ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະໂຄສະນາອົບຮົມສູນກາງພັກ ແລກປ່ຽນບົດຮຽນດ້ານໄອຊີທີ

11/05/2023

ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະໂຄສະນາອົບຮົມສູນກາງພັກ ແລກປ່ຽນບົດຮຽນດ້ານໄອຊີທີ

ໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2023 ຜ່ານມາ, ທີ່ຫ້ອງປະຊຸມຊັ້ນ 4 ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ເຂດ ສນຍ) ໄດ້ມີກອງປະຊຸມພົບປະແລກປ່ຽນບົດຮຽນດ້ານໄອຊີທີ ແລະ ບັນດາເຕັກໂນໂລຊີ ທັນສະໄໝ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະໂຄສນາອົບຮົມສູນກາງພັກ, ໂດຍການເຂົ້າຮ່ວມ ຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະທັງສອງຝ່າຍ.

ໂອກາດດັ່ງກ່າວນີ້, ທ່ານ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານຮອງລັດຖະມົນຕີ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້. ທ່ານຍັງໄດ້ກ່າວເຖິງບົດບົດຄວາມສໍາຄັນຢ່າງພາວະວິໄສ ຂອງວຽກງານໄອຊີທີ ຕໍ່ກັບວຽກງານໂຄສະນາອົບຮົມໃນໄລຍະຜ່ານມາ ແລະ ການຜັນຂະຫຍາຍວຽກງານໄອຊີທີເຂົ້າສູ່ລວງເລິກໃນຕໍ່ໜ້າ, ການພັດທະນາ, ການຄຸ້ມຄອງລະບົບເຄືອຂ່າຍ ແລະ ເຄື່ອງມືເອເລັກໂຕຣນິກ ແນໃສ່ເຮັດໃຫ້ການນໍາໃຊ້ບັນດາຂໍ້ມູນໃຫ້ມີຄວາມສະດວກ, ວ່ອງໄວ, ສ້າງບາດກ້າວການຫັນປ່ຽນໃໝ່ ດ້ານວຽກງານການເມືອງແນວຄິດ, ຕາມທິດຍົກສູງຄຸນນະພາບ ເຮັດໃຫ້ວຽກງານໂຄສະນາອົບຮົມມີຄວາມວ່ອງໄວ ທັນສະໄໝ, ສ້າງປະຖົມປັດໄຈໃນການກ້າວເຂົ້າສູ່ການປະຕິວັດອຸດສາຫະກໍາ ຄັ້ງທີ 4 ຫຼື ເອີ້ນວ່າ ຍຸກອຸດສາຫະກໍາ 4.0. ພ້ອມນັ້ນ, ທ່ານຍັງໄດ້ສະເໜີໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊ່ວຍເຫຼືອໃນດ້ານພື້ນຖານໂຄງລ່າງ ດ້ານລະບົບຫ້ອງການທັນສະໄໝ ແລະ ເຊື່ອໝັ້ນວ່າສອງພາກສ່ວນຈະສືບຕໍ່ເສີມຂະຫຍາຍສາຍພົວພັນການຮ່ວມມືອັນດີເຊິ່ງກັນ ແລະ ກັນ ເພື່ອຊຸກຍູ້ວຽກງານການນໍາໃຊ້ເຕັກໂນໂລຊີ ໄອຊີທີ ເຂົ້າໃນຂົງເຂດວຽກງານໂຄສະນາອົບຮົມ ກ້າວໄປສູ່ການຫັນເປັນທັນສະໄໝໃນຕໍ່ໜ້າ.

ໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2023, ທີ່ຫ້ອງປະຊຸມຊັ້ນ 4 ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ເຂດຮົ້ວ ສນຍ), ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກຕສ ໄດ້ຕ້ອນຮັບການເຂົ້າພົບປະ ຂອງ ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານໄອຊີທີ ຮ່ວມກັບ ສູນບໍລິຫານລັດດິຈິຕອນ, ກຕສ.

ໂອກາດດັ່ງກ່າວ ທ່ານ ນ ວິລະວອນ ພັນທະວົງ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ, ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ຮອງລັດຖະມົນຕີ ກຕສ ທີ່ໄດ້ສະຫຼະເວລາອັນມີຄຸນຄ່າຕ້ອນຮັບຄະນະ ຈາກຄະນະໂຄສະນາອົບຮົມສູນກາງພັກ ພ້ອມກ່າວແຈ້ງ ຈຸດປະສົງຂອງການເຂົ້າພົບ ແລະ ກ່າວເຖິງບົດບາດຄວາມສຳຄັນຢ່າງພາວະວິໄສ ຂອງວຽກງານໄອຊີທີ ຕໍ່ກັບວຽກງານໂຄສະນາອົບຮົມໃນ ໄລຍະຜ່ານມາ ແລະ ການຜັນຂະຫຍາຍວຽກງານໄອຊີທີ ເຂົ້າສູ່ລວງເລີກໃນຕໍ່ໜ້າ, ການພັດທະນາ, ການຄຸ້ມຄອງລະບົບເຄືອຂ່າຍ ແລະ ເຄື່ອງມືເອເລັກໂຕຣນິກ ແນໃສ່ເຮັດໃຫ້ການນຳໃຊ້ບັນດາຂໍ້ມູນໃຫ້ມີຄວາມສະດວກວ່ອງໄວ, ​ສ້າງບາດກ້າວການຫັນປ່ຽນໃໝ່ ດ້ານວຽກງານການເມືອງແນວຄິດ, ຕາມທິດຍົກສູງຄຸນນະພາບ ເຮັດໃຫ້ວຽກງານໂຄສະນາອົບຮົມມີຄວາມວ່ອງໄວທັນສະໄໝ, ສ້າງປະຖົມປັດໃຈໃນການກ້າວເຂົ້າສູ່​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4 ຫຼື ເອີ້ນວ່າຍຸກອຸດສາຫະກໍາ 4.0.  ພ້ອມທັງ ສະເໜີ ໃຫ້ ກຕສ ຊ່ວຍເຫລືອຕື່ມໃນດ້ານພື້ນຖານໂຄງລ່າງ ເຊັ່ນ: ດ້ານລະບົບຫ້ອງການທັນສະໄໝ. ພ້ອມກັນນັ້ນ, ກໍ່ໄດ້ສະແດງຄວາມຂອບໃຈມາຍັງທ່ານ ຮອງລັດຖະມົນຕີ ແລະ ການນຳ ກຕສ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເຊື່ອໝັ້ນວ່າສອງພາກສ່ວນຈະສືບຕໍ່ເສີມຂະຫຍາຍສາຍພົວພັນການຮ່ວມມືອັນດີເຊິ່ງກັນ ແລະ ກັນ ເພື່ອຊຸກຍູ້ວຽກງານການນໍາໃຊ້ເຕັກໂນໂລຊີ ໄອຊີທີ ເຂົ້າໃນຂົງເຂດວຽກງານໂຄສະນາອົບຮົມ ກ້າວໄປສູ່ການຫັນເປັນທັນສະໄໝໃນຕໍ່ໜ້າ.

ພ້ອມນີ້, ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກຕສ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຍິນດີຕ້ອນຮັບທ່ານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະໃນການມາເຄື່ອນໄຫວໃນຄັ້ງນີ້ ແລະ ເຫັນໄດ້ເຖິງຄວາມສຳຄັນຂອງວຽກງານໄອຊີທີ ຊຶ່ງຖືເປັນຂີດໝາຍອັນສຳຄັນໃນການເພຶ່ມທະວີການພົວພັນຮ່ວມມືຍົກສູງຄຸນນະພາບຂອງວຽກງານໄອຊີທີ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະໂຄສະນາອົບຮົມສູນກາງພັກໃນຕໍ່ໜ້າ ໃຫ້ມີປະສິດທິພາບເພີ່ມຂຶ້ນເລື້ອຍໆ. ໃນຕອນທ້າຍ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີການມອບໃບກຽດຕິຄຸນໃຫ້ກັບ ສູນບໍລິຫານລັດດິຈິຕອນ ທີ່ໄດ້ປະກອບສ່ວນມອບບັນດາລະບົບບໍລິຫານລັດດິຈິຕອນ ໃຫ້ກັບຄະນະໂຄສະນາອົບຮົມສູນກາງພັກ. ໃຫ້ກຽດມອບໂດຍ: ທ່ານ ນ​. ວິ​ລະ​ວອນ ພັນ​ທະ​ວົງ ຄະ​ນະ​ປະ​ຈຳ​ພັກ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມສູນ​ກາງ​ພັກ ແລະ ຮັບໂດຍ: ທ່ານ ປອ ທະວີສັກ ມະໂນທັມ, ຄະນະພັກກະຊວງ, ຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ.

ໃນໂອກາດດຽວກັນ, ກໍໄດ້ມີການຈັດກອງປະຊຸມແລກປ່ຽນຖອດຖອນບົດຮຽນ ລະຫວ່າງ ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ. ໂດຍໄດ້ມີການແລກປ່ຽນກັນໃນຫລາຍຫົວຂໍ້ທີ່ສຳຄັນເປັນຕົ້ນແມ່ນ: ໄດ້ຮັບຟັງການນຳສະເໜີພາບລວມຂອງການຫັນເປັນລັດຖະບານດິຈິຕອນ, ພາບລວມວຽກງານຂອງສູນອິນເຕີເນັດແຫ່ງຊາດ, ພາບລວມຂອງວຽກງານຄວາມປອດໄພໄຊເບີ. ພ້ອມນີ້, ຍັງໄດ້ມີການສົນທະນາປະກອບຄຳຄິດເຫັນ ແລກປ່ຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ. ກອງປະຊຸມດັ່ງກ່າວໄດ້ກຳເນີນໄປເປັນເວລາເຄິ່ງວັນ.

ໃນວາລະພິເສດ ພາຍຫລັງສຳເລັດກອງປະຊຸມ ທີ່ຫ້ອງປະຊຸມ, ສູນອິນເຕີເນັດແຫ່ງຊາດ (ສອຊ), ກຕສ ທ່ານ ນ​. ວິ​ລະ​ວອນ ພັນ​ທະ​ວົງ ຄະ​ນະ​ປະ​ຈຳ​ພັກ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມສູນ​ກາງ​ພັກ ພ້ອມດ້ວຍຄະນະ ກໍ່ໄດ້ ເຂົ້າຢ້ຽມຂໍ່ານັບ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອລາຍງານຈຸດປະສົງ, ໝາກຜົນຂອງການແລກປ່ຽນບົດຮຽນກັບບັນດາກົມຂອງ ກຕສ ແລະ ລາຍງານສະພາບການພັດທະນາ ຂອງຂະແໜງການໂຄສະນາອົບຮົມສູນກາງພັກ ໃນໄລຍະຜ່ານມາ. ພ້ອມທັງ ແລກປ່ຽນຄໍາຄິດເຫັນ ທາງດ້ານການຄຸ້ມຄອງ ແລະ ໂຄສະນາຂ່າວສານຜ່ານທາງສື່ອອນລາຍ ເປັນຕົ້ນແມ່ນ: ການລິເລີ່ມເປີດເຟສບຸກ ຂອງ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມສູນ​ກາງ​ພັກ ເພື່ອຊອກຫາວິທີທາງແກ້, ປ້ອງກັນ, ອຸປະກອນທີ່ນໍາໃຊ້ ລວມໄປເຖິງການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກວິຊາການ ໃນການຄຸ້ມຄອງວຽກງານດັ່ງກ່າວ. ໃນໂອກາດນີ້, ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍ ແລະ ຍິນດີຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນ​. ວິ​ລະ​ວອນ ພັນ​ທະ​ວົງ ໃນຄັ້ງນີ້. ຊຶ່ງທ່ານ ກໍຄື ກຕສ ຍິນດີໃຫ້ການຊ່ວຍເຫຼືອຕາມຄວາມອາດສາມາດ ແລະ ທ່ານຍັງມີທິດຊີ້ນໍາໃຫ້ທັງສອງຝ່າຍ ສ້າງນິຕິກໍາຮ່ວມກັນ ເພື່ອເປັນອີງໃນການຈັດຕັ້ງປະຕິບັດ ແລະ ຂຶ້ນແຜນແບ່ງຄວາມຮັບຜິດຊອບຢ່າງເປັນລະອຽດ ໃນການຈັດຕັ້ງປະຕິບັດໃຫ້ມີປະສິດພາບ ແລະ ປະສິດທິຜົນ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ