12/07/2024

ເພື່ອເປັນການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮັດແໜ້ນການຮ່ວມມືທາງດ້ານ ເສດຖະກິດດິຈິຕອນ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ຄະນະກໍາມະການພັດທະນາ ແລະ ປະຕິຮູບ ແຫ່ງ ສປ ຈີນ ທີ່ໄດ້ລົງນາມຮ່ວມກັນໃນງານເວທີປາໄສ ໜຶ່ງແລວໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 3 ໃນວັນທີ 20 ຕຸລາ 2023 ແລະ ຜົນການພົບປະຢ້ຽມຢາມ ສູນຂໍ້ມູນແຫ່ງຊາດ ສປ ຈີນ ເພື່ອຖອດຖອນບົດຮຽນການພັດທະນານຳໃຊ້ໂຄ່ງລ່າງພື້ນຖານສູນຂໍ້ມູນແຫ່ງຊາດ ຂອງ ຄະນະຜູ້ແທນ ສູນອິນເຕີເນັດແຫ່ງຊາດ ສປປ ລາວ ໃນຕົ້ນປີ 2024 ຜ່ານມາ.
ໃນວັນທີ 10 ກໍລະກົດ 2024, ສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ໄດ້ຕ້ອນຮັບ ແລະ ເຮັດວຽກຮ່ວມກັບ ສູນຂໍ້ມູນແຫ່ງຊາດ ສປ ຈີນ, ຄະນະກຳມາທິການພັດທະນາ ແລະ ປະຕິຮູບແຫ່ງຊາດ ສປ ຈີນ. ຊຶ່ງໃນຕອນເຊົ້າຂອງວັນດຽວກັນ ໄດ້ມີການຈັດສຳມະນາແລກປ່ຽນກ່ຽວກັບພື້ນຖານໂຄງລ່າງດິຈິຕອນແຫ່ງຊາດ ຂອງທັງສອງພາກສ່ວນ ໂດຍການຮ່ວມເປັນປະທານກ່າວເປີດ ຂອງ ທ່ານ ມີນາໄຊ ພິລາວົງ, ຫົວໜ້າສູນອິນເຕີເນັດແຫ່ງຊາດ ສປປ ລາວ ແລະ ທ່ານ ໂຈວ ໝິນ (Zhou Min), ຮອງປະທານສູນຂໍ້ມູນແຫ່ງຊາດ ສປ ຈີນ, ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 50 ທ່ານຈາກບັນດາກົມ/ທຽບເທົ່າ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດາກະຊວງ, ອົງການ ອ້ອມຂ້າງ. ຊຶ່ງໃນສຳມະນາດັ່ງກ່າວ ສອງຝ່າຍໄດ້ພັດປ່ຽນການຂຶ້ນນໍາສະເໜີຫຼາຍຫົວຂໍ້ ເປັນຕົ້ນແມ່ນ ພາລະບົດບາດຂອງສູນອິນເຕີເນັດແຫ່ງຊາດ ໃນການພັດທະນາ ຄຸ້ມຄອງ ພື້ນຖານໂຄງລ່າງດິຈິຕອນແຫ່ງຊາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ກໍຄື ການຫັນເປັນດິຈິຕອນ ຂອງ ສປປ ລາວ; ສະພາບການພັດທະນາ, ບັນດາແຜນຍຸດທະສາດ ຂອງການບໍລິຫານລັດແບບດິຈິຕອນ ຂອງ ສປປ ລາວ; ພາລະບົດບາດ ໜ້າທີ່ ແລະ ລະບົບພື້ນຖານໂຄງລ່າງດິຈິຕອນ ຂອງ ສປ ຈີນ ເປັນຕົ້ນ. ພາຍຫຼັງການສໍາມະນາ, ຕອນບ່າຍຂອງວັນດຽວກັນ, ຄະນະສູນຂໍ້ມູນແຫ່ງຊາດ ສປ ຈີນ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງທ່ານຮອງລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ພົບປະ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງຄະນະໃນຄັ້ງນີ້.
ໃນເວລາ 17:00 ຂອງວັນດຽວກັນ ຍັງໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືຂົງເຂດການພັດທະນາໂຄງລ່າງພື້ນຖານດິຈິຕອນແຫ່ງຊາດ ລະຫວ່າງ ສອງຝ່າຍ ເພື່ອເສີມຂະຫຍາຍການຮ່ວມມືໃນຂົງເຂດວຽກງານໂຄງລ່າງພື້ນຖານດິຈິຕອນ ເພື່ອຮ່ວມມືກັນໃນການພັດທະນາໂຄງລ່າງພື້ນຖານດິຈິຕອນແຫ່ງຊາດ ໂດຍຍຶດໝັ້ນຫຼັກການສະເໝີພາບເຊິ່ງກັນ ແລະ ກັນ, ມີຜົນປະໂຫຍດຮ່ວມກັນເພື່ອເສີມສ້າງການພົວພັນຮ່ວມມືແບບຍືນຍົງ ແລະ ປະຕິບັດຕາມລະບຽບກົດໝາຍຂອງສອງຝ່າຍ, ທັງສອງຝ່າຍເຫັນດີເປັນເອກະພາບ ໃນບັນດາຫົວຂໍ້ ແລະ ກິດຈະກຳ ເຊັ່ນ: ດ້ານການພັດທະນານະໂຍບາຍໂຄງລ່າງພື້ນຖານດິຈິຕອນແຫ່ງຊາດ, ມາດຕະຖານ ແລະ ລະບຽບການທີ່ຈະເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ດ້ານການຮ່ວມມື ແລະ ການຊ່ວຍເຫຼືອ ໃນການພັດທະນາຊັບພະຍາກອນມະນຸດເພື່ອການພັດທະນາໂຄງລ່າງພື້ນຖານດິຈິຕອນແຫ່ງຊາດ, ດ້ານການພັດທະນານິຕິກໍາຕິດພັນກັບການພັດທະນາໂຄງລ່າງພື້ນຖານດິຈິຕອນແຫ່ງຊາດ, ດ້ານການພັດທະນາ, ການບໍລິການຈັດການ ແລະ ການບໍາລຸງຮັກສາໃນຂະແຫນງການໂຄງລ່າງພື້ນຖານດິຈິຕອນແຫ່ງຊາດ ແລະ ການຮ່ວມມືໃນຮູບແບບອື່ນໆ ຕາມການຕົກລົງຮ່ວມກັນຂອງທັງສອງຝ່າຍ.
ລົງນາມໃນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ໂດຍ ທ່ານ ມີນາໄຊ ພິລາວົງ, ຫົວໜ້າສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ທ່ານ ໂຈວ ໝິນ, ຮອງຫົວໜ້າສູນຂໍ້ມູນແຫ່ງຊາດ, ຄະນະພັດທະນາ ແລະ ປະຕິຮູບແຫ່ງຊາດ ສປ ຈີນ, ຊຶ່ງໃຫ້ກຽດເຂົ້າຮ່ວມເປັນສັກຄີພະຍານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານ ຮອງລັດຖະມົນຕີ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສູນ, ສະຖາບັນ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ສູນຂໍ້ມູນແຫ່ງຊາດ ສປ ຈີນ, ຮອງປະທານຄະນະກຳມາທິການຮ່ວມມື ລາວ-ຈີນ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝາຍເຂົ້າຮ່ວມຢ່າງພ້ອມພຽງ.