ເປີດນຳໃຊ້ລະບົບຢັ້ງຢືນການສັກວັກຊີນແບບດິຈິຕ໋ອນ ແລະ ລະບົບປິ່ນປົວຢູ່ບ້ານ

10/06/2022

ເປີດນຳໃຊ້ລະບົບຢັ້ງຢືນການສັກວັກຊີນແບບດິຈິຕ໋ອນ ແລະ ລະບົບປິ່ນປົວຢູ່ບ້ານ

         ໃນວັນທີ 8 ມິຖຸນາ 2022 ຜ່ານມານີ້, ທີ່ສຳນັກງານປົກຄອງນະຄອນຫຼວງວຽງຈັນ ໄດ້ມີພິທີເປີດນໍາໃຊ້ ບໍລິການຢັ້ງຢືນການສັກວັກຊີນປ້ອງກັນພະຍາດໂຄວິດ-19 ແບບດິຈິຕ໋ອນ (Vaccine ID / Vaccine Passport) ແລະ ລະບົບປິ່ນປົວຢູ່ບ້ານ (Home Isolation) ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປະລິນຍາເອກ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ປະລິນຍາເອກ ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ມີແຂກທີ່ຖືກເຊີນຈາກບັນດາກະຊວງ, ພາກສ່ວນກ່ຽວຂ້ອງ ແລະ ຄະນະສະເພາະກິດແຫ່ງຊາດ ເຂົ້າຮ່ວມ.

       ທ່ານ ປະລິນຍາເອກ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕ໋ອນ, ກຕສ, ຄະນະຮັບຜິດຊອບປັບປຸງ, ພັດທະນາ ແລະ ສົ່ງເສີມການນຳໃຊ້ບໍລິການ Vaccine ID ແລະ Home Isolation ໄດ້ລາຍງານກ່ຽວກັບຄວາມເປັນມາຂອງການພັດທະນາບໍລິການດັ່ງກ່າວ ຊຶ່ງເປັນການຕໍ່ຍອດຈາກບໍລິການ ລາວສູ້ສູ້ ທີ່ ກຕສ ໄດ້ເປີດໂຕຮ່ວມກັບ ກະຊວງສາທາລະນະສຸກ ໃນວັນທີ 05 ກໍລະກົດ 2021 ຜ່ານມາ. ສະນັ້ນ, ກຕສ ໄດ້ສືບຕໍ່ຮ່ວມມືກັບ ກະຊວງສາທາລະນະສຸກ, ບໍລິສັດ ເອັສບີເລັບ-856 ຈໍາກັດ ແລະ ບໍລິສັດ ລາຍລາວແລັບ ໄອຊີທີໂຊລູເຊິນ ຈຳກັດ ພັດທະນາລະບົບ Vaccine ID / Vaccine Passport ແລະ ລະບົບ Home Isolation ເພື່ອໃຫ້ບໍລິການປະຊາຊົນລາວທົ່ວປະເທດ ແບບບໍ່ເສຍຄ່າ ເພື່ອປະກອບສ່ວນ ເຂົ້າໃນການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ແລະ ທັງເປັນການກະກຽມຄວາມພ້ອມ ໃຫ້ແກ່ການເປີດປະເທດໃຫ້ມີຄວາມປອດໄພ, ໂດຍໃນໄລຍະທຳອິດແມ່ນເລັ່ງນຳໃຊ້ຢູ່ບັນດາເມືອງໃນນະຄອນຫຼວງວຽງຈັນກ່ອນ ແລ້ວຈື່ງຂະຫຍາຍໄປຫາບັນດາແຂວງໃນທົ່ວປະເທດ.

         ລະບົບ Vaccine ID / Vaccine Passport ເປັນການໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຢັ້ງຢືນການສັກວັກຊີນ ແລະ ອຳນວຍຄວາມສະດວກໃຫ້ແກ່ຄະນະແພດໝໍ ໃນການຕິດຕາມການເດີນທາງ ຫຼື ການເຄື່ອນໄຫວຂອງຜູ້ຕິດເຊື້ອ ແລະ ຜູ້ມີຄວາມສ່ຽງໄດ້ຢ່າງຖືກຕ້ອງ ແລະ ຊັດເຈນ.

          ລະບົບປິ່ນປົວຢູ່ບ້ານ Home isolation ເປັນລະບົບທີ່ຊ່ວຍໃຫ້ປະຊາຊົນ ສາມາດລົງທະບຽນປິ່ນປົວພະຍາດໂຄວິດ-19 ດ້ວຍຕົນເອງ ໂດຍຜູ້ຕິດເຊື້ອສາມາດກັກໂຕ ປິ່ນປົວຕົນເອງຢູ່ບ້ານ ແລະ ແພດໝໍ ສາມາດຄັດເລືອກຄົນເຈັບທີ່ມີອາການໜັກ ເຂົ້າມາປິ່ນປົວຢູ່ໂຮງໝໍໄດ້ທັນເວລາ ແລະ ໃຫ້ຄຳແນະນຳໃນການປິ່ນປົວ ແກ່ຄົນເຈັບທີ່ກັກໂຕປິ່ນປົວຢູ່ບ້ານ ໂດຍກົງຜ່ານລະບົບອອນລາຍ.

          ໃນໂອກາດດັ່ງກ່າວ, ທ່ານ ປະລິນຍາເອກ ອາດສະພັງທອງ ສີພັນດອນ ຍັງໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງການນຳໃຊ້ເຕັກໂນໂລຊີ ໃນການຫັນເປັນທັນສະໄໝ ຊຶ່ງທ່ານໄດ້ກ່າວໃນບາງຕອນວ່າ: “ເຖິງວ່າສະພາບການລະບາດຂອງພະຍາດໂຄວິດ-19 ໃນປະຈຸບັນ ຈະບໍ່ໜັກໜາຮຸນແຮງແລ້ວກໍຕາມ, ແຕ່ກໍຍັງມີຄວາມຈຳເປັນທີ່ຈະຕ້ອງສືບຕໍ່ຕິດຕາມ, ຄວບຄຸມ ແລະ ເຝົ້າລະວັງຕໍ່ໄປດ້ວຍການຫັນເປັນທັນສະໄໝຕາມທ່າອ່ຽງຂອງໂລກ, ການນຳໃຊ້ Vaccine ID / Vaccine Passport ແລະ Home Isolation ແມ່ນເຄື່ອງມືທີ່ຈຳເປັນແກ່ພົນລະເມືອງລາວ ແລະ ຊາວຕ່າງດ້າວ ທີ່ດຳລົງຊີວິດຢູ່ ສປປ ລາວ ໃນການຂຶ້ນທະບຽນສະຖານະພາບການໄດ້ຮັບຢາວັກຊີນຂອງຕົນແບບລວມສູນ, ສະດວກ, ວ່ອງໄວ, ປອດໄພ ແລະ ໂປ່ງໃສແທ້, ທັງເປັນພື້ນຖານ ແລະ ເພື່ອເປັນທາງເລືອກໃນການນຳໃຊ້ ເພື່ອເດີນທາງເຂົ້າ-ອອກປະເທດ”.

       ໃນການເປີດບໍລິການດັ່ງກ່າວນີ້ຈະເປັນບາດກ້າວສໍາຄັນໃນການຂັບເຄື່ອນປະເທດໃຫ້ກ້າວໄປສູ່ການເປີດປະເທດຢ່າງເຕັມຮູບແບບ ເພື່ອຮອງຮັບນັກທ່ອງທ່ຽວທີ່ຈະເຂົ້າມາຍັງ ສປປ ລາວ  ແລະ ການຫັນມານໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນການຂຶ້ນທະບຽນການສັກວັກຊີນ, ສາມາດກວດສອບ ແລະ ຕິດຕາມການສັກວັກຊີນ ສຳລັບປະຊາຊົນ ແລະ ຊາວຕ່າງດ້າວ ທີ່ຈະເຂົ້າມາ ສປປ ລາວ ແລະ ຊ່ວຍໃນວຽກງານການຕ້ານການລະບາດຂອງພະຍາດໂຄວິດ-19 ຊຶ່ງຈະຊ່ວຍຫຼຸດຜ່ອນຄວາມຫຍຸ້ງຍາກ, ຄ່າໃຊ້ຈ່າຍໃນການເດີນທາງຂອງຜູ້ປ່ວຍ, ຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອລະຫວ່າງແພດໝໍ ແລະ ຜູ້ປ່ວຍອີກດ້ວຍ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ