ກຕສ ເຜີຍແຜ່ຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ

01/07/2022

ກຕສ ເຜີຍແຜ່ຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ

       ໃນວັນທີ 28 ມິຖຸນາ 2022, ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີກອງປະຊຸມເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ IX ແລະ ປຶກສາຫາລືປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍ ລະບຽບການ ແລະ ກົນໄກການເຮັດວຽກ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ກຽດເປັນປະທານໂດຍ ທ່ານ ວະລະໄຊ ດາລາລອຍ, ຮອງຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຄະນະກົມ, ສູນ, ອົງການ, ສະຖາບັນ, ຄະນະພະແນກ ແລະ ວິຊາການ ຂອງບັນດາກົມທຽບເທົ່າ ພາຍໃນກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ.

       ຈຸດປະສົງໃນການເຜີຍແຜ່ໃນຄັ້ງນີ້ ເພື່ອຍົກສູງຄວາມຮູ້, ຄວາມເຂົ້າໃຈ ເຫັນໄດ້ຄວາມສຳຄັນ ໃນການເຮັດວຽກງານຂອງລັດຖະບານ ຊຸດທີ IX ກ່ຽວກັບຄວາມຮັບຜິດຊອບ, ລະບຽບການ, ວິທີການເຮັດວຽກ, ການປະສານງານ ແລະ ວຽກງານພົວພັນການຕ່າງປະເທດ ລວມເຖິງກົນໄກຕ່າງໆ ເພື່ອໃຫ້ພະນັກງານ-ລັດຖະກອນ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ນຳໄປຈັດຕັ້ງປະຕິບັດ. ພ້ອມດຽວກັນນັ້ນ, ຄະນະຮັບຜິດຊອບກໍຍັງໄດ້ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍ ລະບຽບການ ແລະ ກົນໄກການເຮັດວຽກຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເພື່ອໃຫ້ບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ຢ່າງກົງໄປກົງມາ ເພື່ອໃຫ້ຄະນະຮັບຜິດຊອບ ນຳເອົາຄຳຄິດຄຳເຫັນດັ່ງກ່າວໄປປັບປຸງ ເຮັດໃຫ້ຮ່າງຂໍ້ຕົກລົງສະບັບດັ່ງກ່າວມີຄວາມຮັດກຸມ, ຊັດເຈນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິຜົນສູງໃນຕໍ່ໜ້າ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ