ກອງປະຊຸມ ປະຖົມມະລຶກໜ່ວຍງານ ກວດກາ, ຕິດຕາມ, ປ້ອງກັນ ແລະ ແກ້ໄຂບັນຫາຕົວະຍົວະຫລອກລວງຜ່ານທາງອອນລາຍ ຄະນະກຳມະການຄຸ້ມຄອງ ອິນເຕີເນັດ ແຫ່ງຊາດ

29/08/2025

ກອງປະຊຸມ ປະຖົມມະລຶກໜ່ວຍງານ ກວດກາ, ຕິດຕາມ, ປ້ອງກັນ ແລະ ແກ້ໄຂບັນຫາຕົວະຍົວະຫລອກລວງຜ່ານທາງອອນລາຍ ຄະນະກຳມະການຄຸ້ມຄອງ ອິນເຕີເນັດ ແຫ່ງຊາດ

ໃນວັນທີ 21 ສິງຫາ 2025, ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມ ປະຖົມມະລຶກໜ່ວຍງານ ກວດກາ, ຕິດຕາມ, ປ້ອງກັນ ແລະ ແກ້ໄຂບັນຫາຕົວະຍົວະຫລອກລວງຜ່ານທາງອອນລາຍ ໂດຍການເປັນປະທານ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ-ຜູ້ປະຈໍາການ ຄຄອຊ ມີທ່ານຮອງລັດຖະມັນຕີ ກະຊວງປ້ອງກັນຄວາມສະຫງົບ, ທ່ານຮອງລັດຖະມົນຕີ ກຕສ, ທ່ານຮອງຜູ້ວ່າທະນາຄານ ແຫ່ງ ສປປລາວ, ຕາງໜ້າຈາກບັນດາກົມອ້ອມຂ້າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຫ້ອງການກອງເລຂາ ຄຄອຊ ສູນອິນເຕີເນັດແຫ່ງຊາດ, ອົງການດັດສົມໂທລະຄົມມະນາຄົມ, ກົມຄວາມປອດໄພໄຊເບີ), ກະຊວງປ້ອງກັນຄວາມສະຫງົບ (ກົມໃຫຍ່ຕໍາຫຼວດ, ກົມຕໍາຫຼວດເສດຖະກິດ, ກົມສືບສວນສອບສວນ, ກົມ 202, ກົມໃຫຍ່ສັນຕິບານ, ກົມສຳມະໂນຄົວ ແລະ ກໍ່ສ້າງຮາກຖານ), ທະນາຄານແຫ່ງ ສປປ ລາວ (ກົມຄຸ້ມຄອງລະບົບການຊໍາລະ, ພະແນກນິຕິກໍາ ແລະ ພະແນກປະຊາສໍາພັນ ຫ້ອງການ, ກົມຄຸ້ມຄອງທະນາຄານທຸລະກິດ, ສໍານັກງານຂໍ້ມູນຕ້ານການຟອກເງິນ) ປະທານສະມາຄົມທະນາຄານລາວ, ທະນາຄານທຸລະກິດ, ບັນດາບໍລິສັດໂທລະຄົມມະນາຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ຫ້ອງການກອງເລຂາ ຄຄອຊ ໄດ້ຜ່ານຂໍ້ຕົກລົງ ຂອງ ທ່ານປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ວ່າດ້ວຍການແຕ່ງຕັ້ງໜ່ວຍງານ ກວດກາ, ຕິດຕາມ, ປ້ອງກັນ ແລະ ແກ້ໄຂບັນຫາຕົວະຍົວະຫລອກລວງຜ່ານທາງອອນລາຍ ສະບັບເລກທີ 015/ຄຄອຊ, ລົງວັນທີ 11 ສິງຫາ 2025 ເພື່ອເປັນໜ່ວຍງານພາຍໃຕ້ ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ໃນການແກ້ໄຂບັນຫາຕົວະຍົວະຫລອກລວງຜ່ານທາງອອນລາຍ ແລະ ເລັ່ງຄົ້ນຄວ້າສ້າງສູນຮັບແຈ້ງເຫດ ໂດຍຄະນະຊີ້ນໍາລວມປະກອບດ້ວຍ ທ່ານຮອງລັດຖະມັນຕີ ກະຊວງປ້ອງກັນຄວາມສະຫງົບ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງຜູ້ວ່າທະນາຄານ ແຫ່ງ ສປປລາວ ແລະ ທ່ານອື່ນໆ.

ໃນໂອກາດນີ້, ປະທານກອງປະຊຸມ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສຳຄັນ ແລະ ຄວາມເອົາໃຈໃສ່ຢ່າງເປັນເອກະພາບ ຕໍ່ກັບວຽກງານຄຸ້ມຄອງ ແລະ ການນຳໃຊ້ ອິນເຕີເນັດ ເຊິ່ງປະຈຸບັນການຕົວະຍົວະຫລອກລວງ ທີ່ຕິດພັນກັບທຸລະກໍາທາງການເງິນ ຜ່ານທາງອອນລາຍຍັງເປັນປະເດັນຮ້ອນແຮງ ທີ່ຈະຕ້ອງໄດ້ຮີບຮ້ອນໄກ້ໄຂ ໂດຍສະເພາະກຸ່ມແກ້ງ ຄໍເຊັນເຕີ ຫລອກລວງຜ່ານທາງອອນລາຍໂດຍຫລາຍຮູບແບບ ເຊັ່ນ: ການຖືກລາງວັນ, ການຕົວະຂຶ້ນທະບຽນເລກໝາຍໂທລະສັບ, ການຕົວະໃຫ້ລົງທຶນຜົນຕອບແທນສູງ, ການຕົວະໃຫ້ແລກປ່ຽນເງິນຕາ, ການຫຼອກລວງຂໍການຊ່ວຍເຫຼືອ, Page ປອມຂອງມູນລະນິທິ, ການຕົວະເອົາຂໍ້ມູນ Phishing ດ້ວຍ Email ປອມ, SMS ປອມ, Whatsapp ປອມ, Link/Domain ປອມ, ເວັບໄຊ້ປອມ, Application ປອມ, ການຫຼອກຕິດຕັ້ງ Application ໃສ່ຊື່ທາງການ ໂດຍສົ່ງຜ່ານ SMS ທີ່ທາງ Whatsapp ເຮັດໃຫ້ສາມາດຄວບຄຸມຫນ່ວຍມືຖື ເຮັດໃຫ້ ປະຊາຊົນຈໍານວນໜຶ່ງ ຫລົງເຊື່ອ ແລະ ສູນເສຍເງິນ. ກອງປະຊຸມ ໄດ້ຮ່ວມກັນປຶກສາຫາລືຢ່າງກົງໄປກົງມາ ລາຍງານສະພາບບັນຫາ ແລະ ສິ່ງທ້າຍທາຍ ພ້ອມທັງສະເໜີ ກົນໄກການປະສານງານ, ຮູບແບບວິທີການຈັດຕັ້ງປະຕິບັດ ໂດຍການເຮັດວຽກຮ່ວມກັນຈາກຫລາຍພາກສ່ວນ ເປັນຕົ້ນ: ໃນການແກ້ໄຂບັນຫາໂດຍມີການສ້າງໜ່ວຍງານຕ້ານບັນຫາຕົວະຍົວະຫຼອກລວງຜ່ານທາງອອນລາຍ, ສາຍດ່ວນ 4 ຕົວເລກ, ວິທີການເຜີຍແຜ່ໂຄສະນາ, ສ້າງສະຕິ ແລະ ວິທີປ້ອງກັນບັນຫາຄວາມສ່ຽງຕ່າງໆ ໂດຍຜ່ານສື່ທາງການຕ່າງໆ.

ຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ເນັ້ນໜັກໃຫ້ຄະນະຊີ້ນໍາລວມຂອງໜ່ວຍງານ 015/ຄຄອຊ ເລັ່ງສ້າງກົນໄກລະອຽດໃນການຕິດຕໍ່ພົວພັນປະສານງານ, ເລັ່ງສ້າງສູນຮັບແຈ້ງເຫດ ໜ່ວຍງານຕ້ານການຫຼອກລວງຜ່ານທາງອອນລາຍ ພາຍໃນເດືອນ 9/2025 ແລະ ເລັ່ງຄົ້ນຄວ້າໃນການຊອກຫາຈັບກຸມກຸ່ມຄົນບໍ່ດີ ເພື່ອມາລົງໂທດຕາມລະບຽບກົດໝາຍ.

ຂ່າວ: ຄຄອຊ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ