ກຕສ ຈັດກິດຈະກຳ ວັນໂທລະຄົມມະນາຄົມສາກົນ ຄົບຮອບ 157 ປີ

22/06/2022

ກຕສ ຈັດກິດຈະກຳ ວັນໂທລະຄົມມະນາຄົມສາກົນ ຄົບຮອບ 157 ປີ

ເພື່ອເປັນການຊົມເຊີຍ ຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໄດ້ສຳເລັດໄປຢ່າງຈົບງາມໃນເດືອນ ເມສາ 2022 ຜ່ານມານີ້ ແລະ ການສະເຫຼີມສະຫຼອງວັນໂທລະຄົມມະນາຄົມສາກົນ ຄົບຮອບ 157 ປີ (ວັນທີ 17 ພຶດສະພາ 1865 ຫາ 17 ພຶດສະພາ 2022). ໃນຕອນເຊົ້າວັນທີ 22 ມິຖຸນາ 2022, ທີ່ ສະຖາບັນ ເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ (ສຕສ), ອົງການດັດສົມໂທລະຄົມມະນາຄົມ (ອດທ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກິດຈະກໍາວັນໂທລະຄົມມະນາຄົມສາກົນ ຄົບຮອບ 157 ປີ ຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍທ່ານຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ອົງການ, ກົມ, ສູນ, ສະຖາບັນ, ຕາງໜ້າສາມອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນທຸລະກິດ ໂທລະຄົມມະນາຄົມ, ອິນເຕີເນັດ, ບໍລິສັດຂຸດຄົ້ນສະກຸນເງິນດິຈິຕ໋ອນ ແລະ ບໍລິສັດໄອຊີທີ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ສຸດໃຈ ລໍລອນສີ, ຫົວໜ້າອົງການດັດສົມໂທລະຄົມມະນາຄົມ ໄດ້ໃຫ້ຮູ້ວ່າ: ການຈັດກິດຈະກໍາໃນຄັ້ງນີ້ ແມ່ນເພື່ອເປັນການຊົມເຊີຍ ຜົນສໍາເລັດ ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໄດ້ສໍາເລັດໄປຢ່າງຈົບງາມໃນເດືອນ ເມສາ ທີ່ຜ່ານມາ ແລະ ເພື່ອເປັນການສະເຫຼີມສະຫຼອງວັນໂທລະຄົມມະນາຄົມສາກົນ ຄົບຮອບ 157 ປີ (17 ພຶດສະພາ 1865-17 ພຶດສະພາ 2022) ຊຶ່ງປະກອບມີ 3 ກິດຈະກໍາ ເປັນຕົ້ນແມ່ນ: ການຖະແຫຼ່ງການ ຂອງທ່ານລັດຖະມົນຕີ ເນື່ອງໃນວັນໂທລະຄົມມະນາຄົມສາກົນ ຄົບຮອບ 157 ປີ ຊຶ່ງໄດ້ຈັດຂຶ້ນເມື່ອວັນທີ 17 ພຶດສະພາ 2022 ທີ່ຜ່ານມາ ເພື່ອໃຫ້ສາທາລະນະຊົນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ບົດບາດ, ຄວາມສຳຄັນຂອງວຽກງານດັ່ງກ່າວ ແລະ ມີສ່ວນຮ່ວມສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຜ່ານຊ່ອງທາງ ໂທລະພາບ, ວິທະຍຸ, ໜັງສືພີມ ແລະ ສື່ສັງຄົມອອນລາຍ ທັງເປັນພາສາລາວ ແລ ພາສາອັງກິດ ໃນຂອບເຂດທົ່ວປະເທດ ແລະ ອີກ 2 ກິດຈະກໍາ ທີ່ຈັດຂຶ້ນໃນມື້ນີ້ ຄື: 1) ງານຕະຫຼາດນັດໂທລະຄົມມະນາຄົມ ໂດຍມີຜະລິດຕະພັນ ແລະ ສິນຄ້າ ຈາກຫ້ອງການ, ອົງການ, ກົມ, ສູນ, ສະຖາບັນ ພາຍໃນ ກຕສ ແລະ ຈາກພາກສ່ວນທຸລະກິດ ໂທລະຄົມມະນາຄົມ, ອິນເຕີເນັດ ແລະ ບໍລິສັດ ໄອຊີທີ ຈໍານວນໜຶ່ງ ຊຶ່ງໄດ້ເຊີນຜູ້ເຂົ້າຮ່ວມຊົມຈາກທຸກພາກສ່ວນພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງ, ນັກສຶກສາ ຈາກ ສະຖາບັນເຕັກໂນໂລຊີສື່ສານ ຂໍ້ມູນຂ່າວສານ ກຕສ, ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລການຊ່າງ ລາວ - ເຢຍລະມັນ ຫຼາຍກ່ວາ 500 ຄົນ ແລະ 2) ເຜີຍແຜ່ນິຕິກຳ ວຽກງານດັດສົມໂທລະຄົມມະນາຄົມ ໂດຍສະເພາະ ແມ່ນກົດໝາຍໂທລະຄົມມະນາຄົມ ສະບັບປັບປຸງປີ 2021 ທີ່ສະພາແຫ່ງຊາດໄດ້ຮອງຮັບໃນວັນທີ 16 ພະຈິກ 2021 ທີ່ຜ່ານມາ, ວຽກງານການຂຶ້ນທະບຽນເລກໝາຍໂທລະສັບ ທີ່ເປັນວຽກບູລິມະສິດໜຶ່ງທີ່ສຳຄັນຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດານິຕິກຳອື່ນໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງ ອດທ.

ການຈັດກິດຈະກໍາໃນຄັ້ງນີ້, ນອກຈາກຈະເປັນການສະເຫຼີມສະຫຼອງ 02 ເນື້ອໃນດັ່ງກ່າວແລ້ວ ຍັງເປັນການສ້າງກິດຈະກຳເພື່ອສົ່ງເສີມຜະລິດຕະພັນດ້ານໂທລະຄົມມະນາຄົມ, ເຕັກໂນໂລຊີດິຈິຕ໋ອນ ແລະ start up ພາຍໃນ ສປປ ລາວ ໃນການຈັດຕັ້ງຜັນຂະຫຍາຍວິໄສທັດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 5 ປີ (2021-2025) ໃນການແກ້ໄຂບັນຫາ ເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ໃຫ້ປະກົດຜົນເປັນຈິງ. ການຈັດກິດຈະກໍາດັ່ງກ່າວ ແມ່ນໄດ້ຮັບການປະກອບສ່ວນອຸປະຖຳ ຈາກບັນດາຫົວໜ່ວຍທຸລະກິດ ໂທລະຄົມມະນາຄົມ, ອິນເຕີເນັດ, ບໍລິສັດຂຸດຄົ້ນສະກຸນເງິນດິຈິຕ໋ອນ ແລະ ບັນດາຫົວໜ່ວຍທຸລະກິດ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ