ສູນອິນເຕີເນັດ ແຫ່ງຊາດ ສປປ ລາວ ຮ່ວມກັບ ສູນຮັບຮອງເອເລັກໂຕຣນິກ ສສ ຫວຽດນາມ ຈັດຕັ້ງປະຕິບັດແຜນການຮ່ວມມື ປະຈຳປີ 2025

23/07/2025

ສູນອິນເຕີເນັດ ແຫ່ງຊາດ ສປປ ລາວ ຮ່ວມກັບ ສູນຮັບຮອງເອເລັກໂຕຣນິກ ສສ ຫວຽດນາມ ຈັດຕັ້ງປະຕິບັດແຜນການຮ່ວມມື ປະຈຳປີ 2025

ສູນອິນເຕີເນັດ ແຫ່ງຊາດ (ສອຊ), ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ຮ່ວມກັບ ສູນຮັບຮອງເອເລັກໂຕຣນິກ (NEAC), ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ໄດ້ຈັດກອງປະຊຸມ ແລະ ຊຸດຝຶກອົບຮົມວິຊາການ ເພື່ອຈັດຕັ້ງປະຕິບັດແຜນການຮ່ວມມື ປະຈຳປີ 2025 ຕາມບົດບັນທຶກຄວາມເຂົ້າໃຈ ໃນການຮ່ວມມືພັດທະນາ ແລະ ສົ່ງເສີມການນຳໃຊ້ ໃນຂົງເຂດວຽກງານລາຍເຊັນເອເລັກໂຕຣນິກ ແລະ ການຮັບຮອງເອເລັກໂຕຣນິກ ລະຫວ່າງ ວັນທີ 14-17 ກໍລະກົດ 2025, ທີ່ ນະຄອນຫຼວງວຽງຈັນ.

ໂອກາດດັ່ງກ່າວ, ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂໍ່ານັບ ຂອງ ທ່ານ ນາງ ໂຕ່ ທິ ທູ ເຮືອງ, ຫົວໜ້າສູນ NEAC ໃນໂອກາດທີ່ນຳພາຄະນະຈາກ ສູນ NEAC, ກົມນິຕິກຳ, ກົມເສດຖະກິດດິຈິຕອນ ແລະ ສັງຄົມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ເດີນທາງມາຮ່ວມກອງປະຊຸມ ແລະ ຝຶກອົບຮົມວຽກງານລາຍເຊັນເອເລັກໂຕຣນິກ ແລະ ການຮັບຮອງທາງເອເລັກໂຕຣນິກ. ໃນການເຂົ້າຢ້ຽມຢາມຂໍ່ານັບຄັ້ງນີ້ ສອຊ ແລະ ສູນ NEAC ໄດ້ລາຍງານຜົນການຈັດຕັ້ງປະຕິບັດຕິບັດບົດບັນທຶກຄວາມເຂົ້າໃຈໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ ທີ່ໄດ້ຕົກລົງເຫັນດີຮ່ວມການຈັດຕັ້ງປະຕິບັດ. ໃນວາລະດຽວກັນ, ທ່ານ ຮອງລັດຖະມົນຕີ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຂອບໃຈ ພ້ອມທັງຊົມເຊີຍ ທີ່ທາງສູນ NEAC ໄດ້ໃຫ້ການຊ່ວຍເຫຼືອໃນດ້ານການພັດທະນາບຸກຄະລາກອນ ແລະ ແລກປ່ຽນບົດຮຽນໃຫ້ແກ່ ສອຊ ກໍຄືກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ໃນໄລຍະຜ່ານມາ ຢ່າງເປັນປົກະຕິ ແລະ ຕໍ່ເນື່ອງ. ທ່ານ ຍັງໄດ້ມີທິດຊີ້ນຳໃຫ້ທັງ 02 ຝ່າຍ ສືບຕໍ່ຈັດຕັ້ງປະຕິບັດການຮ່ວມມືໃນຂົງເຂດວຽກງານລາຍເຊັນ ແລະ ການຮັບຮອງເອເລັກໂຕຣນິກ ໃຫ້ປາກົດຜົນເປັນຈິງ ແລະ ໄດ້ຮັບຜົນສຳເລັດຢ່າງມີປະສິດທິພາບ ເພາະວຽກງານດັ່ງກ່າວແມ່ນວຽກງານທີ່ສຳຄັນ ແລະ ຈຳເປັນ ອັນເປັນພື້ນຖານໃນການອຳນວຍຄວາມສະດວກໃຫ້ແກ່ການຫັນເປັນດິຈິຕອນ ໃນຍຸກປັດຈຸບັນ ຂອງ ສປປ ລາວ ແລະ ທຸກປະເທດໃນໂລກ. 

ໃນເວລາຕໍ່ມາ, ທ່ານ ມີນາໄຊ ພິລາວົງ, ຫົວໜ້າສູນອິນເຕີເນັດ ແຫ່ງຊາດ ແລະ ທ່ານ ນາງ ໂຕ່ ທິ ທູ ເຮືອງ, ຫົວໜ້າສູນ NEAC ພ້ອມດ້ວຍຄະນະ ໄດ້ຮ່ວມຈັດກອງປະຊຸມພົບປະ 02 ຝ່າຍ ທີ່ ສູນອິນເຕີເນັດ ແຫ່ງຊາດ ເພື່ອສະຫຼຸບຖອດຖອນບົດຮຽນການຮ່ວມມື ໃນການຈັດຕັ້ງປະຕິບັດວຽກງານລາຍເຊັນເອເລັກໂຕຣນິກ ຕາມບົດບັນທຶກຄວາມເຂົ້າໃຈ. ໃນໄລຍະຜ່ານມາ ທັງ 02 ຝ່າຍ ໄດ້ເດີນທາງຢ້ຽມຢາມເຊິ່ງກັນ ແລະ ກັນ ເພື່ອແລກປ່ຽນບົດຮຽນ ແລະ ປະສົມການໃນການຄຸ້ມຄອງ, ສົ່ງເສີມການນຳໃຊ້ໃຫ້ແກ່ ພະນັກງານຂອງ ສອຊ, ກຕສ ແລະ ພາກສ່ວນທີ່ກ່ຽວຂ້ອງເປັນປົກະຕິໃນທຸກໆປີ, ພ້ອມດຽວກັນນັ້ນ ທັງ 02 ຝ່າຍ ກໍເຫັນດີໃນການສ້າງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອຮ່ວມມືກັບພັດທະນາວຽກງານລາຍເຊັນເອເລັກໂຕຣນິກຂອງ ສປປ ລາວ ໃຫ້ທຽບເທົ່າກັບ ສສ ຫວຽດນາມ ເພື່ອຮອງຮັບການຫັນເປັນດິຈິຕອນ ຂອງ ສປປ ລາວ.

ຊຸດຝຶກອົບຮົມ ໃນຫົວຂໍ້: ການນຳໃຊ້ໃບຮັບຮອງເອເລັກໂຕຣນິກ ໃນການຮັກສາຄວາມປອດໄພຂອງທຸລະກຳອອນລາຍ ໄດ້ຖືກຈັດຂຶ້ນທີ່ ສະຖາບັນເຕັກໂນໂລຊີການສືື່ສານຂໍໍ້ມູນຂ່າວສານ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ມີນາໄຊ ພິລາວົງ, ຫົວໜ້າສູນອິນເຕີເນັດ ແຫ່ງຊາດ ສປປ ລາວແລະ ທ່ານ ນາງ ໂຕ່ ທິ ທູ ເຮືອງ,  ຫົວໜ້າສູນຮັບຮອງລາຍເຊັນເອເລັກໂຕຣນິກ ແຫ່ງຊາດ ສສ ຫວຽດນາມ, ພ້ອມດ້ວຍຄະນະທີ່ເດີນທາງມາຈາກ ສສ ຫວຽດນາມ, ຊຶ່ງມີຫົວໜ້າ, ຮອງຫົວໜ້າພະແນກ ຈາກບັນດາກົມ/ທຽບເທົ່າພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງອ້ອມຂ້າງ, ທະນາຄານເອກະຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງຟົດຟື້ນ. 

ໃນໂອກາດກ່າວເປີດພິທີ, ທ່ານ ມີນາໄຊ ພິລາວົງ ໄດ້ກ່າວວ່າ: ສູນອິິນເຕີເນັດ ແຫ່ງຊາດ ແລະ ສູນຮັບຮອງລາຍເຊັນເອເລັກໂຕຣນິກ ແຫ່ງຊາດ ສສ ຫວຽດນາມ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພືອຮ່ວມມືໃນການພັດທະນາວຽກງານໃນຂົງເຂດລາຍເຊັນ ແລະ ການຮັບຮອງເອເລັກໂຕຣນິກ ຊຶ່ງວຽກງານດັ່ງກ່າວ ກໍເປັນອີກວຽກງານໜຶ່ງທີ່ຕິດພັນ ແລະ ນອນຢູ່ໃນແຜນການຫັນເປັນດິຈິຕອນ ທີ່ຈະສົ່ງເສີມໃຫ້ສັງຄົມລາວມີຄວາມຮັບຮູ້ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງລາຍເຊັນ ແລະ ໃບຮັບຮອງເອເລັກໂຕຣນິກ ໃນປັດຈຸບັນ. 

ຊຸດຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງຄວາມຮັບຮູ້ໃນສັງຄົມລາວກ່ຽວກັບການນຳໃຊ້ລາຍເຊັນ ແລະ ໃບຮັບຮອງເອເລັກໂຕຣນິກເຂົ້າໃນລະບົບ ແລະ ການເຮັດທຸລະກຳອອນລາຍ ຊຶ່ງການນຳໃຊ້ລາຍເຊັນ ແລະ ໃບຮັບຮອງເອເລັກໂຕຣນິກແມ່ນມີຄວາມຈຳເປັນ ແລະ ສຳຄັນຫຼາຍໃນການຫັນເປັນດິຈິຕອນໃນທົ່ວສັງຄົມ ເພາະໃບຮັບຮອງເອເລັກໂຕຣນິກ ຈະເປັນການຢັ້ງຢືນຕົວຕົນຂອງຜູ້ໃຊ້, ປ້ອງກັນການປອມແປງ-ການແອບອ້າງ, ສ້າງຄວາມເຊື່ອໝັ້ນ ແລະ ປອດໄພໃຫ້ແກ່ຜູ້ໃຊ້ລະບົບ ແລະ ເຈົ້າຂອງລະບົບ ໃນການເຮັດທຸລະກຳຕ່າງໆຜ່ານທາງເອເລັກໂຕຣນິກອີກດ້ວຍ.

ຂ່າວ ແລະ ຮູບ: ສູນອິນເຕີເນັດ ແຫ່ງຊາດ

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ