24/05/2023

ໂດຍຕອບສະໜອງຕາມຄຳເຊີນ ຂອງ ຄະນະສະມາຄົມມິດຕະພາບ ຣັດເຊຍ-ລາວ, ສະຫາຍ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານສະມາ ຄົມມິດຕະພາບ ລາວ-ຣັດເຊຍ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມພິທີເປີດງານວາງສະແດງຮູບພາບ ກ່ຽວກັບ ປະເທດລາວ ພາຍໃຕ້ຄຳຂວັນ: "ປະເທດລາວ ປະເທດລ້ານຊ້າງ ແລະ ຄັນຮົ່ມສີຂາວ" ທີ່ ນະຄອນຫຼວງມົດສະກູ, ສ. ຣັດເຊຍ.
ສະຫາຍ ສັນຕິສຸກ ສິມມາລາວົງ ໄດ້ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ແລະ ຕີລາຄາສູງຕໍ່ການເອົາໃຈໃສ່ ແລະ ໃຫ້ກຽດ ຂອງສະມາຄົມມິດຕະພາບ ຣັດເຊຍ-ລາວ ແລະ ກອງທຶນສັນຕິພາບຣັດເຊຍ ໂດຍສະເພາະ ການປະກອບສ່ວນອັນສຳຄັນຂອງ ທ່ານ ອາເລັກຊານເດີ ລະວົບ (Alexander Lvov), ຊ່າງຖ່າຍຮູບຜູ້ມີຊື່ສຽງຂອງ ຣັດເຊຍ ທີ່ໄດ້ເດີນທາງຖ່າຍທໍາຮູບພາບສະຖານທີ່ສຳຄັນຕ່າງໆ ຂອງລາວ ນັບແຕ່ວັນທີ 4 ກຸມພາ ~ 3 ມີນາ 2023 ຜ່ານມາ ແລະ ໄດ້ຖືກນໍາມາວາງສະແດງ ທີ່ ນະຄອນຫຼວງມົດສະກູ ເພື່ອເປັນການໂຄສະນາເຜີຍແຜ່ສະຖານທີ່ທ່ອງທ່ຽວສຳຄັນ ຂອງລາວ ໃຫ້ປະຊາຊົນຣັດເຊຍ ແລະ ບັນດານັກທ່ອງທ່ຽວທົ່ວໂລກ ໄດ້ຮັບຮູ້ກ່ຽວກັບການທ່ອງທ່ຽວໃນລາວ.
ຄະນະຜູ້ແທນລາວ ຍັງໄດ້ຢ້ຽມຢາມສູນວິທະຍາສາດ ແລະ ວັດທະນະທຳລາວ ທີ່ນະຄອນຫຼວງມົດສະກູ ແລະ ເຂົ້າຮ່ວມງານພິທີປະທັບຕາໃສ່ສະແຕັມໄປສະນີ ເນື່ອງໃນໂອກາດຄົບຮອບ 100 ປີ ຂອງບໍລິສັດ ມຽດສະດູນາໂຣດນາຢາ ຄະຍີກາ (MK). ຈາກນັ້ນ, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ຣັດເຊຍ ໄດ້ເດີນທາງຢ້ຽມຢາມສາຂາຂອງສະມາຄົມມິດຕະພາບ ຣັດເຊຍ-ລາວ ທີ່ ນະຄອນເຊັນປີເຕີສະເບີກ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງສະມາຄົມມິດຕະພາບ ລາວ-ຣັດເຊຍ ແລະ ຣັດເຊຍ-ລາວ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ, ຊຸກຍູ້ໃຫ້ປະຊາຊົນສອງຊາດ ລາວ-ຣັດເຊຍ ມີຄວາມເຂົ້າໃຈອັນດີຕໍ່ກັນ ແລະ ໄປມາຫາສູ່ກັນຫຼາຍຂຶ້ນ. ນອກນັ້ນ, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ຣັດເຊຍ ຍັງໄດ້ຢ້ຽມຢາມລັດວິສາຫະກິດ ລຽນປາລິກຣາຟ໌ມັດສ໌ (Lenpoligra fmash) ເພື່ອສຶກສາຄວາມເປັນໄປໄດ້ໃນການສົ່ງເສີມການຮ່ວມມືດ້ານການຄ້າ, ທຸລະກິດ Startup, ເຕັກໂນໂລຊີ ແລະ ນະວັດຕະກໍາ ພ້ອມທັງຊຸກຍູ້ໃຫ້ພາກທຸລະກິດ ຂອງ ນະຄອນເຊັນປີເຕີສະເບີກ ເພີ່ມທະວີການລົງທຶນໃນຂະແໜງການທີ່ສອງຝ່າຍມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ ໂດຍສະເພາະແມ່ນ ຂະແໜງການທີ່ ສປປ ລາວ ມີທ່າແຮງ.
ແຫຼ່ງຂໍ້ມູນ: ປະເທດລາວ Pathedlao