນລຸຄາດໝາຍ ແລະ ສາມາດຮັກສາມູນເຊື້ອ ໃນປີຕໍ່ໆໄປ.

          ບົດຂ່າວ: ຄຊປປລ ກຕສ.

          ຮູບພາບ: ພະແນກປະຊາສໍາພັນ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ