01/07/2025

ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເປີດກອງປະຊຸມການເກັບກຳຂໍ້ມູນ, ຊຸກຍູ້ການນຳໃຊ້ ແລະ ປຶກສາຫາລືການຕິດຕັ້ງລະຫັດຊື່ອິນເຕີເນັດ ລະບົບຈົດໝາຍເອເລັກໂຕຣນິກລັດຖະບານ ໃຫ້ບັນດາກະຊວງ ແລະ ອົງການຈັດຕັ້ງພັກ-ລັດ ຂຶ້ນໃນຕອນເຊົ້າຂອງວັນທີ 27 ມິຖຸນາ 2025, ທີ່ຫ້ອງປະຊຸມຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂດຍການເປັນປະທານຂອງ ທ່ານ ຄຳຜາຍ ອິນທະຣາ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ຊຶ່ງມີຜູ້ເຂົ້າຮ່ວມຕາງໜ້າຈາກບັນດາກະຊວງ ແລະ ອົງການຈັດຕັ້ງພັກ-ລັດ ຈໍານວນ 50 ກວ່າທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນກອງປະຊຸມປຶກສາຫາລື ແລະ ເປີດເວທີໃນການແລກປ່ຽນຄຳຄິດຄຳເຫັນ ຂອງບັນດາກະຊວງ ແລະ ອົງການຈັດຕັ້ງພັກ-ລັດ ຕໍ່ກັບການການນຳໃຊ້ລະບົບຈົດໝາຍເອເລັກໂຕຣນິກລັດຖະບານ ຊຶ່ງເປັນການຊຸກຍູ້, ເສີມສ້າງຄວາມເຂັ້ມແຂງໃຫ້ກັບຜູ້ນຳໃຊ້ ແລະ ສົ່ງເສີມການນໍາໃຊ້ໃຫ້ຫຼາຍຂຶ້ນກວ່າເກົ່າ. ພ້ອມກັນນັ້ນ, ກໍໄດ້ສອບຖາມບັນດາຫ້ອງການຕ່າງໆ ເພື່ອເກັບກຳຂໍ້ມູນມາຖອດຖອນບົດຮຽນ, ຄົ້ນຄວ້າ ແລະ ສຶກສາເຖິງປັດໄຈອັນໃດທີ່ເປັນປັດໄຈອັນສຳຄັນໃນການປະຍຸກ ແລະ ຫັນປ່ຽນມານໍາໃຊ້ລະບົບຈົດໝາຍເອເລັກໂຕຣນິກລັດຖະບານ.
ໃນກອງປະຊຸມ ໄດ້ນໍາສະເໜີເຖິງສະພາບການນໍາໃຊ້ລະບົບໃນປັດຈຸບັນ, ບໍ່ວ່າຈະເປັນພາກພື້ນອາຊີ ອາຄະເນ ຫຼື ອົງການຈັດຕັ້ງທົ່ວໂລກ ລ້ວນແລ້ວແຕ່ຫັນປ່ຽນທິດທາງການເຮັດວຽກຂອງອົງກອນໂດຍການນຳໃຊ້ເຄື່ອງມືເຕັກໂນໂລຊີດິຈິຕອນ ເຂົ້າມາປະຍຸກເຂົ້າໃນຂົງເຂດແຕ່ລະວຽກງານ. ລະບົບຈົດໝາຍເອເລັກໂຕຣນິກລັດຖະບານ ຖືວ່າເປັນເຄື່ອງມືອັນສຳຄັນທີ່ເປັນແຮງຂັບເຄື່ອນໃນການຫັນເປັນດິຈິຕອນ, ຊຶ່ງຈະຊ່ວຍໃຫ້ການຕິດຕໍ່ສື່ສານ ແລະ ພົວພັນປະສານງານ ໄດ້ຢ່າງມີປະສິດທິພາບ ແລະ ປອດໄພ. ພ້ອມດຽວກັນນັ້ນ, ລະບົບດັ່ງກ່າວ ຖືໄດ້ເປັນການຢັ້ງຢືນ ແລະ ພິສູດຕົວຕົນຂອງບັນດາຜູ້ໃຊ້ວ່າເປັນພະນັກງານລັດຖະກອນ ແລະ ສັງກັດຢູ່ໃນອົງການຈັດຕັ້ງໃດ, ຊຶ່ງຈະເປັນການສະແດງຕົວຕົນ ແລະ ເສີມສ້າງຄວາມເຊື່ອໝັ້ນ ໃນການຕິດຕໍ່ພົວພັນລະຫວ່າງອົງການຈັດຕັ້ງຢູ່ພາຍໃນ ແລະ ສາກົນ. ພ້ອມກັນນັ້ນ, ກອງປະຊຸມໄດ້ນໍາສະເໜີ ແລະ ແນະນໍາການຕິດຕັ້ງລະຫັດຊື່ອິນເຕີເນັດລະບົບຈົດໝາຍເອເລັກໂຕຣນິກລັດຖະບານ ໃຫ້ບັນຫາຫ້ອງການຕ່າງໆທີ່ເຂົ້າຮ່ວມໃຫ້ຮັບຮູ້ເຂົ້າໃຈເຖິງຂັ້ນຕອນ ແລະ ລາຍລະອຽດໃນການຕິດຕັ້ງ.
ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສົນທະນາ ແລະ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບປະສົບການໃນການນຳໃຊ້ລະບົບຈົດໝາຍເອເລັກໂຕຣນິກຂອງພາກສ່ວນຕ່າງໆໄດ້ຢ່າງຟົດຟຶ້ນ ຊຶ່ງຜູ້ເຂົ້າຮ່ວມໄດ້ປະກອບສ່ວນໃນການສະໜອງຂໍ້ມູນ, ຂໍ້ສະເໜີຕ່າງໆ ເພື່ອເປັນຂໍ້ມູນໃນການນໍາໃຊ້ລະບົບຈົດໝາຍເອເລັກໂຕຣນິກເຂົ້າໃນວຽກງານຕົວຈິງຢ່າງມີປະສິດທິພາບສູງ ແລະ ເປັນບາດກ້າວຕໍ່ໄປ ເພື່ອກ້າວໄປສູ່ການຫັນເປັນລັດຖະບານດິຈິຕອນໃນອະນາຄົດ. ກອງປະຊຸມໄດ້ປິດລົງໃນວັນດຽວກັນ ເວລາ 12:00 ໂມງ.