03/09/2025
ກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ສະມາຄົມສົ່ງເສີມການຄ້າ ແລະ ການລົງທຶນສາກົນ ຄຸນໝິງອາຊຽນ ແຫ່ງ ສປ ຈີນ ຮ່ວມກັນ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບສຳນັກງານອັດສະລິຍະ ດ້ວຍການນໍາໃຊ້ເຕັກໂນໂລຊີ ອິນເຕີເນັດແຫ່ງສັບພະສິ່ງ ແນໃສ່ປະກອບສ່ວນເຂົ້າໃນການກຽມຄວາມພ້ອມ ເພື່ອສ້າງຕົວເມືອງອັດສະລິຍະ ແລະ ຊຸກຍູ້ວຽກງານການຫັນເປັນດິຈິຕ໋ອນ ຂອງ ສປປ ລາວ ໃຫ້ເປັນຮູບປະທໍາຂຶ້ນ.

ຈຸດປະສົງຂອງການຮ່ວມມື້ຄັ້ງນີ້ແມ່ນ ຮ່ວມມືກັນສຶກສາຄວາມເປັນໄປໄດ້ ໃນການຄົ້ນຄວ້າພັດທະນາ ແລະ ນໍາໃຊ້ ລະບົບສໍານັກງານອັດສະລິຍະ (Smart Office Building Solution) ຢູ່ ສປປ ລາວ, ຄົ້ນຄວ້າພັດທະນາ ແລະ ນໍາໃຊ້ ເຕັກໂນໂລຊີອິນເຕີເນັດແຫ່ງສັບພະສິ່ງ (Internet of Things) ເຂົ້າໃນການຄຸ້ມຄອງ ແລະ ບໍລິຫານຈັດການ ໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃນຕຶກອາຄານສໍານັກງານ ເພື່ອເປັນຕົ້ນແບບໃນການພັດທະນາຕົວເມືອງອັດສະລິຍະ (Smart City), ດໍາເນີນການເຮັດທົດລອງ ອອກແບບ, ພັດທະນາ ແລະ ຕິດຕັ້ງ ລະບົບສໍານັກງານອັດສະລິຍະ ຢູ່ຕຶກອາຄານຫ້ອງການ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ. ພ້ອມກັນນັ້ນ, ຍັງຈະໄດ້ສົ່ງເສີມການແລກປ່ຽນດ້ານວິຊາການ, ການສ້າງຄວາມອາດສາມາດ ແລະ ຈັດຝຶກອົບຮົມຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ແກ່ບຸກຄະລາກອນ ເພື່ອກຽມຄວາມພ້ອມໃນການພັດທະນາຕົວເມືອງອັດສະລິຍະໃນອະນາຄົດ.

ພິທີລົງນາມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 29 ສິງຫາ 2025 ຜ່ານມານີ້, ທີ່ໂຮງແຮມ Double Tree by Hilton, ນະຄອນຫຼວງວຽງຈັນ ຊຶ່ງລົງນາມໂດຍ ທ່ານ ນາງ ສິຣິລັກ ໄຊຍະບຸນຊູ, ຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ ແລະ ທ່ານ ຫວງ ຢ້າເຫວິນ, ຜູ້ອຳນວຍການ ສະມາຄົມສົ່ງເສີມການຄ້າ ແລະ ການລົງທຶນສາກົນ ຄຸນໝິງອາຊຽນ. ໂດຍມີ ທ່ານ ພວງປະເສີດ ແກ້ວສຸວັນ, ຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ພາບ ແລະ ຂ່າວ: ກົມເຕັກໂນໂລຊີດິຈິຕ໋ອນ

