ປຶກສາຫາລືການຈັດສັນບັນດາສາຍສົ່ງໂທລະຄົມມະນາຄົມ ທີ່ເກາະຫ້ອຍທາງອາກາດລົງໃຕ້ດິນ ໃນນະຄອນຫຼວງວຽງຈັນ

02/05/2023

ປຶກສາຫາລືການຈັດສັນບັນດາສາຍສົ່ງໂທລະຄົມມະນາຄົມ ທີ່ເກາະຫ້ອຍທາງອາກາດລົງໃຕ້ດິນ ໃນນະຄອນຫຼວງວຽງຈັນ

 

ໃນຕອນເຊົ້າຂອງວັນທີ 28 ເມສາ 2023 ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ມີກອງປະຊຸມປຶກສາຫາລືການຈັດສັນບັນດາສາຍສົ່ງໂທລະຄົມມະນາຄົມ ທີ່ເກາະຫ້ອຍທາງອາກາດລົງໃຕ້ດິນ ເພື່ອຄວາມເປັນລະບຽບຮຽບຮ້ອຍ. ໂດຍການເປັນປະທານຮ່ວມຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ປອ. ອາດສະພັງທອງ ສີພັນດອນ ເຈົົ້າຄອງນະຄອນຫຼວງວຽງຈັນ, ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ/ທຽບເທົ່າ ອ້ອມຂ້າງ ກຕສ ແລະ ບັນດາເຈົ້າເມືອງ 04 ຕົວເມືອງໃນນະຄອນຫຼວງວຽງຈັນ (ເຈົ້າເມືອງຈັນທະບູລີ, ເມືອງສີສັດຕະນາກ, ເມືອງໄຊເສດຖາ ແລະ ເມືອງສີໂຄດຕະບອງ), ຫົວໜ້າພະແນກການເຕັກໂນໂລຊີ ແລະ ການສື່ສານ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກພະລັງງານ ແລະ ບໍ່ແຮ່, ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ແລະ ບໍລິສັດຄູ່ຮ່ວມມມືເຂົ້າຮ່ວມ 30 ກວ່າທ່ານ.

ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍເພື່ອປຶກສາຫາລື, ແລກປ່ຽນຄໍາຄິດເຫັນ ແລະ ສິ່ງທ້າຍທາຍ ເພື່ອຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນຄວາມຈົບງາມ, ຄວາມປອດໄພ, ຄວາມເປັນເອກະພາບໃນການພັດທະນາ, ການນຳໃຊ້ ແລະ ການບໍລິການ ລະບົບສາຍສົ່ງໂທລະຄົມມະນາຄົມຕ່າງໆ ຕາມເສັ້ນທາງ ແລະ ຕົວເມືອງ ພາຍໃນນະຄອນຫຼວງວຽງຈັນ ຕາມແຜນພັດທະນານະຄອນຫຼວງວຽງຈັນ ໃນໄລຍະໃໝ່.

ໃນກອງປະຊຸມ, ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລາຍງານຫຍໍ້ສະພາບການຈັດສັນ, ຮື້ຖອນ ແລະ ແຜນເອົາບັນດາສາຍສົ່ງໂທລະຄົມມະນາຄົມລົງດິນ ໂດຍປະຕິບັດຕາມ ກົດໝາຍ ວ່າດ້ວຍ ໂທລະຄົມມະນາຄົມ ສະບັບປັບປຸງ ເລກທີ 05/ສພຊ, ລົງວັນທີ 16 ພະຈິກ  2021, ດຳລັດ ວ່າດ້ວຍ ລະບົບສາຍສົ່ງໂທລະຄົມມະນາຄົມ ເລກທີ 01/ລບ, ລົງວັນທີ 02 ມັງກອນ 2020 ແລະ ປັດຈຸບັນ ໄດ້ກຳລັງປັບປຸງ ນິຕິກໍາທີ່ກ່ຽວຂ້ອງຕ່າງໆ. ສະນັ້ນ, ເພື່ອໃຫ້ບັນລຸການຈັດສັນລະບົບສາຍສົ່ງໂທລະຄົມມະນາຄົມໃຫ້ປະສົບຜົນສຳເລັດ ໃນວັນທີ 9 ກຸມພາ  2023 ຜ່ານມາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ສີສັນ ພັດທະນາສາກົນ ຈຳກັດຜູ້ດຽວ,  ບໍລິສັດ ໄຊຍາ ກໍ່ສ້າງ-ສ້ອມແປງຄົບວົງຈອນ ຈຳກັດຜູ້ດຽວ ແລະ ບໍລິສັດ ແອວໄອທີໂຊລູຊັນ ຈຳກັດຜູ້ດຽວ ໄດ້ລົງນາມເຊັນ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສຶກສາ ການຈັດສັນບັນດາສາຍສົ່ງໂທລະຄົມມະນາຄົມ ທີ່ເກາະຫ້ອຍທາງອາກາດລົງໃຕ້ດິນເພື່ອຄວາມເປັນລະບຽບຮຽບຮ້ອຍ. ພ້ອມນັ້ນ, ທີ່ປຶກສາຂອງບໍລິສັດ ໄດ້ຂຶ້ນນຳສະເໜີເຕັກນິກລະອຽດ ກ່ຽວກັບການນຳເອົາສາຍສົ່ງໂທລະຄົມລົງດິນ.

ກອງປະຊຸມຄັ້ນນີ້ ໄດ້ເຫັນດີແຕ່ງຕັ້ງຄະນະຮ່ວມເຮັດວຽກ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ນະຄອນຫຼວງວຽງຈັນ ພ້ອມທັງກຳນົດເວລາໃນການຈັດຕັ້ງປະຕິບັດ ແນໃສ່ການຈັດຕັ້ງປະຕິບັດການຈັດສັນສາຍສົ່ງໂທລະຄົມມະນາຄົມໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນຄວາມຈົບງາມ, ຄວາມປອດໄພ, ຄວາມເປັນເອກະພາບໃນການພັດທະນາ, ການນຳໃຊ້ ແລະ ການບໍລິການ ລະບົບສາຍສົ່ງໂທລະຄົມມະນາຄົມຕ່າງໆ ຕາມເສັ້ນທາງ ແລະ ຕົວເມືອງ ພາຍໃນນະຄອນຫຼວງວຽງຈັນ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ