ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຄວາມກ້າວໜ້າ ຂອງແມ່ຍິງ, ແມ່ ແລະ ເດັກ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ທ້າຍປີ 2025

23/07/2025

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຄວາມກ້າວໜ້າ ຂອງແມ່ຍິງ, ແມ່ ແລະ ເດັກ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ທ້າຍປີ 2025

ຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄກມດ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2025 ຂຶ້ນໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2025, ທີ່ຫ້ອງປະຊຸມຂອງກະຊວງ (ຕຶກ F), ໂດຍການເປັນປະທານ ຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ, ປະທານ ຄກມດ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີຮອງປະທານ, ຄະນະ ແລະ ເສນາທິການຊ່ວຍວຽກ ຄກມດ ຈາກບັນດາກົມ/ທຽບເທົ່າ, ບໍລິສັດ ດ້ານໂທລະຄົມ ແລະ ໄປສະນີ ອ້ອມຂ້າງ ກຕສ ເຂົ້າທັງໝົດ 40 ກວ່າທ່ານ.

ກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງ ຄກມດ ກຕສ. ພ້ອມນັ້ນ, ບັນດາກົມ/ທຽບເທົ່າ, ບໍລິສັດດ້ານໂທລະຄົມມະນາຄົມ ແລະ ໄປສະນີ ກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ທີ່ຕິດພັນກັບຂົງເຂດຕົນຕໍ່ກອງປະຊຸມຊາບ ພ້ອມທັງປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ ໃນການການເຄື່ອນໄຫວວຽກງານໃນຕໍ່ໜ້າ.

ກອງປະຊຸມຍັງໄດ້ເປັນກຽດຮັບຟັງການໂອ້ລົມ ແລະ ມີຄໍາເຫັນຂອງທ່ານປະທານ ຊຶ່ງໄດ້ເນັ້ນກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງ ຄກມດ ກະຊວງ ໂດຍສະເພາະ ແມ່ນຮຽກຮ້ອງໃຫ້ ບັນດາກົມທຽບ/ເທົ່າ, ບໍລິສັດ ດ້ານໂທລະຄົມ ແລະ ໄປສະນີ ເອົາໃຈໃສ່ ໃນການປະຕິບັດວຽກງານ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ເສນາທິການຊ່ວຍວຽກຂັ້ນຂອງຕົນ ໃຫ້ມີຄວາມຮັບຮູ້ ເຂົ້າໃຈເລິກເຊິ່ງຕໍ່ວຽກງານ ເພື່ອສາມາດນໍາໄປປັບປຸງແກ້ໄຂ ແລະ ຜັນຂະຫຍາຍຈັດຕັ້ງປະຕິບັດເພື່ອໃຫ້ບັນລຸຕາມລະດັບຄາດໝາຍ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ