17/11/2023

ໃນຕອນເຊົ້າ ຂອງວັນທີ 16 ພະຈິກ 2023, ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສຳມະນາ ການສຶກສາການພັດທະນາລະບົບຢັ້ງຢືນຕົວຕົນດິຈິຕອນອາຊຽນ (Digital Identification in ASEAN Baseline Study on how ASEAN leverage the Digitization of ID) ທີ່ ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ, ມີຜູ້ຕາງໜ້າຈາກບັນດາປະເທດສະມາຊິກ ອາຊຽນ, ທະນາຄານໂລກ (World Bank), ບໍລິສັດ Ryobi, ບັນດາຊ່ຽວຊານ, ຕາງໜ້າຈາກບັນດາກົມ/ທຽບເທົ່າ ແລະ ບັນດາກະຊວງ ອ້ອມຂ້າງ ຈຳນວນ 50 ກວ່າທ່ານ.
ຈຸດປະສົງຂອງກອງປະຊຸມສຳມະນາຄັ້ງນີ້ແມ່ນ ເພື່ອສຶກສາຄວາມເປັນໄດ້ໃນການພັດທະນາລະບົບຢັ້ງຢືນຕົວຕົນດິຈິຕອນອາຊຽນ ເປັນຕົ້ນແມ່ນ ດ້ານມາດຕະຖານການພັດທະນາ, ເຕັກໂນໂລຊີທີ່ຈະນໍາໃຊ້ເຂົ້າໃນການພັດທະນາ, ບັນດາລະບົບບໍລິຫານດິຈິຕອນຕ່າງໆ ແລະ ໂຄງລ່າງພື້ນຖານພາຍໃນກຸ່ມປະເທດອາຊຽນ ທີ່ຕິດພັນກັບລະບົບຢັ້ງຢືນຕົວຕົນ. ພ້ອມດຽວກັນນັ້ນ, ຍັງຈະເປັນເວທີໃນການແລກປ່ຽນບົດຮຽນ ຂອງກຸ່ມປະເທດອາຊຽນ ໃນດ້ານວຽກງານການພັດທະນາລະບົບຢັ້ງຢືນຕົວຕົນ ເພື່ອໃຫ້ກາຍເປັນເຄື່ອງມືໃນການວິເຄາະທິດທາງແຜນການພັດທະນາລະບົບໃຫ້ສາມາດເຊື່ອມໂຍງກັນໄດ້ໃນຕໍ່ໜ້າ. ກອງປະຊຸມສໍາມະນາຄັ້ງນີ້ ແມ່ນເປັນສ່ວນໜຶ່ງຂອງກິດຈະກຳອາຊຽນ ທີ່ ສປປ ລາວ ໄດ້ຮັບພາຍໃນຂອບການຮ່ວມມື ADGMIN ປີ 2023 ແລະ ສະໜັບສະໜູນໂດຍກອງທຶນອາຊຽນໄອຊີທິ.
ໃນໂອກາດດັ່ງກ່າວ, ທ່ານ ປອ. ທະວີສັກ ມະໂນທັມ ໄດ້ມີຄໍາເຫັນ ຕໍ່ກອງປະຊຸມສຳມະນາວ່າ: ການພັດທະນາລະບົບຢັ້ງຢືນດິຈິຕອນອາຊຽນ ຖືວ່າເປັນເຄື່ອງມືອັນສຳຄັນໃນການເຊື່ອມໂຍງລະບົບຕ່າງໆຂອງປະເທດກຸ່ມອາຊຽນ, ພ້ອມທັງຊ່ວຍຜັກດັນ ແລະ ຜັນຂະຫຍາຍການບໍລິການດິຈິຕອນຕ່າງໆໃຫ້ກັບພາກລັດ, ຫົວໜ່ວຍທຸລະກິດ ແລະ ປະຊາຊົນ. ອີກເນື້ອໃນສຳຄັນກໍຄືຈະເປັນສິ່ງທີ່ອຳນວຍຄວາມສະດວກໃຫ້ກັບປະຊາຊົນພາຍໃນກຸ່ມປະເທດອາຊຽນໃຫ້ ສາມາດ ຢັ້ງຢືນຕົວຕົນຂອງຕົນເອງ ໃນການເດີນທາງ ແລະ ການເຮັດທຸລະກຳຕ່າງໆ ພາຍໃນ ແລະ ຂ້າມແດນ ສະນັ້ນ, ເພື່ອເປັນການຊຸກຍູ້ວຽກງານການຫັນເປັນດິຈິຕອນອາຊຽນ ຈຶ່ງຈຳເປັນຕ້ອງໄດ້ສຶກສາລະບົບຢັ້ງຢືນຕົວຕົນດິຈິຕອນອາຊຽນເພື່ອໃຫ້ສອດຄ່ອງຕາມຍຸດທະສາດ ແລະ ເປົ້າໝາຍຂອງແຜນແມ່ບົດດິຈິຕອນອາຊຽນ 2025 (ASEAN Digital Master Plan 2025).
ກອງປະຊຸມສຳມະນາຄັ້ງນີ້ບັນດາຜູ້ຊ່ຽວຊານຈາກປະເທດສະມາຊິກອາຊຽນໄດ້ລາຍງານສະພາບການພັດທະນາ ແລະ ສະຖານະການພັດທະນາລະບົບຢັ້ງຢືນຕົວຕົນຂອງປະເທດຕົນເອງ ພ້ອມທັງນຳສະເໜີບັນດານະໂຍບາຍ, ມາດຕະຖານ, ເຕັກໂນໂລຊີ ແລະ ປະສົບການ ທີ່ຕິດພັນກັບວຽກງານດັ່ງກ່າວ. ນອກຈາກນັ້ນ, ຍັງໄດ້ຮັບກຽດຈາກ ຊ່ຽວຊານຈາກທະນາຄານໂລກ, ຊ່ຽວຊານຍິ່ປຸ່ນ ມາແລກປ່ຽນປະສົບການ ໃນການພັດທະນາລະບົບດັ່ງກ່າວຂອງປະເທດຍີ່ປຸ່ນ ຊຶ່ງປະເທດຍີ່ປຸ່ນ ຖືວ່າ ເປັນປະເທດອັນດັບຕົ້ນໆໃນການພັດທະນາວຽກງານເຕັກໂນໂລຊີໃນເຂດອາຊີ ແລະ ໃນໂລກ.
ສຳລັບ ສປປ ລາວ ໃນນາມເຈົ້າຂອງໂຄງການ ໄດ້ລາຍງານປະເມີນສະພາບການພັດທະນາຕາມການວິເຄາະແບບສອບຖາມໃຫ້ປະເທດອາຊຽນ ແລະ ໄດ້ສ້າງຫົວຂໍ້ສົນທະນາຕໍ່ກັບ ບັນດາອົງປະກອບທີ່ສໍາຄັນໃນການຜັກດັນ ASEAN DIGITAL ID ໃນອະນາຄົດ. ກອງປະຊຸມຍັງໄດ້ເປີດໂອກາດໃຫ້ກັບນັກສຳມະນາກອນໄດ້ມີການສົນທະນາ ກັບ ບັນດາຊ່ຽວຊານ ເພື່ອແລກປ່ຽນຂໍ້ມູນ ຊຶ່ງການສົນທະນາແມ່ນມີຄວາມຟົດຟື້ນ ແລະ ມີຄວາມຫຼາກຫຼາຍ ແລະ ໄດ້ສຸ່ມໃສ່ ອົງປະກອບທີສໍາຄັນໃນພັດທະນາລະບົບຢັ້ງຢືນຕົວຕົນ ເປັນຕົ້ນ ນະໂຍບາຍ, ມາດຕະຖານ, ເຕັກໂນໂລຊີ, ໂຄງລ່າງພື້ນຖານ, ຄວາມປອດໄພ ແລະ ຄວາມເປັນສ່ວນຕົວຂອງຜູ້ນຳໃຊ້.
ກອງປະຊຸມສຳມະນາຄັ້ງນີ້ ຖືເປັນໂອກາດອັນດີ ໃນການແລກປ່ຽນຄວາມຮູ້ ແລະ ປະສົບການ ໃນພັດທະນາລະບົບຢັ້ງຢືນຕົວຕົນພາຍໃນກຸ່ມປະເທດອາຊຽນພ້ອມທັງຊີ້ໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງວຽກງານດັ່ງກ່າວ ແລະ ຜົນຂອງກອງປະຊຸມ ໃນຄັ້ງນີ້ ແມ່ນຈະເປັນບົດສຶກສາຄົ້ນຄວ້າຄວາມເປັນໄປໄດ້ ແລະ ບົດແນະນຳໃນການພັດທະນາລະບົບຢັ້ງຢືນຕົວຕົນດິຈິຕອນອາຊຽນ.