03/07/2025

ໃນຕອນເຊົ້າເວລາຂອງວັນທີ 01 ກໍລະກົດ 2025 ທີ່ຜ່ານມານີ້, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການສະຫະປະຊາຊາດ ເພື່ອການພັດທະນາປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາ ແລະ ປືກສາຫາລື ກ່ຽວກັບບົດລາຍງານດັດສະນີການພັດທະນາຊັບພະຍາກອນມະນຸດ ພາຍໃຕ້ ຫົວຂໍ້ “ຄວາມສໍາຄັນຂອງທາງເລືອກ: ຜູ້ຄົນ ແລະ ຄວາມເປັນໄປໄດ້ໃນຍຸກຂອງປັນຍາປະດິດ” ຂຶ້ນທີ່ໂຮງແຮມ SN Residence. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ນາງ MARTINE THERER ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈໍາ ສປປລາວ (UNDP) ມີຕາງໜ້າຈາກບັນດາກົມອ້ອມຂ້າງ, ຈາກ ກະຊວງ ແລະ ອົງການທຽບເທົ່າ, ມະຫາໄລແຫ່ງຊາດ, ສະພາການຄ້າ, ສະມາຄົມໄອຊີທີລາວ, ສະຖານທູດ, ອົງການສາກົນ ແລະ ບັນດາບໍລິສັດຜູ້ປະກອບການໄອຊີທີ ເຂົ້າຮ່ວມຈໍານວນ 50 ທ່ານ.
ກອງປະຊຸມດັ່ງກ່າວໄດ້ຮັບຟັງການນໍາສະເໜີກ່ຽວກັບບົດລາຍງານການພັດທະນາຊັບພະຍາກອນມະນຸດ ໃນປີ 2025 (Human Development Report 2025) ໂດຍ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໂດຍສຸມໃສ່ການກະກຽມຄວາມພ້ອມທາງດ້ານຊັບພະຍາກອນມະນຸດໃນຍຸກແຫ່ງປັນຍາປະດິດ, ສູນບໍລິຫານລັດດິຈິຕອນ ໄດ້ສະເໜີ ການຫັນເປັນດິຈິຕອນ ແລະ ການນໍາໃຊ້ປັນຍາປະດິດເຂົ້າໃນວຽກງານການບໍລິການສາທາລະນະຢູ່ ສປປ ລາວ ແລະ ຕາງໜ້າ ສະຖາບັນຄົ້ນຄວ້າອັດສະລີຍະ ໄດ້ສະເໜີພາບລວມ ຮ່າງຍຸດທະສາດປັນຍາປະດິດແຫ່ງຊາດ. ພ້ອມນີ້, ຜູ້ເຂົ້າຮ່ວມ ຈາກ ອົງການ UNESCO, ມະຫາວິທະຍາໄລແຫ່ງຊາດ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ສະມາຄົມການຄ້າໄອຊີທີລາວ ແລະ ບໍລິສັດຜູ້ປະກອບການໄອຊີທີ ໄດ້ແລກປ່ຽນ ສະພາບການພັດທະນາ ແລະ ການນໍາເອົາປັນຍາປະດິດ (AI) ເຂົ້າມາຮັບໃຊ້ໃນວຽກງານ ແລະ ການຈັດຕັ້ງຜັນຂະຫຍາຍເຂົ້າໃນການຫັນເປັນທັນສະໄໝຂອງການສຶກສາ, ເສດຖະກິດ ແລະ ສັງຄົມ.
ຕອນທ້າຍ, ທ່ານ ປອ. ສັນຕິສຸກ ສິນມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີຄໍາເຫັນຕໍ່ກັບບົດລາຍງານ, ຜົນຂອງການປຶກສາຫາລື ແລະ ແຜນການຮ່ວມມື ໃນຕໍ່ໜ້າ ລະຫວ່າງ ພາກລັດ, ເອກະຊົນ, ສະຖາບັນການສຶກສາ ແລະ ອົງການຈັດຕັ້ງສາກົນ ເພື່ອຮ່ວມກັນສ້າງສະພາບແວດລ້ອມໃນການພັດທະນາ ປັນຍາປະດິດ ໃຫ້ມີຄວາມເຂັ້ມແຂງ ແລະ ຢືນຢົງ. ໂດຍສະເພາະ ແມ່ນພາລະບົດບາດຂອງແຕ່ລະພາກສ່ວນ ໃນການປະກອບສ່ວນ ແລະ ຂັບເຄື່ອນວຽກ AI ເປັນຕົ້ນ ການສ້າງພື້ນຖານໂຄງລ່າງດິຈິຕອນ, ການພັດທະນາຊັບພະຍາກອນມະນຸດ, ການສ້າງພື້ນຖານພາສາລາວ ໃນໂມເດວຖານຂໍ້ມູນພາສາ (LLM) , ການປູກຈິດສໍານືກ, ຈັນຍາບັນ ແລະ ຈັນຍາທໍາ ໃນການນໍາໃຊ້ AI ແລະ ການພັດທະນາຍຸດທະສາດ ແລະ ລະບຽບການໃນການຄຸ້ມຄອງ ການນໍາໃຊ້ປັນຍາປະດິດ ເພື່ອຮັບປະກັນເປົ້າໝາຍສະຫະສະວັດ SDG 2030, ຫຼຸດຜ່ອນຄວາມແຕກໂຕນທາງດ້ານດິຈິຕອນ ແລະ ບໍ່ຖິ້ມໃຜໄວ້ທາງຫຼັງ.
ກອງປະຊຸມສໍາມະນາໄດ້ປິດລົງໃນເວລາ 12:30 ໂມງຂອງວັນດຽວກັນ.