ກຕສ ຮ່ວມກັບ ແຂວງ ສະຫວັນນະເຂດ ຈັດກອງປະຊຸມສຳມະນາກ່ຽວກັບແຜນພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ

05/05/2023

ກຕສ ຮ່ວມກັບ ແຂວງ ສະຫວັນນະເຂດ ຈັດກອງປະຊຸມສຳມະນາກ່ຽວກັບແຜນພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ

ໃນຕອນເຊົ້າຂອງວັນທີ 05 ພຶດສະພາ 2023, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບແຜນພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ ຂຶ້ນທີ່ຫ້ອງປະຊຸມໃຫຍ່ຂອງຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ, ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ສະຫວັນນະເຂດ, ຊຶ່ງມີຫົວໜ້າຫ້ອງການ, ກົມ/ທຽບເທົ່າ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ພະນັກງານການນໍາຫຼັກແຫຼ່ງ, ພະແນກການອ້ອມຂ້າງແຂວງ, ປກສ-ປກຊ, ບັນດາສາຂາບໍລິສັດໂທລະຄົມມະນາຄົມ, ໄປສະນີ ພາຍໃນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຈໍານວນ 100 ກວ່າທ່ານ.

ຈຸດປະສົງຂອງການດໍາເນີນກອງປະຊຸມສໍາມະນາຄັ້ງນີ້ ແມ່ນເພື່ອເປັນການສືບຕໍ່ເຜີຍແຜ່ແຜນພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ ລົງສູ່ທ້ອງຖິ່ນໃຫ້ຮັບຮູ້, ເຂົ້າໃຈ ແລະ ຈັດຕັ້ງຜັນຂະຫຍາຍຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ. ຊຶ່ງໃນກອງປະຊຸມຄັ້ງນີ້ ໄດ້ເປັນກຽດຮັບຟັງການນໍາສະເໜີໃນຫົວຂໍ້ ການປະຕິວັດອຸດສາຫະກໍາ 4.0 ໂດຍໃຫ້ກຽດຂຶ້ນບັນລະຍາຍຂອງ ທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງທ່ານໄດ້ຍົກໃຫ້ເຫັນນິຍາມຂອງການຫັນເປັນດິຈິຕ໋ອນ, ຄວາມເປັນມາຂອງຍຸກອຸດສາຫະກໍາ 4.0, ສິ່ງທ້າທາຍ ແລະ ກາລະໂອກາດ ສໍາລັບ ສປປ ລາວ, ລະດັບການພັດທະນາດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ຂອງ ອາຊຽນ, ບັນຫາປັດໄຈພື້ນຖານເພື່ອຮອງຮັບອຸດສາຫະກໍາ 4.0 ຂອງ ສປປ ລາວ ແລະ ການຫັນເປັນດິຈິຕ໋ອນຂອງ ສປປ ລາວ. ພ້ອມດຽວກັນນັ້ນ, ກໍໄດ້ຮັບຟັງການນໍາສະເໜີບັນດາຫົວຂໍ້ທີ່ສໍາຄັນຫຼາຍຫົວຂໍ້ ເຊັ່ນ: ວຽກງານຫັນບໍລິການລັດເປັນດິຈິຕ໋ອນ, ການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ, ການພັດທະນາເສດຖະກິດດິຈິຕ໋ອນ ຢູ່ ສປປ ລາວ, ການກະກຽມຄວາມພ້ອມເຂົ້າສູ່ເສດຖະກິດດິຈິຕ໋ອນ ແລະ ອຸດສາຫະກໍາ 4.0 ຂອງ ວຽກງານຄື້ນຄວາມຖີ່ວິທະຍຸສື່ສານ ແລະ ການຫັນເປັນດິຈິຕ໋ອນທາງດ້ານສັງຄົມ ຊຶ່ງຂຶ້ນບັນລະຍາຍໂດຍຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ສູນ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ.

ໂອກາດດັ່ງກ່າວນີ້, ທ່ານ ເຈົ້າແຂວງ ສະຫວັນນະເຂດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ທີ່ໄດ້ຈັດກອງປະຊຸມສໍາມະນາວຽກງານດັ່ງກ່າວຂຶ້ນທີ່ແຂວງ ສະຫວັນນະເຂດ ຊຶ່ງແຂວງກໍໄດ້ຖືເອົາວຽກງານການຫັນເປັນທັນສະໄໝເປັນບັນຫາສໍາຄັນ ເພື່ອໝູນໃຊ້ເຂົ້າໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ເຊັ່ນ: ການນໍາໃຊ້ວຽກງານຫ້ອງການເປັນທັນສະໄໝພາກລັດ, ວຽກງານອຸດສາຫະກໍາ, ໂລຈີດສະຕິກ, ການບໍລິການປະຕູດຽວ ແລະ ອື່ນໆ... ທ່ານຍັງໄດ້ສະເໜີພາກສ່ວນກ່ຽວຂ້ອງພາຍໃນແຂວງ ສ້າງແຜນຫັນເອົາເນື້ອໃນຈິດໃຈການນໍາສະເໜີໃນກອງປະຊຸມສໍາມະນາຄັ້ງນີ້ເພື່ອຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາຍິ່ງຂຶ້ນ.

ຕອນທ້າຍຂອງພິທີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ມອບ ລະບົບເຄືອຂ່າຍພາຍໃນ (G-Net), ລະບົບກອງປະຊຸມທາງໄກ (Video Conference), ລະບົບຫ້ອງການທັນສະໄໝ (G-Office), ລະບົບຈົດໝາຍເອເລັກໂຕຣນິກ (E-mail), ລະບົບສົນທະນາພາກລັດ (G-Chat), ລະບົບເວັບໄຊທ໌ພາກລັດ (G-web) ແລະ ລະບົບແບ່ງປັນຂໍ້ມູນພາກລັດ (G-Share) ລວມມູນຄ່າທັງໝົດ 813 ລ້ານ ກວ່າກີບ ໃຫ້ແກ່ ແຂວງ ສະຫວັນນະເຂດ.

ພາບ ແລະ ຂ່າວໂດຍ: ຈັນທະຈັກ ຫຼວງລາດ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ