02/07/2025
ຄະນະນັກສຶກສາ ການນຳພັກ-ລັດ ບຳລຸງວຽກງານ ປກຊ - ປກສ ຊຸດທີ XXI ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ, ນຳພາໂດຍ ສະຫາຍ ພັນເອກ ປ.ອ ສອນທະນູ ແກ້ວໝື່ນເຮືອງ ຫົວໜ້າກົມການເມືອງ ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ ພ້ອມດ້ວຍຄະນະນັກສຶກສາ ໄດ້ລົງຢ້ຽມຢາມ ກອງພັນໃຫຍ່ 497 ໃນທ້າຍເດືອນມິຖຸນາ ຜ່ານມາ, ໂດຍໃຫ້ການຕ້ອນຮັບຂອງສະຫາຍ ພັນເອກ ຄຳສຸກ ໄຊມວນສິນ ຮອງເລຂາຄະນະພັກ ຫົວໜ້າການທະຫານ ກອງພັນໃຫຍ່ 497 ພ້ອມດ້ວຍພະນັກງານຫຼັກແຫຼ່ງນໍາພາ-ບັນຊາ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.

ໃນໂອກາດ, ລົງມາຢ້ຽມຢາມຂອງຄະນະນັກສຶກສາ ການນຳພັກ-ລັດໃນຄັ້ງນີ້, ກໍໄດ້ຮັບຟັງການລາຍງານຫຍໍ້ ຈາກສະຫາຍ ພັນເອກ ພອນໄຊ ບໍລະດົມ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 497 ກ່ຽວກັບສະພາບ, ຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ ໜ້າທີ່ການເມືອງ, ມູນເຊື້ອ, ຜົນງານ ໄຊຊະນະ ແລະ ການປັບປຸງກໍ່ສ້າງກົມກອງໃນໄລຍະຜ່ານມາ, ເປັນຕົ້ນແມ່ນຂົງເຂດວຽກງານເຮັດໃຫ້ສະພາບມີຄວາມສະຫົງບ, ວຽກງານປັບປຸງກໍ່ສ້າງກຳລັງ, ວຽກງານອົບຮົມ-ຫັດແອບ, ວຽກງານຮັບປະກັນດ້ານພະລາທິການ-ເຕັກນິກ ແລະ ວຽກງານພົວພັນຮ່ວມມືກັບກົມກອງເພື່ອນ.


ພ້ອມນີ້, ຄະນະນັກສຶກສາການນຳພັກ-ລັດ ຍັງໄດ້ນຳເອົາຄອມຕັ້ງໂຕະ ຈຳນວນ 3 ເຄື່ອງ, ໂນດບຸກ 2 ເຄື່ອງ, ປິນເຕີ້ 1 ຊຸດ, ເງິນສົດ 5.000.000 ລ້ານກີບ. ລວມມູນຄ່າທັງໝົດ: 40 ລ້ານກີບ. ເພື່ອປະກອບສ່ວນຊຸກຍູ້ເຂົ້າໃນວຽກງານລວມຂອງກົມກອງ. ກ່າວຮັບໂດຍສະຫາຍ ພັນເອກ ຄຳສຸກ ໄຊມວນສິນ.



ຈາກນັ້ນ, ກໍໄດ້ຮັບຊົມລາຍການສະແດງຕ່າງໆ ຂອງກົມກອງ ຢູ່ກອງພັນເຄື່ອນທີ່ໄວ 428 ແລະ ເຂົ້າຮ່ວມຍິງປືນອາຊຽນ ຢູ່ສະໜາມຫັດແອບຕື່ມອີກ.





ຂ່າວ-ພາບ: ຮ້ອຍໂທ ເປີ້ນ ແສງຄຳມີ.

