ກຕສ ເຜີຍແຜ່ນິຕິກໍາ ກ່ຽວກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແລະ ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ

19/05/2022

ກຕສ ເຜີຍແຜ່ນິຕິກໍາ ກ່ຽວກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແລະ ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ

       ໃນວັນທີ 19 ພຶກສະພາ 2022 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກໍາ ກ່ຽວກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແລະ ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ, ທີ່ຫ້ອງປະຊຸມໃຫຍ່, ກົມເຕັກໂນໂລຊີ ແລະ ນະວັດຕະກໍາ (ບ້ານ ດອນຕິ້ວ). ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກຕສ, ມີບັນດາສະຫາຍເລຂາໜ່ວຍພັກຫ້ອງການ, ກົມ, ສູນ, ອົງການ, ສະຖາບັນ ແລະ ບັນດາຄະນະພັກຮາກຖານລັດວິສາຫະກິດທີ່ຂຶ້ນກັບກະຊວງ ພ້ອມດ້ວຍພະນັກງານນໍາພາ-ຄຸ້ມຄອງ ທີ່ມີຕໍາແໜ່ງບໍລິຫານຂັ້ນຮອງພະແນກຂຶ້ນໄປເຂົ້າຮ່ວມ.

       ໃນວາລະກ່າວເປີດກອງປະຊຸມ, ທ່ານ ປອ. ສັນຕິສຸກ ສິມມາລາວົງ ໄດ້ມີຄໍາເຫັນວ່າ: ການສ້າງແຜນກໍານົດພະນັກງານເປັນວຽກງານໜຶ່ງທີ່ສໍາຄັນ ຊຶ່ງເປັນພື້ນຖານເພື່ອຮັບປະກັນການຫັນວຽກງານພະນັກງານ ດໍາເນີນໄປຕາມລະບຽບແບບແຜນ ແລະ ຕອບສະໜອງໜ້າທີ່ການເມືອງຂອງພັກ-ລັດ ໃນການສ້າງໂຄງລ່າງພື້ນຖານໃຫ້ແກ່ການສ້າງແຜນກໍ່ສ້າງ-ບໍາລຸງ, ຄາດຄະເນສັບຊ້ອນເປົ້າໝາຍພະນັກງານ ທີ່ຈະຈັດວາງເຂົ້າໃນຕໍາແໜ່ງນໍາພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການ ຢ່າງສົມເຫດສົມຜົນ, ສາມາດຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງ ແລະ ຍາວນານ. ຄຽງຄູ່ກັບການກໍານົດຫຼັກການ ແລະ ລະບຽບການກ່ຽວກັບການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ເພື່ອເຮັດໃຫ້ວຽກງານດັ່ງກ່າວດໍາເນີນໄປຢ່າງເປັນລະບົບ, ຖືກຕ້ອງ, ສອດຄ່ອງ ກັບແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ຮັບປະກັນຄວາມເປັນເອກະພາບໂປ່ງໃສ ແລະ ຖືກຕ້ອງຕາມສະພາບຄວາມເປັນຈິງ ແນ່ໃສ່ເຮັດໃຫ້ວຽກງານປະເມີນຜົນ ແລະ ຄຸ້ມຄອງຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ທີ່ສັງກັດໃນອົງການຈັດຕັ້ງ ພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

         ກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເອກະສານສໍາຄັນຫຼາຍສະບັບ ຊຶ່ງໃຫ້ກຽດເຜີຍແຜ່ໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ ປະກອບມີ: ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດມະຕິ ຂອງ ກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານ ຂອງພະນັກງານນໍາພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກໍານົດ ພະນັກງານນໍາພາ-ຄຸ້ມຄອງ ຂອງ ຄະນະຈັດຕັ້ງສູນກາງ ສະບັບເລກທີ 292/ຄຈສພ, ລົງວັນທີ 26 ເມສາ 2018, ມະຕິວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ ສະບັບເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018, ມະຕິວ່າດ້ວຍການຄຸ້ມຄອງພະນັກງານ ສະບັບເລກທີ 031/ກມສພ, ລົງວັນທີ 03 ມັງກອນ 2018, ມະຕິວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ສະບັບເລກທີ: 032/ກມສພ, ລົງວັນທີ 03 ມັງກອນ 2018 ແລະ ແຈ້ງການແນະນໍາ ກ່ຽວກັບການປັບປຸງ ເປົ້າໝາຍເຂົ້າຮ່ວມທາບທາມ ແລະ ສັງລວມຜົນການທາບທາມການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ສະບັບເລກທີ: 158/ຄຈສພ, ລົງວັນທີ 01/10/2021. ​ພ້ອມນີ້, ສະຫາຍ ຄໍາພູ ດວງຖະໜອມ, ຄະນະພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກຕສ ໄດ້ເຜີຍແຜ່ດໍາລັດ ວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ສະບັບເລກທີ 300/ລບ, ລົງວັນທີ 13 ກັນຍາ 2018.

           ພາບ+ຂ່າວ: ພະແນກປະຊາສໍາພັນ, ຫ້ອງການ ກຕສ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ