03/06/2026
ເພື່ອປຶກສາຫາລື ກ່ຽວກັບການເຊື້ອເຊີນ ຂອງ ສປ ຈີນ ໃຫ້ ສປປ ລາວ ເຂົ້າເປັນ ສະມາຊິກຂອງອົງການການຮ່ວມມືປັນຍາປະດິດໂລກ ໂດຍການຮ່ວມເຊັນສັນຍາສ້າງຕັ້ງອົງການ ການຮ່ວມມືປັນຍາປະດິດໂລກ ທີ່ຈະເປີດໃຫ້ເຊັນໃນເດືອນ 7 ປີ 2026 ທີ່ຈະມາເຖີງ. ດັ່ງນັ້ນ, ໃນວັນທີ 2 ມິຖຸນາ 2026, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຈຶ່ງໄດ້ຈັດກອງປະຊຸມປຶກສາຫາລື ວຽກງານດັ່ງກ່າວຂຶ້ນ. ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກຕສ ມີບັນດາຄະນະກົມ/ທຽບເທົ່າ ແລະ ຜູ້ຕາງຈາກບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ໄຊຊະນະ ສິດທິພອນ ໄດ້ກ່າວວ່າ: ປັນຍາປະດິດ (AI) ໄດ້ກາຍມາເປັນເຕັກໂນໂລຊີ ທີ່ມາປະຕິວັດຂະ
ແໜງການຕ່າງໆ ແລະ ສົ່ງຜົນກະທົບອັນໃຫຍ່ຫລວງຕໍ່ການພັດທະນາເສດຖະກິດ ແລະ ສັງຄົມຂອງໂລກ ແຕ່ໃນລະດັບສາກົນ ຍັງບໍ່ມີອົງການຮ່ວມມືດ້ານ AI ຢ່າງເປັນທາງການເກີດຂຶ້ນ. ໃນພິທີເປີດການປະຊຸມ World Artificial Intelligence Conference, ທີ່ນະຄອນຊຽງໄຮ, ເດືອນກໍລະກົດ, ປີ 2025 ທີ່ຜ່ານມາ, ທ່ານ ລີ ຊຽງ ນາຍົກລັດຖະມົນຕີ ຂອງສາທາລະນະລັດຈີນ ໄດ້ສະແດງຊັດເຈນວ່າ ສປ ຈີນ ປາດຖະນາທີ່ຈະສ້າງໂອກາດ ໃນການຈັດຕັ້ງ “ອົງການຮ່ວມມືປັນຍາປະດິດໂລກ” ເພື່ອເປັນແພລດຟອມສາກົນ ສຳລັບການປຶກສາຫາລື, ການກຳນົດມາດຕະຖານ ແລະ ການຮ່ວມມືໃນການພັດທະນາ AI ຢ່າງປອດໄພ ແລະ ເປັນປະໂຫຍດຕໍ່ມວນມະນຸດ ໃນທົ່ວໂລກ. ພາຍຫຼັງການປະຊຸມດັ່ງກ່າວ ກະຊວງການຕ່າງປະເທດ ຂອງ ສປ ຈີນ ໄດ້ເປັນເຈົ້າພາບໃນການຮ່າງສັນຍາ ສ້າງຕັ້ງ “ອົງການຮ່ວມມືປັນຍາປະດິດໂລກ” ແລະ ຈັດກອງປະຊຸມປຶກສາຫາລື ກ່ຽວກັບຮ່າງສັນຍາດັ່ງກ່າວ ໂດຍເຊີນປະເທດຕ່າງໆ ເຂົ້າຮ່ວມເຊັ່ນ: ສປປ ລາວ, ກຳປູເຈຍ, ໄທ, ມາເລເຊຍ, ລັດເຊຍ, ບຣາຊິວ, ອາຟຣິກາໃຕ້, ບັນດາປະເທດອາຊີກາງ ແລະ ເອເມລິກາລາຕິນ ລວມປະມານ 40 ປະເທດ. ມາຮອດປັດຈຸບັນ ສປ ຈີນ ໃນຖານະປະເທດເຈົ້າພາບ ໄດ້ສົ່ງຮ່າງສັນຍາສຸດທ້າຍ ເພື່ອສະເຫນີໃຫ້ບັນດາປະເທດຕ່າງໆ ລົງນາມເຂົ້າເປັນສະມາຊິກ. ດັ່ງນັ້ນ, ກຕສ ຈຶ່ງໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນ ເພື່ອປຶກສາຫາລື ກ່ຽວກັບຂໍສະເຫນີດັ່ງກ່າວ ໃຫ້ມີຜົນປະໂຫຍດສູງສຸດ.
ຂ່າວ ແລະ ພາບ: ເລັກເຊ່ຍ ສຸດທິວົງ.

