ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປີດຂຶ້ນຢ່າງເປັນທາງການ

26/08/2025

ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປີດຂຶ້ນຢ່າງເປັນທາງການ

​ໃນຕອນເຊົ້າຂອງວັນທີ 26 ສິງຫາ 2025, ທີ່ ສູນຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໄດ້ດໍາເນີນກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ພາຍໃຕ້ການເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ, ກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະຄຸ້ມຄອງອິນເຕີເນັດແຫ່ງຊາດ, ຜູ້ຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີສະຫາຍຮອງເລຂາ, ບັນດາສະຫາຍຄະນະປະຈໍາພັກ ແລະ ສະຫາຍເລຂາ/ປະທານ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມຮ່ວມເປັນຄະນະປະທານກອງປະຊຸມ. ນອກຈາກນີ້, ຍັງມີສະຫາຍກໍາມະການພັກກະຊວງ, ອະດີດເລຂາຄະນະພັກກະຊວງ, ອະດີດການນໍາ ຕະຫຼອດຮອດພະນັກງານອາວຸໂສບໍານານ, ບັນດາແຂກຜູ້ຕາງໜ້າຈາກກະຊວງ/ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມກອງປະຊຸມ. ໃນນີ້, ມີບັນດາສະຫາຍຜູ້ແທນສົມບູນ ຈໍານວນ 220 ສະຫາຍ, ຍິງ 72 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທັງໝົດ 799 ສະຫາຍ, ຍິງ 309 ສະຫາຍ ເຂົ້າຮ່ວມ.

​ກອງປະຊຸມ ໄດ້ດໍາເນີນໂດຍພາຍໃຕ້ຄໍາຂວັນ “ຍົກສູງຄວາມຮັບຜິດຊອບຕໍ່ວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ກາຍເປັນກໍາລັງແຮງຂັບເຄື່ອນໃນການຫັນເປັນດິຈິຕອນ ຕາມທິດອຸດສາຫະກໍາ ແລະ ທັນສະໄໝ” ສະແດງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງ ຂະແໜງເຕັກໂນໂລຊີ ແລະ ການສື່ສານ ກໍຄື ຄວາມສໍາຄັນ ຂອງການນໍາໃຊ້ ເພື່ອການພັດທະນາເສດຖະກິດ-ສັງຄົມ.

:

​ໃນໂອກາດກ່າວເປີດກອງປະຊຸມ, ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນເຫດການການເມືອງທີ່ສໍາຄັນ ຂອງທົ່ວຂະແໜງເຕັກໂນໂລຊີ ແລະ ການສື່ສານ ທີ່ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ຍ້ອນການນໍາພາ-ຊີ້ນໍາຢ່າງໃກ້ສິດຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ, ການປະກອບສ່ວນຢ່າງຕັ້ງໜ້າ ແລະ ຍ້ອນຄວາມເອົາໃຈໃສ່ ຂອງສະມາຊິກພັກ-ພະນັກງານພາຍໃນກະຊວງ ຊຶ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າໃນທຸກຂົງເຂດວຽກງານຢ່າງເປັນຂະບວນຟົດຟື້ນ.

ກອງປະຊຸມ ໄດ້ພ້ອມກັນສັງເກດຕີລາຄາຄວາມເປັນເຈົ້າການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ ທີ່ກອງປະຊຸມ ຄັ້ງທີ XI ຂອງພັກກໍານົດ ຕິດພັນກັບການຕີລາຄາຜົນຂອງການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ການເມືອງ, ຄົ້ນຄວ້າວິໄຈບັນດາສາເຫດຂອງຜົນສໍາເລັດ ແລະ ຂໍ້ຄົງຄ້າງ, ພ້ອມກັບຖອດຖອນບົດຮຽນ ບົນພື້ນຖານການວິເຄາະໄຈ້ແຍກຈຸດພິເສດຕ່າງໆໃນຮ່າງລາຍງານການເມືອງ, ຮ່າງແຜນພັດທະນາ 5 ປີ ຄັ້ງທີ IV ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ ແລະ ຮ່າງບົດສຳຫຼວດນຳພາລວມ ຂອງຄະນະບໍລິຫານງານພັກ ສະໄໝທີ II ເພື່ອເປັນພື້ນຖານພິຈາລະນາວາງທິດທາງວຽກງານ ໃນຊຸມປີຕໍ່ໜ້າ.

ພ້ອມດຽວກັນນີ້, ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ຈະໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ III ຊຶ່ງສະແດງເຖິງຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຮັບປະກັນລັກສະນະສືບທອດປ່ຽນແທນ ແລະ ເຮັດໃຫ້ຖັນແຖວສະມາຊິກພັກ-ພະນັກງານ ການນໍາ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ນັບມື້ໜຸ່ມແໜ້ນ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃນຕໍ່ໜ້າ. ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 2 ວັນຈຶ່ງຈະສໍາເລັດ.

ຂ່າວໂດຍ: ອະນຸກໍາມະການຂະບວນການ-ໂຄສະນາຂ່າວສານ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ