ພິທີລົງນາມເຊັນບົດບັນທຶກວ່າດ້ວຍຄວາມເຂົ້າໃຈ (MOU) ກ່ຽວກັບ ການຮ່ວມມື ການວາງແຜນເຕັກໂນໂລຊີ,ການກວດສອບ-ທົດລອງເຕັກໂນໂລຊີ ແລະ ການພັດທະນາສູນຂໍ້ມູນເມືອງອັດສະລິຍະ

01/04/2026

ພິທີລົງນາມເຊັນບົດບັນທຶກວ່າດ້ວຍຄວາມເຂົ້າໃຈ (MOU) ກ່ຽວກັບ ການຮ່ວມມື ການວາງແຜນເຕັກໂນໂລຊີ,ການກວດສອບ-ທົດລອງເຕັກໂນໂລຊີ ແລະ ການພັດທະນາສູນຂໍ້ມູນເມືອງອັດສະລິຍະ

ໃນຕອນເຊົ້າຂອງວັນທີ 27 ມີນາ 2026, ທີ່ໂຮງແຮມ ລາວພາຊາ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສຳມະນາ ແລະ ພິທີລົງນາມເຊັນບົດບັນທຶກວ່າດ້ວຍຄວາມເຂົ້າໃຈ (MOU) ກ່ຽວກັບ ການຮ່ວມມື ວາງແຜນເຕັກໂນໂລຊີ, ການກວດສອບ-ທົດລອງເຕັກໂນໂລຊີ ແລະ ການພັດທະນາສູນຂໍ້ມູນເມືອງອັດສະລິຍະ ລະຫວ່າງ ກົມເຕັກໂນໂລຊີ ແລະ ນະວັດຕະກຳ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະມາຄົມເມືອງອັດສະລິຍະ ແລະ ບໍລິສັດ D.PRE Inc, ສ. ເກົາຫລີ.
:
ໃນກອງປະຊຸມສໍາມະນາຍັງໄດ້ຮັບຟັງການບັນຍາຍ ກ່ຽວກັບ ການນຳໃຊ້ເຕັກໂນໂລຊີ ເພື່ອພັດທະນາສູນຂໍ້ມູນເມືອງອັດສະລິຍະ, ຄວາມສາມາດດ້ານເຕັກໂນໂລຊີພູມສາດ ເພື່ອການພັດທະນາພື້ນຖານໂຄງລ່າງອັດສະລິຍະ ແລະ ກໍລະນີສຶກສາ: ການຄຸ້ມຄອງຄວາມປອດໄພດ້ານອຸໂມງໃນຕົວເມືອງ ແລະ ຄວາມລາດຊັນ (ຄວາມອຽງ) ຂອງຫົນທາງ ໂດຍອີງໃສ່ປັນຍາປະດິດທາງພູມສາດ ຈາກຜູ້ຊ່ຽວຊານ ແລະ ຜູ້ບໍລິຫານຂອງບໍລິສັດ ຈາກ ສ. ເກົາຫຼີ
ໃນພິທີລົງນາມບົດບັນທຶກວ່າດ້ວຍຄວາມເຂົ້າໃຈ (MOU) ກ່ຽວກັບ ການຮ່ວມມືວາງແຜນເຕັກໂນໂລຊີ, ການກວດສອບ-ທົດລອງເຕັກໂນໂລຊີ ແລະ ການພັດທະນາສູນຂໍ້ມູນເມືອງອັດສະລິຍະ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ປອ. ສັນຕິສຸກ ສິມມາລາວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ; ມີທ່ານຮອງລັດຖະມົນຕີ; ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ ແລະ ສູນ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ແຂກຂອງບໍລິສັດຄູ່ຮ່ວມຈາກ ສ. ເກົາຫຼີ ເຊິ່ງຈຸດປະສົງຂອງການຮ່ວມມືດັ່ງກ່າວ ແມ່ນເພື່ອຈັດຕັ້ງປະຕິບັດ ແລະ ເພື່ອຜັນຂະຫຍາຍຍຸດທະສາດພັດທະນາເສດຖະກິດດີຈີຕອນແຫ່ງຊາດ 2021–2030 ໂດຍເນັ້ນໃສ່ ການນຳເຕັກໂນໂລຊີມາປັບໃຊ້ ເພື່ອຍົກລະດັບການຄຸ້ມຄອງລັດ, ການບໍລິການ, ການບໍລິຫານ ແລະ ການສ້າງເສດຖະກິດໃໝ່ ທີ່ອີງໃສ່ພື້ນຖານຂໍ້ມູນເປັນສຳຄັນໃນການຕັດສິນໃຈ (data-driven governance) ຊ່ວຍໃຫ້ການບໍລິຫານມີຄວາມໂປ່ງໃສ, ວ່ອງໄວ ແລະ ມີປະສິດທິພາບຫຼາຍຂຶ້ນ.
:
ໃນພິທີລົງນາມຄັ້ງນີ້ ຕາງໜ້າ ກະຊວງເຕັກໂນໂລຊີ ແລະ ການສື່ສານ ລົງນາມໂດຍ ທ່ານ ວິໄລສອນ ບຸບຜາ ລັດ ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ຕາງໜ້າ ສະມາຄົມເມືອງອັດສະລິຍະ ແລະ ບໍລິສັດ D.PRE ສ. ເກົາຫຼີ ໂດຍທ່ານ Prof. Dr. CHOI DONG JOON ຜູ້ອຳນວຍການສະຖາບັນຄົ້ນຄວ້ານະໂຍບາຍຕົວເມືອງ K-AI, ແລະ ທ່ານ KUN WOO KO ປະທ່ານບໍລິຫານ ບໍລິສັດ D.PRE

 

 

ຂໍ້ມູນ: ກົມເຕັກໂນໂລຊີ ແລະ ນະວັດຕະກຳ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ