ກຕສ ແລະ ຍູນີເທວ ຮ່ວມກັນສຶກສາຄົ້ນຄວ້າການຫັນເປັນລັດຖະບານດິຈິຕອນ ແລະ ປັບປຸງຟອນພາສາລາວ

11/05/2023

ກຕສ ແລະ ຍູນີເທວ ຮ່ວມກັນສຶກສາຄົ້ນຄວ້າການຫັນເປັນລັດຖະບານດິຈິຕອນ ແລະ ປັບປຸງຟອນພາສາລາວ

         ໃນຕອນແລງວັນທີ 09 ພຶດສະພາ 2023, ທີ່ສໍານັກງານໃຫຍ່ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ (ຢູນິເທວ),  ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ແລະ ບໍລິສັດ ສະຕາໂທລະຄົມ (ຢູນິເທວ) ໄດ້ຮ່ວມກັນລົງນາມເຊັນບົດບັນທຶກຄວາມເຂົ້າໃຈ(MOU) ໃນການສຶກສາຄົ້ນຄວ້າການຫັນເປັນລັດຖະບານດິຈິຕອນ ແລະ ປັບປຸງຟອນພາສາລາວ ແນໃສ່ເພື່ອຕອບສະໜອງໄດ້ກັບຄວາມຕ້ອງການໃນວຽກງານການຫັນເປັນດິຈິຕອນ ເພື່ອຊຸກຍູ້ສົ່ງເສີມການຄຸ້ມຄອງ,​ ບໍລິຫານ ແລະ ການບໍລິການ ຂອງພາກລັດ ສູ່ສັງຄົມ ແລະ ປະຊາຊົນລາວ ດ້ວຍລະບົບເຕັກໂນໂລຊີທີ່ທັນສະໄໝ.

        ຊຶ່ງເນື້ອໃນຂອງບົດບັນທຶກຄວາມເຂົ້າໃຈດັ່ງກ່າວ, ທັງສອງຝ່າຍຈະໄດ້ມີການຮ່ວມມືກັນໃນ 6 ວຽກຫຼັກຄື: 1)ຮ່ວມມືສຶກສາຄົ້ນຄວ້າຫຼັກການ, ເກັບກໍາຂໍ້ມູນ, ວິເຄາະ ຕົວຊີ້ວັດການພັດທະນາບໍລິຫານ ແລະ ບໍລິການຂອງລັດ ຫຼື ເອີ້ນວ່າ (Digital Government Index) ເພື່ອຍົກປະສິດທິພາບຂອງລັດຫັນເປັນທັນສະໄໝ; 2) ສຶກສາຄົ້ນຄວ້າ ມາດຕະຖານການເກັບກໍາຂໍ້ມູນຂອງລັດໃນລະບົບຄລາວພາຍໃນປະເທດ ພ້ອມທັງ ຄົ້ນຄວ້ານະໂຍບາຍ ແລະ ສະໜອງ ລະບົບ ຄລາວ ໃຫ້ບໍລິການພາກລັດ ຫຼື ພາກເອກະຊົນ(Cloud Policy); 3) ສຶກສາຄົ້ນຄວ້າ ແລະ ສະໜອງລະບົບຕິດຕາມ, ຄຸ້ມຄອງ ເອກະສານ ແລະ ການນໍາໃຊ້ລາຍເຊັນເອເລັກໂຕຣນິກ ໃນພາກລັດເພື່ອສົ່ງເສີມການບໍລິຫານ ແລະ ບໍລິການລັດ ໃຫ້ທັນສະໄໝ; 4) ພັດທະນາ ແລະ ປັບປຸງຟອນເພັດຊະລາດ ໃຫ້ໄດ້ມາດຕະຖານ ແລະ ສາມາດບັນຈຸເຂົ້າໃນທຸກລະບົບປະຕິບັດການ ແລະ ອຸປະກອນຄອມພີວເຕີ, ມືຖື ແລະ ເຄື່ອງເອເລັກໂຕຣນິກອື່ນໆ; 5) ພັດທະນາເນື້ອຫາ ແລະ ສົ່ງເສີມການນໍາໃຊ້ LMOOC ເພື່ອໃຫ້ພະນັກງານລັດຖະກອນ, ສັງຄົມສາມາດນໍາໃຊ້ເພື່ອການສຶກສາ ດິຈິຕອນ; 6) ເພີ່ມທະວີການຮ່ວມມື ເພື່ອຍົກລະດັບຄວາມຮູ້ຂອງພະນັກງານລັດຖະກອນ ທາງດ້ານເຕັກໂນໂລຊີດິຈິຕອນ ເປັນຕົ້ນ ການແລກປ່ຽນຂໍ້ມູນຂ່າວສານ, ປະສົບການ, ການພັດທະນາບຸກຄະລາກອນ, ການຈັດສໍາມະນາ, ຝຶກອົບຮົມ ແລະ ກອງປະຊຸມປຶກສາຫາລື.

         ລົງນາມເຊັນບົດບັນທຶກຄັ້ງນີ້ໂດຍແມ່ນທ່ານ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດ ດິຈິຕອນ ແລະ ທ່ານ ບຸນມີ ມາລາວົງ, ຮອງຜູ້ອໍານວຍການໃຫຍ່ບໍລິສັດ ສະຕາໂທລະຄົມ ຈໍາກັດ ໂດຍມີທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກຕສ, ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກຕສ ພ້ອມດ້ວຍຄະນະ, ທ່ານ ເຈິ່ນ ຈຸງ ຮືງ, ຜູ້ອໍານວຍການໃຫຍ່ບໍລິສັດ ສະຕາໂທລະຄົມ ຈໍາກັດ ພ້ອມດ້ວຍຄະນະ ເຂົ້າຮ່ວມເປັນສັກຂີພະຍານ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ