26/11/2025
ສູນຂໍ້ມູນແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຖາບັນພັດທະນາສັງຄົມຂໍ້ມູນຂ່າວສານ (Korea Information Socialty Development Institute, KISDI) ຈາກ ສ. ເກົາຫຼີ ໄດ້ຈັດກອງປະຊຸມສໍາມະນາໃນຫົວຂໍ້: ນະໂຍບາຍຂໍ້ມູນແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງ ແລະ ຍືນຍົງໃຫ້ແກ່ ການພັດທະນາເສດຖະກິດດິຈິຕ໋ອນ (Workshop on National data policy to strengthen and sustain the development of Digital Economy) ຂຶ້ນໃນວັນທີ 25 ພະຈິກ 2025, ທີ່ໂຮງແຮມຄິວບີ, ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດເປັນປະທານຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກຕສ ມີບັນດາກົມ/ທຽບເທົ່າ, ຕາງຫນ້າບໍລິສັດຜູ້ປະກອບການຈາກ ຂະແໜງການ ໄອຊີທີ, ທະນາຄານ ແລະ ບັນດາທ່ານແຂກທີ່ຖືກເຊີນເຂົ້າຮ່ວມ ຈຳນວນ 50 ກວ່າທ່ານ.


ກອງປະຊຸມສໍາມະນາໃນຄັ້ງນີ້, ຈະເປັນຂີດຫມາຍທີ່ສໍາຄັນ ຕໍ່ກັບຄວາມພະຍາຍາມຢ່າງຕໍ່ເນື່ອງຂອງ ສປປ ລາວ ເພື່ອເແນໃສ່ການ ການຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດການຫັນເປັນດິຈິຕອນ ໃຫ້ເປັນຮູບປະທໍາໃນການ ພັດທະນາຂໍ້ມູນໃຫ້ສາມາດກ້າວໄປສູ່ການນໍາໃຊ້, ການບໍລິການ ແລະ ການພັດທະນາອຸດສາຫະກໍາດ້ານຂໍ້ມູນ. ຊຶ່ງເປັນຊັບພະຍາກອນທີ່ສໍາຄັນໃນຍຸກ digital ໃຫ້ເກີດປະໂຫຍດສູງສຸດ ເພື່ອໃຊ້ເຂົ້າໃນວຽກງານການພັດທະນາ ເສດຖະກິດ-ສັງຄົມ ດິຈິຕອນ. ປັດຈຸບັນ ສປປ ລາວ ກໍາລັງຢູ່ໃນຊ່ວງການຊຸກຍູ້ຂະບວນການ ຫັນປ່ຽນເປັນ ດິຈິຕອນ ຢ່າງຕັ້ງຫນ້າ ດ້ວຍອັດຕາການເຂົ້າເຖິງອິນເຕີເນັດກວ່າ 63% (4.97 ລ້ານຄົນ) ແລະ ການຂະຫຍາຍໂຄງລ່າງ 4G5G. ລັດຖະບານໄດ້ກໍານົດວິໄສທັດ 20 ປີ ແລະ ຍຸດທະສາດ 10 ປີ ເພື່ອສ້າງ ເສດຖະກິດດິຈິຕອນທີ່ຍືນຍົງ ແລະ ທົ່ວເຖິງ. ໃນແຜນພັດທະນາເສດຖະກິດດິຈິຕອນດັ່ງກ່າວ ມີເປົ້າຫມາຍສູ້ຊົນຮອດປີ 2040 ຈະສາມາດຂະຫຍາຍ 5G ຄອບຄຸມ 100% ໃນຂອບເຂດທົ່ວປະເທດ, ການບໍລິການ Platform Online ຂອງລັດໃຫ້ໄດ້ 100%, ເສດຖະກິດດິຈິຕອນສາມາດປະກອບສ່ວນ 10% ຂອງ GDP ແຫ່ງຊາດ ແລະ ແຮງງານດິຈິຕອນຄອບຄຸມ 4% ຂອງແຮງງານທັງຫມົດ. ສະນັ້ນ, ເພື່ອສູ້ຊົນຜັນຂະຫຍາຍ ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມຈຸດປະສົງ ແລະ ຄາດຫມາຍທີ່ວາງອອກ ລັດຖະບານກໍໄດ້ອອກມາດຕະການຕ່າງໆ ເພື່ອຊຸກຍູ້ສົ່ງເສີມ, ແນະນໍາ ໃຫ້ທົ່ວພັກ ທົ່ວລັດ ເຂົ້າຮ່ວມການຫັນເປັນທັນສະໄຫມ, ໄດ້ມີການກໍານົດວັນດິຈິຕອນ ແຫ່ງຊາດ (10 ມັງກອນ) ເພື່ອກະຕຸກຊຸກຍູ້ການຮັບຮູ້ຂອງປະຊາຊົນ. ພ້ອມນັ້ນ, ກໍໄດ້ເພີ່ມທະວີການພົວພັນຮ່ວມມືຍາດແຍ່ງການຊ່ວຍເຫຼືອຈາກພາກເອກະຊົນ ແລະ ສາກົນ ເພື່ອສ້າງລະບົບນິເວດດິຈິຕອນທີ່ຍືນຍົງ. ໄລຍະຜ່ານມາ ພາຍໄຕ້ໂຄງການຮ່ວມມື ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບສະຖາບັນພັດທະນາສັງຄົມຂໍ້ມູນຂ່າວສານ ສ.ເກົາຫຼີ ທາງທີມງານຊ່ຽວຊານ ກໍ່ໄດ້ໃຫ້ຄວາມຊ່ວຍເຫຼືອ, ສົ່ງຊ່ຽວຊານມາຮ່ວມເຮັດວຽກ ແລະ ສື່ສານຂໍ້ມູນ, ດ້ວຍການລົງໄປພົບປະ, ສໍາພາດ, ເກັບກໍາ ແລະ ເຮັດວຽກນໍາຂະແຫນງການຕ່າງໆ ທັງພາກລັດ ແລະ ເອກະຊົນ ເພື່ອກໍານົດເປັນນະໂຍບາຍ, ຍຸດທະສາດໃນການພັດທະນາຂໍ້ມູນຂອງ ສປປ ລາວ ໃຫ້ເປັນເອກະພາບ ແລະ ລວມສູນ ເພື່ອຮັບປະກັນວຽກງານການຄຸ້ມຄອງ, ການບໍລິການຂໍ້ມູນຢ່າງມີປະສິດທິພາບ, ໃຫ້ມີແຜນພັດທະນາຂໍ້ມູນດິຈິຕອນ ໃນລະດັບຊາດທີ່ຮັບປະກັນທາງດ້ານມາດຕະຖານເຕັກນິກ, ຄວາມປອດໄພໃນດ້ານຕ່າງໆ ເປັນຕົ້ນ: ການຈັດເກັບ, ຖ່າຍໂອນ, ແບ່ງປັນ, ນໍາໃຊ້ ແລະ ສາມາດກ້າວ ໄປສູ່ການເປັນອຸສາຫະກໍາຂໍ້ມູນດິຈິຕອນ ເປັນແຫຼ່ງສ້າງລາຍຮັບໃຫມ່ ຂອງ ສປປ ລາວ. ການຈັດກອງປະຊຸມສໍາມະນາ ແລະ ການຮ່ວມມືດັ່ງກ່າວນີ້, ເປັນກາລະໂອກາດທີ່ມີຄວາມຫມາຍສໍາຄັນຢ່າງຍິ່ງຕໍ່ການຮ່ວມພັດທະນາ ແລະ ແລກປ່ຽນບົດຮຽນຈາກຊ່ຽວຊານ. ພ້ອມທັງໄດ້ປະກອບຄໍາ, ຄິດຄໍາເຫັນ ແລະ ຂໍ້ມູນອັນຈໍາເປັນ ໃຫ້ຄະນະທີມງານຮັບຜິດຊອບຂອງ ກຕສ ເພື່ອນໍາໄປເປັນຂໍ້ມູນສຶກສາ, ປັບປຸງວຽກງານໃຫ້ອຸດົມສົມບູນ ແລະ ເຮັດໃຫ້ການຮ່າງແຜນຍຸດທະສາດນະໂຍບາຍການຄຸ້ມຄອງ, ລະບຽບການ, ເຕັກນິກວິຊາການ ໃຫ້ສອດຄ່ອງກັບສະພາບຕົວຈິງ ຂອງ ສປປ. ລາວ ແລະ ສະພາບການ ພັດທະນາຂອງພາກພື້ນ ແລະ ສາກົນ.
.jpeg)



.jpeg)
ຂ່າວ: ສູນຂໍ້ມູນແຫ່ງຊາດ.

