ອດທ ລົງເຄື່ອນໄຫວ ລົງຕິດຕາມ, ຊຸກຍູ້, ເກັບກຳຂໍ້ມູນ ແລະ ເຜີຍແຜ່ນິຕິກຳ ວຽກງານການຄຸ້ມຄອງໂທລະຄົມມະນາຄົມ ແລະ ອິນເຕີເນັດ ປະຈຳປີ 2023

17/11/2023

ອດທ ລົງເຄື່ອນໄຫວ ລົງຕິດຕາມ, ຊຸກຍູ້, ເກັບກຳຂໍ້ມູນ ແລະ ເຜີຍແຜ່ນິຕິກຳ ວຽກງານການຄຸ້ມຄອງໂທລະຄົມມະນາຄົມ ແລະ ອິນເຕີເນັດ ປະຈຳປີ 2023

ໃນລະຫວ່າງວັນທີ 06-10/11/2023 ທີ່ຜ່ານມານີ້, ຄະນະອົງການດັດສົມໂທລະຄົມມະນາຄົມ(ອດທ), ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ດຳເນີນການລົງຕິດຕາມ, ຊຸກຍູ້, ເກັບກຳຂໍ້ມູນ ແລະ ເຜີຍແຜ່ນິຕິກຳວຽກງານການຄຸ້ມຄອງໂທລະຄົມມະນາຄົມ ແລະ ອິນເຕີເນັດ ປະຈຳປີ 2023 ຮ່ວມກັບ ບັນດາບໍລິສັດໂທລະຄົມມະນາຄົມ ແລະ ອິນເຕີເນັດ ຄື: ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ບໍລິສັດ ສະຕາໂທລະຄົມ ຈຳກັດ, ບໍລິສັດ ເບສເທເລຄອມ ຈຳກັດ, ບໍລິສັດ ມັງກອນເຕັກໂນໂລຊີ ຈຳກັດຜູ້ດຽວ ໂດຍການນຳພາຂອງ ທ່ານ ສຸດໃຈ ລໍລອນສີ, ຫົວໜ້າ ອດທ, ຄະນະພະແນກ ພ້ອມດ້ວຍພະນັກງານດ້ວຍພະນັກງານທີ່ກ່ຽວຂ້ອງ.

ຈຸດປະສົງຂອງການລົງເຄື່ອນໄຫວໃນຄັ້ງນີ້ກໍເພື່ອຕິດຕາມ ແລະ ລາຍງານສະພາບການຈັດຕັ້ງປະຕິບັດ ຕິດຕາມກວດກາໂປຣໂມຊັນ, ການວາງແຜນຮູບແບບການສົ່ງເສີມການຂາຍ,​ ການວິເຄາະຕະຫຼາດ, ການວິເຄາະກຸ່ມເປົ້າໝາຍ ແລະ ການກຳນົດຜະລິດຕະພັນ ຂອງບໍລິສັດຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ, ວິທິການກໍານົດລາຄາຂາຍໃຫ້ແຕ່ລະການບໍລິການ, ແຕ່ລະຜະລິດຕະພັນຂອງບໍລິສັດ, ບັນດາບໍລິສັດມີແຜນກະກຽມຄວາມພ້ອມດ້ານອຸປະກອນ ແລະ ບຸກຄະລາການ ໃນການຮອງຮັບການຂຶ້ນທະບຽນທີ່ຈະດຳເນີນການປິດ, ຕາມຄຳສັ່ງ ແລະ ແຈ້ງການ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ. ໃນກອງປະຊຸມຍັງໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດການຈັດໂປຣໂມຊັນ,  ແພັກເກັດຕ່າງໆໃນໄລຍະຜ່ານມາ ພ້ອມທັງສະເໜີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການໃຫ້ບໍລິການ, ການຂາຍ, ການຈັດໂປຣໂມຊັນ ແລະ ບັນຫາອື່ນໆ ເພື່ອສະເໜີໃຫ້ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເປັນຂໍ້ມູນໃນການຄົ້ນຄວ້າປັບປຸງນິຕິກຳໃຫ້ສອດຄ່ອງກັບສະພາບການແຂ່ງຂັນທາງດ້ານໃນໂທລະຄົມມະນາຄົມ ເພື່ອຊ່ວຍໃຫ້ມີການບໍລິການທີ່ຫຼາກຫຼາຍ, ລາຄາເໝາະສົມ ຊຸກຍູ້ໃຫ້ປະຊາຊົນເຂົ້າເຖີງການບໍລິການທາງດ້ານດິຈິຕອນ ແລະ ເປັນການຜັນຂະຫຍາຍນະໂຍບາຍການຫັນເປັນດິຈິຕອນຂອງກະຊວງ.

ນອກຈາກນັ້ນ, ອກທ ຍັງຈະໄດ້ສຶບຕໍ່ລົງຊຸຸກຍູ້ບັນດາບໍລິສັດໂທລະຄົມມະນາຄົມ ແລະ ອິນເຕີເນັດຕາມແຜນ ຈຳນວນ 3 ບໍລິສັດຄື: ບໍລິສັດ ອີທີແອລ ຈຳກັດ; ບໍລິສັດ ໂທລະພາບລາວໃຊ້ສາຍລາວ ແລະ ບໍລິສັດ ທີພລັສດິຈິຕອນ ຈຳກັດຜູ້ດຽວ.

 

ຂ່າວໂດຍ: ອົງການດັດສົມໂທລະຄົມມະນາຄົມ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ