03/09/2025
ໃນຕອນເຊົ້າຂອງວັນທີ 2 ກັນຍາ 2025, ທີ່ຫ້ອງປະຊຸມກົມເຕັກໂນໂລຊີ ແລະ ນະວັດຕະກຳ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມປຶກສາຫາລືແລກປ່ຽນ ວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ ຮ່ວມກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ວິໄລສອນ ບຸບຜາລັດ, ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ, ມີທ່ານ ຄຳ ວົງສາ ຮອງຫົວໜ້າພະແນກ ຕສ ນະຄອນຫຼວງວຽງຈັນ, ຄະນະກົມເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ພະນັກງານ-ວິຊາການ ທັງສອງພາກສ່ວນເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ມີການນຳສະເໜີພາລະບົດບາດໜ້າທີ່ຂອງຕົນ, ບັນດານິຕິກຳທີ່ກ່ຽວຂ້ອງ ແລະ ສົນທະນາແລກປ່ຽນປຶກສາຫາລື ເພື່ອໃຫ້ເຂົ້າໃຈລະອຽດຂຶ້ນຕື່ມ ຕໍ່ກັບການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ ລະຫວ່າງສູນກາງ ແລະ ທ້ອງຖິ່ນ. ພ້ອມນີ້, ທ່ານປະທານໄດ້ມີຄຳເຫັນໃຫ້ສອງພາກສ່ວນ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານໃຫ້ໄດ້ຮັບຜົນດີ ໂດຍອີງໃສ່ບັນດານິຕິກຳທີ່ກ່ຽວຂ້ອງ ແລະ ກຳນົດການແບ່ງຂັ້ນຄຸ້ມຄອງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ລະອຽດຊັດເຈນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ.
ກອງປະຊຸມປິດລົງໃນເວລາ 11:30 ໂມງຂອງວັນດຽວກັນຢ່າງຈົບງາມ.
.jpeg)
.jpeg)

ພາບໂດຍ: ພູມີພົນ ວຸດທິຈັນທະເດດ
ຂ່າວໂດຍ: ວາດສະໜາ ແສນຄຳຢອງ

