ສປປ ລາວ ຮັບຮອງແຜນພັດທະນາເສດຖະກິດດີຈີຕອນ

08/11/2021

ສປປ ລາວ ຮັບຮອງແຜນພັດທະນາເສດຖະກິດດີຈີຕອນ

        ທ່ານ ບັນດິດ. ສຈ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນຂອງລັດຖະບານ ໃນວັນທີ 5 ພະຈິກ 2021 ທີ່ຜ່ານມາ ກ່ຽວກັບຄວາມພ້ອມຂອງການປັບປຸງຮ່າງວິໄສທັດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ (2021-2025) ຄັັ້ງທີ I ເຊິ່ງແມ່ນແຜນໜຶ່ງທີ່ຊຸກຍູ້ສົ່ງເສີມ ເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 5 ປີ (2021-2025) ໃຫ້ສໍາເລັດຕາມເປົ້າໝາຍ ແລະ ວິໄສທັດ, ພາຍໃນກອງປະຊຸມສາມັນຄັ້ງທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ຄື: 1) ສ້າງພື້ນຖານໃຫ້ມີຄວາມເຂັ້ມແຂງ ແລະ ເປັນເຈົ້າຕົນເອງ ເພິ່ງຕົນເອງທາງດ້ານເສດຖະກິດເປັນກ້າວໆ ຕິດພັນກັບການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ ເພື່ອນໍາເອົາປະເທດຊາດ ອອກຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ, 2)ປີ 2025: ສູ້ຊົນຫັນເປັນທັນສະໄໝ ແລະ ພັດທະນາເສດຖະກິດດິຈິຕອນ, ພັດທະນາການຄ້າເອເລັກໂຕນິກ ໃຫ້ເປັນຮູບປະທໍາ, ຊຸກຍູ້ສົ່ງເສີມທຸລະກິດຂະໜາດກາງ, ຂະໜາດນ້ອຍ ແລະທຸລະກິດລິເລີ່ມ (ສະຕາດອັບ) ໃຫ້ນໍາໃຊ້ເຕັກໂນໂລຊີດິຈິຕອນ. ນອກນັ້ນ ສ້າງລະບົບຄຸ້ມຄອງພາກລັດແບບດິຈິຕອນໃຫ້ພາກລັດຖະບານທົ່ວປະເທດ ໃຫ້ໄດ້ 50%,ພັດທະນາໂຄງລ່າງພື້ນຖານດິຈິຕອນ ໃຫ້ສາມາດເຊື່ອມຕໍ່ອິນເຕີເນັດຄວາມໄວສູງ ພ້ອມທັງຂະຫຍາຍສະຖານຮັບ-ສົ່ງ ສັນຍານມືຖືລະບົບ 4G ໃຫ້ໄດ້ 90% ແລະ 5G ໃຫ້ໄດ້ 50% ຂອງພື້ນທີ່ທົ່ວປະເທດ,ພັດທະນາຊັບພະຍາກອນມະນຸດໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາແຮງງານທາງດ້ານເຕັກໂນໂລຊີດິຈິຕອນ ຈາກ 0,3% ໃຫ້ໄດ້ 1% ໃນປີ 2025, ເຮັດໃຫ້ເສດຖະກິດດິຈິຕອນ ສາມາດສ້າງລາຍຮັບປະກອບເຂົ້າ GDP ຂອງປະເທດໃຫ້ໄດ້ 5%, 3) ປີ 2030: ສ້າງບາດກ້າວໃໝ່ດ້ວຍການນໍາໃຊ້ເຕັກໂນໂລຊີດິຈິຕອນ ເຂົ້າໃນບັນດາຂະແໜງການພັດທະນາເສດຖະກິດ-ສັງຄົມເພື່ອເຮັດໃຫ້ກາຍເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງ ສູງຕາມເສດຖະກິດພູມປັນຍາ, ສີຂຽວ ແລະ ຍືນຍົງ, ສ້າງພື້ນຖານໂທລະຄົມມະນາຄົມທີ່ເຂັ້ມແຂງ, ສ້າງລະບົບອິນເຕີເນັດຄວາມໄວສູງ ແລະ ຂະຫຍາຍສັນຍານມືຖືລະບົບ 5G ກວມເອົາ 100% ຂອງທົ່ວປະເທດ, ຫັນການບໍລິຫານ ແລະ ການບໍລິການຂອງລັດດ້ວຍລະບົບອອນລາຍໃຫ້ໄດ້ 100%, ພັດທະນາຊັບພະຍາກອນມະນຸດໃຫ້ມີແຮງງານດ້ານດິຈິຕອນກວມເອົາ 2% ຂອງແຮງງານທັງໝົດ ແລະ ສ້າງລາຍຮັບໃຫ້ໄດ້ 7% ຂອງ GDP ແລະ 4) ວິໄສທັດປີ 2040: ນໍາໃຊ້ເຕັກໂນໂລຊີດິຈິຕອນຢ່າງກວ້າງຂວາງໃນທົ່ວສັງຄົມ ເພື່ອເປັນເຄື່ອງມືສໍາຄັນໃນການຂັບເຄື່ອນທຸກຂະແໜງການໃຫ້ມີການຂະຫຍາຍຕົວຢ່າງເຂັ້ມແຂງ ແລະ ຍືນຍົງ. ສ້າງພື້ນຖານການຜະລິດ ແລະ ການບໍລິຫານແບບອັດສະລິຍະ, ສ້າງຕົວເມືອງອັດສະລິຍະ, ເຮັດໃຫ້ເສດຖະກິດດີຈີຕອນສ້າງລາຍຮັບໃຫ້ໄດ້ເຖິງ 10% ຂອງ GDP, ພັດທະນາຊັບພະຍາ ກອນມະນຸດໃຫ້ມີຄວາມຊ່ຽວຊານ ແລະສ້າງແຮງງານທາງດ້ານດິຈິຕອນ ກວມເອົາ 4% ຂອງແຮງງານທັງໝົດ.ພ້ອມນີ້, ກໍໄດ້ກໍານົດແຜນພັດທະນາເສດຖະກິດດີຈີຕອນ ໃນ 5 ປີຕໍ່ໜ້າ (2021-20 25) ເພື່ອຜັນຂະຫຍາຍຍຸດທະສາດ ໄລຍະ 10 ປີ ໂດຍວາງບັນດາຄາດໝາຍສູ້ຊົນຕົ້ນຕໍ ຄື: ພັດທະນາການຄ້າເອເລັກໂຕຣນິກໃຫ້ເກີດເປັນຮູບປະທໍາ ປະກອບດ້ວຍແພລັດຟອມການຄ້າເອເລັກໂຕຣນິກ; ພັດທະນາການຫັນປ່ຽນດີຈີຕອນ ໃຫ້ຜູ້ປະກອບການທຸລະກິດພາຍໃນປະເທດ ໂດຍ ສະເພາະແມ່ນ ຜູ້ປະກອບການທຸລະກິດຂະໜາດກາງ, ຂະໜາດນ້ອຍ ແລະ ຈຸນລະວິສາຫະກິດ ໃຫ້ມີການນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ວິສາຫະກິດທີ່ນຳໃຊ້ນະວັດຕະກຳດີຈີຕອນ (ສະຕາດອັບ); ຕິດຕັ້ງລະບົບຫ້ອງການທັນສະ    ໄໝຂອງພາກລັດ ເປັນຕົ້ນແມ່ນ ລະບົບຄຸ້ມຄອງເອກະສານເອເລັກໂຕຣນິກ, ສ້າງເຄືອຂ່າຍ ແລະ ສູນດີຈີຕອນ ເພື່ອຫັນເປັນລັດບານຖະບານດີຈີຕອນຂອງປະເທດເຮົາ; ຫັນທຸກການບໍລິການພື້ນຖານຂອງພາກລັດ ໃຫ້ເປັນການບໍລິການແບບອອນລາຍ ໃຫ້ສຳເລັດ 50%; ປັບປຸງລະບົບການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ຂອງຂະແໜງການເງິນ-ການທະນາຄານ ດ້ວຍຮູບແບບເອເລັກໂຕຣນິກ ເປັນຕົ້ນແມ່ນ ຜ່ານລະບົບທະນາຄານເອເລັກໂຕຣນິກ, ລະບົບການເງິນໂດຍຜ່ານໂທລະສັບມືຖື (Mobile Money) ເຊິ່ງປະກອບສ່ວນເຂົ້າໃນການແກ້ໄຂບັນຫາເສດຖະກິດການເງິນ ຂອງວາລະແຫ່ງຊາດ; ຕ້ອງໄດ້ສ້າງເຂດເຕັກໂນໂລຊີລະດັບສູງດ້ານດີຈີຕອນ ໃຫ້ໄດ້ 01 ແຫ່ງ ເພື່ອດຶງດູດການລົງທຶນຈາກຕ່າງ ປະເທດ; ສົ່ງເສີມການພັດທະນາພື້ນຖານໂຄງລ່າງ ດີຈີຕອນ ເປັນຕົ້ນແມ່ນ ສ້າງສູນຂໍ້ມູນໃຫຍ່ 03 ແຫ່ງ, ທາງຜ່ານການເຊື່ອມຕໍ່ອິນເຕີເນັດຄວາມໄວສູງ ໂດຍນຳໃຊ້ໂຄງລ່າງທາງລົດໄຟ ລາວ-ຈີນ ແລະ ສາຍສົ່ງໄຟຟ້າແຫ່ງຊາດ; ຂະຫຍາຍໂຄງລ່າງພື້ນຖານເຕັກໂນໂລຊີ ດີຈີຕອນ ໄປສູ່ເຂດບ້ານໃຫຍ່ ແລະ ຕົວເມືອງຢູ່ຊົນນະບົດ ໃຫ້ໄດ້ 80%, ຂະຫຍາຍສະຖານີ ຮັບ-ສົ່ງ ສັນຍານມືຖື ລະບົບ 4G ໃຫ້ໄດ້ 90% ແລະ 5G ໃຫ້ໄດ້ 50% ຂອງພື້ນທີ່ທົ່ວປະເທດ;ສ້າງແຮງງານດ້ານເຕັກໂນໂລຊີ ດີຈີຕອນ ທີ່ມີຄວາມຮູ້ຄວາມສາມາດ ແລະ ຄວາມເປັນຊ່ຽວຊານ ຈາກ 0,3% ໃຫ້ໄດ້ 1% ຂອງຈໍານວນແຮງງານເຮັດວຽກຕົວຈິງ; ສົ່ງເສີມໃຫ້ເສດຖະກິດດີຈີຕອນສ້າງລາຍຮັບປະກອບເຂົ້າໃນ GDP ຂອງປະເທດໃຫ້ໄດ້ 5% ແລະ ຮັບປະກັນການນຳໃຊ້ເຕັກໂນໂລຊີ ດີຈີຕອນ ໃນວຽກງານ ປກຊ-ປກສ ແລະ ໃນການບໍລິຫານວຽກງານລັດ, ການດຳເນີນທຸລະກິດ ແລະ ການນຳໃຊ້ທົ່ວສັງຄົມມີໃຫ້ຄວາມປອດໄພ. ພ້ອມທັງໄດ້ກໍານົດ 14 ແຜນງານ ເພື່ອຜັນຂະຫຍາຍເປັນໂຄງການ ຈັດຕັ້ງປະຕິບັດແຜນງານສ້າງ ແລະ ປັບປຸງນະໂຍບາຍ, ກົດໝາຍ ແລະ ນິຕິກໍາ ຄື: ປັບປຸງ ແລະ ຂະຫຍາຍພື້ນຖານໂຄງລ່າງເຕັກໂນໂລຊີ ດີຈີຕອນ;ສ້າງການເຊື່ອມໂຍງ ເຊື່ອມຈອດ; ສ້າງລັດຖະບານ ດີຈີຕອນ;ສ້າງລະບົບການຊຳລະດ້ວຍ ດີຈີຕອນ; ພັດທະນາຊັບພະຍາກອນມະນຸດທາງດ້ານ ດີຈີຕອນ; ສົ່ງເສີມການດຳເນີນທຸລະກິດການບໍລິການຂອງ MSME ແລະ ສ້າງທຸລະກິດແບບສະຕາດອັບ; ສົ່ງເສີມການເພີ່ມປະສິດທິພາບການຜະລິດດ້ວຍເຕັກໂນໂລຊີ ດີຈີຕອນ; ສົ່ງເສີມການພັດທະນາກະສິກຳໃໝ່ດ້ວຍລະບົບເຕັກໂນໂລຊີ ດີຈີຕອນ; ສ້າງລະບົບໂລຈິສະຕິກ ສຳລັບການພັດທະນາເສດຖະກິດ ດີຈີຕອນ; ສ້າງຄວາມປອດໄພທາງດ້ານ ດີຈີຕອນ (Cyber Security); ສ້າງຄວາມພ້ອມເພື່ອສ້າງເມືອງອັດສະລິຍະ; ສ້າງກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນ ດີຈີຕອນ ແລະ ເປີດກວ້າງການຮ່ວມມືດ້ານ ດີຈີຕອນກັບຕ່າງປະເທດ.

            ໃນຕອນທ້າຍຂອງບົດສະເໜີ ທ່ານ ບັນດິດ. ສຈ ບໍ່ວຽງຄຳ ວົງດາລາ ຍັງເນັ້ນອີກວ່າ, ການຫັນເປັນດິຈິຕອນ ແລະ ການສ້າງເສດຖະກິດດິຈິຕອນນີ້ ມີຄວາມຈໍາເປັນພາວະວິໄສທີ່ບໍ່ສາມາດຈະພາດໂອກາດນີ້ໄປໄດ້ ແລະການພັດທະ ນາເສດຖະກິດດີຈີຕອນ ແລະການຫັນເປັນດິຈິຕອນ ສປປ ລາວ ແມ່ນເປັນວຽກລວມຂອງທຸກໆ ກະຊວງ,ຂະແໜງການ, ສັງຄົມ ທັງຢູ່ສູນກາງ ແລະ ທ້ອງຖິ່ນ. ສະນັ້ນ ແຜນພັດທະນາເສດຖະກິດດີຈີຕອນ ບໍ່ແມ່ນແຜນພັດທະນາສະເພາະໃດໜຶ່ງ ແຕ່ຫາກເປັນແຜນເພື່ອຊຸກຍູ້ສົ່ງເສີມ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ປະເທດລາວ ທີ່ສະພາແຫ່ງຊາດ ໄດ້ຮັບຮອງເອົາ ໃນກອງປະຊຸມຂອງສະພາແຫ່ງຊາດແລ້ວ ແລະ ເປັນແຜນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແຫ່ງຊາດ ໃຫ້ມີປະສິດທິຜົນ ແລະ ປະກົດຜົນເປັນຈິງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ